Homeຂ່າວຕ່າງປະເທດລັດມອນທານາ ສະຫະລັດອາເມຣິກາແບນ TikTok ຫ້າມປະຊາຊົນດາວໂຫຼດເດັດຂາດ

ລັດມອນທານາ ສະຫະລັດອາເມຣິກາແບນ TikTok ຫ້າມປະຊາຊົນດາວໂຫຼດເດັດຂາດ

Published on

ລັດມອນທານາ ສະຫະລັດອາເມຣິກາ ລົງນາມບັງຄັບໃຊ້ກົດໝາຍແບນ ແອັບພິເຄຊັ່ນ TikTok ແລ້ວ ເລີ່່ມມີຜົນບັງຄັບໃຊ້ 1 ມັງກອນ 2024.

ໃນເດືອນເມສາ 2023 ທີ່ຜ່ານມາ ສະພາລັດມອນທານາ ຜ່ານກົດໝາຍຫ້າມໃຊ້ TikTok ສົ່ງຜົນໃຫ້ແອັບພິເຄຊັ່ນດັ່ງກ່າວເປັນສິ່ງທີ່ຜິດກົດໝາຍໃນລັດນີ້ ໂດຍເຫຼືອແຕ່ຂັ້ນຕອນຂອງການລົງນາມຂອງເຈົ້າຄອງລັດມອນທານາ ເກຣັກ ຈິອັນຟອດ.

ຫຼ້າສຸດນີ້ ເກຣັກ ຈິອັນຟອດ ເຈົ້າຄອງລັດມອນທານາ ສະຫະລັດອາເມຣິກາ ໄດ້ລົງນາມບັງຄັບໃຊ້ກົດໝາຍແບນ TikTok ແລ້ວ

ຈາກການລົງນາມດັ່ງກ່າວ ເຮັດໃຫ້ລັດມອນທານາ ກາຍເປັນລັດທຳອິດທີ່ສັ່ງແບນ TikTok ແລະ ການຍົກລະດັບການຈັດການແອັບພິເຄຊັ່ນ TikTok ທີ່ໃຫຍ່ທີ່ສຸດ ເພາະວ່າອະດີດປະທານາທິບໍດີ ໂດນັລ ທຣັມ ກໍບໍ່ສາມາດແບນໄດ້.

ສາເຫດທີ່ຕ້ອງແບນນີ້ຍ້ອນວ່າ ໄບແດນສ໌ (ByteDance) ເຈົ້າຂອງແອັບ TikTok ອາດມີຄວາມສຳພັນກັນກັບຈີນ ເຮັດໃຫ້ສະຫະລັດອາເມຣິກາ ຢ້ານສິ່ງນີ້ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດອາເມຣິກາ.

ໃນໄລຍະທີ່ຜ່ານມາ ສະຫະລັດອາເມຣິກາກໍໄດ້ມີການແຈ້ງໃຫ້ປະຊາຊົນຫ້າມໃຊ້ ຫຼື ດາວໂຫຼດ ແອັບ TikTok ໃນອຸປະກອນໂທລະສັບ ແຕ່ທາງ TikTok ກໍພະຍາຍາມບອກວ່າ ພວດເຂົາບໍ່ເຄີຍແບ່ງປັນຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານໃຫ້ແກ່ລັດຖະບານຈີນແຕ່ຢ່າງໃດ.

ຈາກປະເດັນດັ່ງກ່າວນັ້ນ ເຮັດໃຫ້ TikTok ຖະແຫຼງການວ່າ ລັດມອນທານາ ລະເມີດສິດທິຂອງປະຊາຊົນ ແລະ TikTok ມີວາມຕັ້ງໃຈທີ່ຈະຮັກສາສິດດັ່ງກ່າວຂອງຜູ້ໃຊ້ງານ.

ສຳລັບກົດໝາຍດັ່ງກ່າວ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2024 ເຮັດໃຫ້ບໍ່ສາມາດດາວໂຫຼດແອັບ TikTok ໄດ້ພາຍໃນລັດມອນທານາ ຖ້າພົບຜູ້ລະເມີດຈະມີໂທດປັບໃໝສູງສຸດມື້ລະ 10.000 ໂດລາ.

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...