Homeຂ່າວພາຍ​ໃນ​ເຈົ້າ​ຄອງນ​ະ​ຄອນຫຼວງວຽງ​ຈັນພົບ​ປະຜູ້​ວ່ານະ​ຄອນຫຼວງບາງກອກຫາ​ລື​ການ​ຮ່ວມ​ມື​ໃນ​ອ​​ະ​ນາ​ຄົດ

​ເຈົ້າ​ຄອງນ​ະ​ຄອນຫຼວງວຽງ​ຈັນພົບ​ປະຜູ້​ວ່ານະ​ຄອນຫຼວງບາງກອກຫາ​ລື​ການ​ຮ່ວມ​ມື​ໃນ​ອ​​ະ​ນາ​ຄົດ

Published on

ໃນ​ວັນ​ທີ 19 ພຶດ​ສະ​ພາ 2023 ທີ່​ນະ​ຄອນຫຼວງ​ບາງກອກ ລາ​ຊະ​ອາ​ນາ​ຈັກ​ໄທ ທ່ານ ອາ​ດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະ​ຄ​ອ​ນຫຼວງວຽງ​ຈັນ ພ້ອ​ມ​ຄະ​ນະ ເຂົ້າ​ພົບ​ປະ ທ່ານ ຊັດ​ຊາດ ສິດ​ທິ​ພັນ ຜູ້​ວ່າ​ນະ​ຄອນຫຼວງບ​າງ​ກອກ ພ້​ອມ​ຄະ​ນະ ເພື່ອ​ຫາ​ລື​ການ​ຮ່ວມ​ມື​​ລະ​ຫວ​່າງ​ສອງ​ຝ່າຍໃນ​ອ​ະ​ນາ​ຄົດ.

ການພົບປະຄັ້ງດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ແລກປ່ຽນກັນ 3 ປະເດັນ ໄດ້ແກ່ ການສຶກສາ ສາທາລະນະສຸກ ແລະ ການທ່ອງທ່ຽວ ນອກຈາກນີ້ ຍັງໄດ້ຫາລືເພີ່ມເຕີມກ່ຽວກັບລາຍລະອຽດ ໂຄງການພາຍໃຕ້ບົດບັນທຶກການຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ລົງນາມ ໃນປີ 2008.

ດ້ານການສຶກສາ ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບການສອນຂອງບຸຄະລາກອນຂອງທັງສອງນະຄອນຫຼວງ ໃນສອງປະເທດ ແລະ ລິເລີ່ມໂຄງການແລກປ່ຽນນັກຮຽນໃນສັງຄົມ ຂອງສອງຝ່າຍ ແລະ ການນໍາເຕັກໂນໂລຊີເຂົ້າມາເພີ່ມປະສິດທິພາບດ້ານການຮຽນການສອນຜ່ານສື່ເອເລັກໂຕຣນິກ (E-Learning).

ດ້ານສາທາລະນະສຸກ ແມ່ນໄດ້ແລກປ່ຽນຄວາມຮູ້ດ້ານການປະຕິບັດທີ່ດີທີ່ສຸດດ້ານ Telemedicine ຜ່ານການນໍາມາໃຊ້ໃນແອັບພລິເຄເຊິນ ແລະ ການຮ່ວມມືດ້ານການແພດກັບໂຮງຫມໍວະຊີຣະ ແລະ ການບໍລິຫານຈັດການເມືອງ (City Lab) ກັບ ມະຫາວິທະຍາໄລນະວະມິນທຣາທິຣາຊ ໂດຍມີການຈັດຕັ້ງແຜນການເຝິກຊ້ອມ Tebletop Exercise ຜ່ານວີດີໂອທາງໄກ ລະຫວ່າງບຸຄະລາກອນທາງການແພດຂອງທັງສອງນະຄອນ ເພື່ອໃຫ້ມີທັກສະ ແລະ ຄວາມພ້ອມໃນການປະຕິບັດງານ.

ດ້ານການທ່ອງທ່ຽວ ການຮ່ວມມືການທ່ອງທ່ຽວດ້ານປະຫວັດສາດ ແລະ ນະວັດຕະກໍາລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງບາງກອກ ໂດຍໄດ້ແລກປ່ຽນແນວທາງການສົ່ງເສີມເສດຖະກິດກາງຄືນ (Midnight Economy) ເພື່ອເພີ່ມປະສິດທິພາບການເຕີບໂຕ ຂອງທຸລະກິດກາງຄືນ ແລະ ການສົ່ງເສີມເສດຖະກິດໃນຕົວເມືອງ ເຊັ່ນ: ການຈັດສັນພື້ນທີ່ໃນຕົວເມືອງເພື່ອຂາຍສິນຄ້າ ຫຼື ການຍົກຄຸນະພາບຂອງອາຫານຂາຍຕາມແຄມທາງໃຫ້ດີຂຶ້ນ ໃນການດຶງດູດນັດທ່ອງທ່ຽວຊາດອື່ນເຂົ້າມາ.

ແຫຼ່ງຂ່າວຈາກ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...