Homeຂ່າວພາຍ​ໃນກະຊວງ ປກສ ໄດ້ຮັບພາຫະນະ ແລະ ອຸປະກອນຮັບໃຊ້

ກະຊວງ ປກສ ໄດ້ຮັບພາຫະນະ ແລະ ອຸປະກອນຮັບໃຊ້

Published on

ໃນວັນທີ 18 ພຶດສະພາ 2023 ຜ່ານມາ, ອົງການສະຫະປະຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC ) ປະຈໍາ ສປປ ລາວ ໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ຫ້ອງການວຽກງານປະສານງານຊາຍແດນ ໃຫ້ກະຊວງ ປກສ, ກ່າວຮັບໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ David Frend ຮັກສາການຫົວໜ້າອົງການ UNODC ປະຈໍາ ສປປ ລາວ ກ່າວ ວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີລົດໃຫຍ່ 1 ຄັນ, ລົດຈັກ 1 ຄັນ, ເສື້້ອກັນກະສູນ, ກ້ອງສ່ອງ, ຄອມພິວເຕີ້, ນໍ້າຢາກວດຢາເສບຕິດ ແລະ ອຸປະກອນຕ່າງໆ ລວມມູນຄ່າ 55.000 ໂດລາສະຫະລັດ ເພື່ອເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງການປະສານງານຊາຍແດນໃນ ສປປ ລາວ ເພື່ອຕອບໂຕ້ສິ່ງທ້າ ທາຍ ແລະ ບັນຫາຄວາມປອດໄພຊາຍແດນ; ເຊິ່ງໄລຍະຜ່ານມາ, ອົງການສະຫະປະ ຊາຊາດໄດ້ສະໜັບສະໜູນທາງດ້ານເຕັກນິກວິຊາການໃຫ້ແກ່ຫ້ອງການປະສານງານຊາຍແດນ ໂດຍສະເພາະແມ່ນການຝຶກອົບຮົມ, ປຶກສາຫາລືຖອດຖອນບົດຮຽນ, ການຖອດຖອນບົດຮຽນຂ້າມແດນ ແລະ ວຽກງານອື່ນໆ.

ພົຕ ສົມວັນ ສາຍລ້ອງພາ ກ່າວວ່າ: ລັດຖະບານ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ແນໃສ່ເຮັດໃຫ້ ບັນ ຫາດັ່ງກ່າວພາຍໃນ ສປປ ລາວ ຫຼຸດລົງ; ເຊິ່ງໃນໄລຍະຜ່ານມາ, ກະຊວງ ປກສ ກໍໄດ້ຮັບການຊ່ວຍເຫຼືອຈາກອົງການ UNODC ເປັນຕົ້ນແມ່ນພາຫະນະ ແລະ ອຸປະກອນຕ່າງໆທີ່ຮັບໃຊ້ເຂົ້າໃນວຽກງານຢາເສບຕິດເປັນຈໍານວນຫຼວງຫຼາຍ ແລະ ກ່າວຄໍາຂອບໃຈທີ່ມີການຮ່ວມມືລະຫວ່າງສອງຝ່າຍ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະ ຫຼອດມາ.
ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...