spot_img
Homeຄວາມງາມແຕ່ງ​ໜ້າ​ແບບໃດທີ່​ບໍ່​ຄວນ​ເຮັດ

ແຕ່ງ​ໜ້າ​ແບບໃດທີ່​ບໍ່​ຄວນ​ເຮັດ

Published on

1
ແຕ່ງ​ໜ້າ​ແບບໃດ​ບໍ່​ຄວນ​ເຮັດ ສາວໆທີ່​ແຕ່ງ​ໜ້າ​ຢູ່​ທຸກ​ມື້​ຮູ້ ຫລື ບໍ່ວ່າ ການແຕ່ງໜ້າແບບໃດທີ່ບໍ່ຄວນເຮັດ ຖ້າ​ຍັງ​ບໍ່​ຮູ້​ມາ​ເບິ່ງ​ກັນ​ເພື່ອບໍ່ໃຫ້ພາດໃນການແຕ່ໜ້າ

  • ໃຊ້​ຮອງ​ພື້ນ​ຜິດ​ເບີ ຈື່​ໄວ້​ວ່າ​ສາວໆ ບໍ່ແມ່ນ​ທຸກ​ຄົນ​ຈະ​ໃຊ້​ຮອງ​ພື້ນ​ອັນ​ດຽວ​ສີ​ດຽວ​ກັນ​ໄດ້ ຊຶ່ງ​ການ​ເລືອກ​ຮອງ​ພື້ນ​ຜິດ​ເບີ​ຈະ​ເຮັດໃຫ້​ໜ້າ​ເບິ່ງ​ຟູ ແລະ ​ຕັດ​ກັນ​ກັບ​ສີ​ຜິວ ຊຶ່ງ​ສາມາດ​ເຫັນ​ໄດ້​ຊັດເຈນ ລະ​ວັງ​ຈະ​ເປັນ​ຈູ​ອອນ​

2

  • ແຕ້ມສະ​ໂມກ​ກີ້​ອາຍ​ຜິດ​ວິທີ ການ​ຂຽນ​ຕາ​ແບ​ບສະ​ໂມກ​ກີ້​ອາຍ ອາດ​ເຮັດໃຫ້​ຕາ​ຂອງ​ສາວໆ ເບິ່ງ​ໜ້າ​ຢ້ານ​ໄດ້​ເມື່ອ​ເຮົາ​ແຕ່ງ​ຜິດ​ວິທີ​ເຊັ່ນ ເຮັດອາຍ​ແຊ​ໂດ​ຈົນ​ຕາ​ດຳ​ ແທນ​ທີ່​ຈະ​ງາມ​ອາດ​ກັບ​ກາຍ​ເປັນ​ວ່າ​ເບິ່ງ​​ເກີນ​ໄປ​

3

  • ປັດ​ແກ້ມ​ຫລາຍ​ເກີນ​ໄປ ການ​ປັດ​ແກ້ມ​ຈະ​ຊ່ວຍ​ເຕີມ​ເຕັມ​ໃຫ້​ໃບ​ໜ້າ​ເບິ່ງ​ງາມ​ຂຶ້ນ​ໄດ້ ແຕ່​ຖ້າ​ເລືອກ​ຜິດ​ສີ​ໄປ ຫລື​ ລົງ​ສີ​ຫລາຍ​ເກີນ​ໄປ ລະ​ວັງ​ຈະ​ເປັນ​ຕົວ​ຕະ​ຫລົກ​ໄດ້ເດີ້ ເພາະ​ແກ້ມ​ມັນ​ຈະ​ຟູ​ເດັ່ນ​ມາ​ແຕ່​ໄກ ເບິ່ງ​ແລ້ວ​ບໍ່​ງາມ​ເລີຍ​

4

  • ທາ​ລິບ​ສະຕິ​ກ​ສີຄ້ຳ ສາວໆບໍ່​ຄວນ​ທາ​ລິ​ບສະ​ຕິກ​ສີ​ຄ້ຳ​ໂດຍ​ເດັດ​ຂາດ ເພາະ​ຈະ​ເຮັດໃຫ້​ເຈົ້າ​ເບິ່ງ​ໂຫດຮ້າຍ ແລະ​ ຍິ່ງ​ຖ້າ​ສາວ​ຄົນ​ໃດ​ມີ​ຜິວ​ສີ​ຊີດໆຍິ່ງ​ໜັກ​ເຂົ້າໄປ​ໃຫຍ່​ເລີຍ​ ເພາະ​ຄົນ​ອື່ນ​ອາດຈະ​ຄິດວ່າ​ເຮົາ​ເປັນ​ຜີ​ດິບ ​ຫລື ​ຊອມ​ບີ້​​ໄດ້

5

  • ເຕີມ​ແປ້ງ​ຕະຫລອດ ຖື​ເປັນ​ຄວາມ​ຜິດ​ພາດ​ຫລາຍ​ ສຳລັບ​ສາວ​ໜ້າ​ມັນ​ທັງ​ຫລາຍ ເພາະ​ການ​ເຕີມ​ແປ້ງ​ເລື້ອຍໆ ໃນ​ຂະນະ​ທີ່​ໜ້າ​ມັນໆ ຈະ​ເຮັດໃຫ້​ໜ້າ​ເລະ​ໄດ້ ເພາະ​ຄາບ​ມັນ​ເທິງ​ໃບ​ໜ້າ​ຈະ​ປາກົດ​ໃຫ້​ເຫັນ​ຊັດເຈນ​ຫລາຍ​ຂຶ້ນ ທາງ​ແກ້​ກໍ​ຄື​ຄວນ​ໃຊ້​ເຈ້ຍຊັບ​ຄວາມ​ມັນ​ເທິງ​ໃບ​ໜ້າ​ອອກ​ໄປ​ດີກວ່າ​ ເພາະ​ນອກ​ຈາກ​ຈະ​ຊ່ວຍ​ກຳຈັດ​ຄວາມ​ມັນ​ສ່ວນ​ເກີນ​ໄດ້​ແລ້ວ ຍັງ​ບໍ່​ເຮັດໃຫ້​ເຄື່ອງ​ສຳ​ອາງ​ຫລຸດ​ອີກ​ດ້ວຍ

7

ແຕ່ງ​ໜ້າ​ບໍ່​ສົມ​ໄວ ເມື່ອ​ອາ​ຍຸ​ຫລາຍ​ຂຶ້ນ ສະ​ໄຕ​ການ​ແຕ່ງ​ຕົວ ແຕ່ງ​ໜ້າ​ກໍ​ຕ້ອງ​ປ່ຽນ​ແປງ​ຕາມ​ໄປ​ນຳ ເພາະ​ໃນ​ຂະນະ​ທີ່​ເຮົາ​ອາ​ຍຸ​​ປະມານຫລັກ 40-50 ປີ​ແລ້ວ ແຕ່​ຍັງ​ຄົງ​ແຕ່ງ​ໜ້າ​ຄື​ເດັກ​ອາ​ຍຸ 20 ກໍ​ຄົງ​ຈະ​ເບິ່ງ​ບໍ່​ເໝາະ ຫລື​ ສາວໆ ບາງ​ຄົນ​ແຕ່ງ​ໜ້າ​ເຂັ້ມ​ຈັດ​ເກີນ​ໄປ​ກໍ​ອາດ​ເຮັດໃຫ້​ເບິ່ງ​ແກ່​ກວ່າ​ໄວ​ໄດ້​ຄືກັນ​

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...