Homeຂ່າວພາຍ​ໃນກອງປະຊຸມສະຫຼຸບວຽກງານປະຈໍາປີ 2022

ກອງປະຊຸມສະຫຼຸບວຽກງານປະຈໍາປີ 2022

Published on

ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ກປ ແລະພັດທະນາຊົນນະບົດ ປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 7-8 ກຸມພາ 2023 ທີ່ສູນການຮ່ວມມືສາກົນ ແລະການຝຶກອົບຮົມ (ICTC)ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກປ, ມີບັນດາຮອງປະທານກໍາມາທິການຈາກສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວຫນ້າອົງການ ແລະທຽບເທົ່າ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ທ່ານ ເພັດ ພົມພິພັກ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ເປີດຂຶ້ນຢູ່ຈຸດເວລາທີ່ຂະແຫນງ ກປ ແລະພັດທະນາຊົນນະບົດກໍຄືທົ່ວປະເທດພົບ ກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລາຄານໍ້າມັນ, ລາຄາປັດໄຈການຜະລິດແພງຂຶ້ນ, ໄພເງິນເຟີ້, ການລະບາດຂອງພະຍາດ, ການ ປ່ຽນແປງດິນຟ້າອາກາດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ເປັນສິ່ງທ້າທາຍ ຕໍ່ການຜະລິດ, ຕໍ່ຄວາມຫມັ້ນຄົງດ້ານສະບຽງອາຫານຂອງຊາດ. ດັ່ງນັ້ນ, ກອງປະຊຸມ ໃນຄັ້ງນີ້ຈຶ່ງມີຄວາມສໍາຄັນຫຼາຍຊຶ່ງຈະໄດ້ດໍາເນີນເປັນເວລາ 2 ມື້ເຕັມ. ໃນກອງປະຊຸມຈະໄດ້ຮັບຟັງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ກປ ແລະ ພັດທະນາຊົນນະບົດ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນຂະແຫນງ ກປ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ຮັບ ຟັງການສະເຫນີແນະນໍາບັນດາໂຄງການ,ນະໂຍບາຍ, ນິຕິກໍາ ແລະບັນຫາຕ່າງໆທີ່ຄວນເອົາໃຈໃສ່ 13 ຫົວຂໍ້ ປິ່ນອ້ອມ ຈາກບັນດາກົມ ແລະຮັບຟັງການນໍາສະເຫນີ ບາງບົດຮຽນຈາກ 4 ບໍລິສັດ ແລະ 2 ສະຫະກອນ ພ້ອມທັງເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມຮ່ວມກັນກ້າວໄປເຖິງຄວາມເປັນ ເອກະພາບທາງມາດຕະການ, ວິທີການ ແລະ ພ້ອມກັນປະຕິບັດໄປໃນລວງດຽວກັນຢ່າງຖືກທິດ.

ໃນວາລະກອງປະຊຸມ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກປ ໄດ້ຂຶ້ນລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາ ກປ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນງານພົ້ນເດັ່ນໃນຫຼາຍແຜນງານ ເປັນຕົ້ນວ່າ: ແຜນ ງານທີ 1 ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ຊຶ່ງການຜະລິດເຂົ້າເປືອກລວມ ໃນປີ 2022 ປັກດໍາໄດ້ທັງຫມົດ 959.407 ເຮັກຕາ, ເນື້ອທີ່ເກັບກ່ຽວ 957.629 ເຮັກຕາ, ຜົນຜະລິດ 3.781.580 ໂຕນ (ຕາມມະຕິສະພາຮັບຮອງ 3,7 ລ້ານໂຕນ) ບັນລຸລື່ນແຜນການ 2,2%; ການລ້ຽງສັດ ແລະ ການປະມົງ ມີການ ຂະຫຍາຍຕົວໃນລະດັບ 3,88% ທຽບໃສ່ປີ 2021 ລື່ນແຜນການທີ່ວາງໄວ້ ຊຶ່ງໃນແຜນປີ 2022 ແມ່ນ 3,5%, ນອກນີ້, ກໍໄດ້ສຸມໃສ່ປັບປຸງພຶດຕິກໍາດ້ານໂພຊະນາ ການ, ສະຫນອງທຶນແບບມີເງື່ອນໄຂໃຫ້ຄອບຄົວເປົ້າຫມາຍ, ໃຫ້ຄວາມຮູ້ດ້ານເຕັກນິກກະສິກໍາທີ່ດີ, ສ້າງເປັນຕົວແບບການຜະລິດ, ສະຫນອງຄູ່ມື, ອຸປະກອນການ ຜະລິດກະສິກໍາ ແລະ ລວມທັງໄດ້ເສີມຂະຫຍາຍກົນໄກປະສານງານຫນຶ່ງດຽວຫຼາຍຂະແຫນງການ ໄດ້ທັງຫມົດ 6 ແຂວງ (ຜົ້ງສາລີ, ຫົວພັນ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ ແລະ ຊຽງຂວາງ) ລວມໄດ້ 29 ເມືອງ, 1.422 ບ້ານ ແລະ 88.518 ຄອບຄົວ ໃນນີ້ ມີກຸ່ມແມ່ຍິງຖືພາ 48.249 ຄົນ ແລະ ເດັກນ້ອຍ ລຸ່ມ 5 ປີ 41.603 ຄົນ.

ສໍາລັບແຜນງານທີ 2 ການຜະລິດກະສິກໍາ ເປັນສິນຄ້າ ກໍມີຫຼາຍອັນພົ້ນເດັ່ນ ເປັນຕົ້ນການປູກຝັງ ທີ່ສຸມໃສ່ການຜະລິດບັນດາພືດທີ່ໄດ້ເຈລະຈາ ເຕັກນິກເປີດຕະຫຼາດແລ້ວສາມາດປະຕິບັດໄດ້ 563.456 ເຮັກຕາ,ຜົນຜະລິດມີ 8.176.420 ໂຕນ (ແຜນການ 6,31 ລ້ານໂຕນ) ລື່ນແຜນການ 29,46%; ຂະນະທີ່ ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ແບບເປັນກຸ່ມ, ເປັນຟາມ ໄດ້ມີການຂະຫຍາຍຕົວ ມີຟາມລ້ຽງສັດທັງຫມົດ 1.989 ຟາມ ມີສັດລ້ຽງ 5.012.280 ໂຕ ຊຶ່ງອັນ ພົ້ນເດັ່ນແມ່ນ ຟາມລ້ຽງງົວ ເພີ່ມຂຶ້ນ 12 ຟາມ. ນອກຈາກນີ້ກໍຍັງມີຫຼາຍວຽກງານ ໃນຫຼາຍແຜນງານທີ່ພົ້ນເດັ່ນອີກຈໍານວນຫນຶ່ງ.

ແຫຼ່ງຂ່າວ ແລະ ຮູບພາບ: ຂ່າວເສດຖະກິດສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...