spot_img
Homeຂ່າວພາຍ​ໃນພິທີ ທໍາລາຍຜະລິດຕະພັນ ແປ້ງນົວປອມ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ

ພິທີ ທໍາລາຍຜະລິດຕະພັນ ແປ້ງນົວປອມ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ

Published on

ວັນທີ 12 ພຶດສະພາ 2023 ຜ່ານມາ, ຢູ່ທີ່ເດີ່ນພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວນໍ້າທາ ໄດ້ຈັດທໍາລາຍຜະລິດຕະພັນແປ້ງນົວກາຈອງ ປອມ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ ໂດຍການເປັນປະທານ ຂອງທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ, ມີພະແນກການກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕ່າງໜ້າ ປກສ ແຂວງ, ພະນັກງານວິຊາການ ເຂົ້າຮ່ວມ.

ທ່ານ ພອນທິບ ບຸນໄຊທິບ ຫົວໜ້າຂະແໜງ ຊັບສິນທາງປັນຍາ-ມາດຕະຖານ ແລະ ວັດແທກ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າາທີ ເປັນເຈົ້າການເອົາໃຈໃສ່ປະສານສົມທົບ ກັບ ບັນດາຂະແໜງການທີ່ກ່ຽວຂ້ອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ພະນັກງານ ບໍລິສັດ ພູວຽງ ທີ່ປຶກສາການຄ້າ ແລະ ການລົງທຶນ ພ້ອມກັນເປັນເຈົ້າການລົງຊຸກຍູ້, ຕິດຕາມ ແລະ ກວດກາແປ້ງນົວ ກາຈອງ ປອມ ຢູ່ຕາມຕະຫຼາດ ແລະ ຫ້າງຮ້ານຕ່າງໆ ພາຍໃນ 3 ເມືອງຄື: ເມືອງ ຫຼວງນໍ້າທາ, ເມືອງ ສິງ ແລະ ເມືອງ ວຽງພູຄາ ປະຈໍາປີ 2018, 2020 ແລະ ປີ 2022 ສາມາດຢຶດ ແລະ ຮິບໂຮມສິນຄ້າໄວ້ເປັນຂອງກາງ ເພື່ອນໍາມາທໍາລາຍໃນຄັ້ງນີ້ ລວມມີແປ້ງນົວ ປອມ 600 ຖົງ, ນໍ້າໜັກ 200 ກິໂລກຼາມ ມູນຄາປະມານ 10.000.000 ກວ່າກີບ. ທັງນີ້ ກໍ່ເພື່ອເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃນສັງຄົມໃຫ້ໄດ້ຊົມໃຊ້ສິນຄ້າທີ່ຖືກຕ້ອງ ແລະ ມີຄຸນນະພາບທີ່ດີ ແລະທັງເປັນການສຶກສາອົບຮົມ ຜູ້ທີ່ນໍາສິນຄ້າດັ່ງກ່າວ ບໍ່ໃຫ້ນຳສິນຄ້າ ປອມ ທຸກຊະນິດ ນໍາມາຈໍາໜ່າຍຢູ່ໃນສັງຄົມ ຢ່າງເດັດຂາດ.

ໂອກາດດັ່ງກ່າວ ຜູ້ເຂົາຮ່ວມໄດ້ພ້ອມກັນທໍາລາຍຜະລິດຕະພັນແປ້ງນົວ ກາຈອງ ປອມ ທີນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ລອກຮຽນແບບ ຢ່າງເປັນທາງການ.
ສອ ສົມພະນິດ ໂຊມີໄຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...