Homeຂ່າວການຮ່ວມມືນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

Published on

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ, ໃນວັນທີ 10 ແລະ 11 ພຶດສະພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບບັນດາຜູ້ນຳປະເທດເພື່ອນມິດອາຊຽນ ຄື: ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ປະທານາທິບໍດີ ແຫ່ງ ສ ຟິລິບປິນ; ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ; ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ, ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ກັບ ບັນດາປະເທດເພື່ອນມິດອາຊຽນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ໃນການພົບປະກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນຢ່າງຕໍ່ເນື່ອງ. ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫຼາຍໂຄງການຊ່ວຍເຫຼືອຈາກລັດຖະບານຫວຽດນາມ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ. ພ້ອມນີ້, ສອງຝ່າຍ ​ຍັງໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໂຄງການສະໜາມບິນໜອງຄ້າງ ແລະ ໂຄງການໂຮງໝໍມິດຕະພາບແຂວງຊຽງຂວາງ ແມ່ນໄດ້ສຳເລັດການກໍ່ສ້າງ ແລະ ກຳລັງຢູ່ໃນຂັ້ນຕອນການຈັດພິທີມອບ-ຮັບ ໃນມໍ່ໆນີ້. ສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ເປັນຕົ້ນໂຄງການທ່າທຽບເຮືອຫວຸງອາງ, ໂຄງການພະລັງງານໄຟຟ້າເຊຂະໝານ 3, ໂຄງການບໍ່ເກືອກາລີ ແຂວງຄຳມ່ວນ ແລະ ອື່ນໆ. ນອກນີ້, ສອງຝ່າຍ ຍິນດີສືບຕໍ່ໃຫ້ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໃນນັ້ນ ຝ່າຍຫວຽດນາມ ຍິນດີໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ໃນການພົບປະກັບ ທ່ານ ເຟີດີນານ ໂຣມອນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສ ຟີລິບປິນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ລະຫວ່າງ ລາວ-ຟີລິບປິນ ທີ່ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ພ້ອມນີ້ ກໍເຫັນດີສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ; ເຫັນດີຊຸກຍູ້ການຈັດຕັ້ງປະຕິບັດການຮ່ວມມື ໂດຍຜ່ານກົນໄກຮ່ວມມື JCBC ຊຶ່ງເປັນກົນໄກຫຼັກຂອງການຮ່ວມມືສອງຝ່າຍ ແລະ ເປັນສ່ວນສຳຄັນໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືໃຫ້ຂະຫຍາຍຕົວຍິ່ງຂຶ້ນ ຊຶ່ງປັດຈຸບັນ ສອງກະຊວງການຕ່າງປະເທດ ກຳລັງກະກຽມການຈັດກອງປະຊຸມກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ – ສ ຟີລິບປິນ JCBC ຄັ້ງທີ 2 ໃນປີ 2023 ນີ້. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ ແລະ ການລົງທຶນຂອງ ຟີລິບປິນ ຢູ່ ສປປ ລາວ ສາມາດບັນລຸໄດ້ 14.461.000 ໂດລາ ຊຶ່ງມີທ່າອ່ຽງ ຂະຫຍາຍຕົວຕໍ່ເນື່ອງໃນຊຸມປີຜ່ານມາ, ໃນນັ້ນ ຝ່າຍຟີລິບປິນ ຍິນດີສືບຕໍ່ຊຸກຍູ້ລະດົມນັກລົງທຶນຂອງຕົນ ເພື່ອສຶກສາຊ່ອງທາງຄວາມເປັນໄປໄດ້ໃນການລົງທຶນໃນຂະແໜງການຕ່າງໆ ທີ່ມີທ່າແຮງຮ່ວມກັນ ເພື່ອແນໃສ່ສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຕື່ມໃນອະນາຄົດ. ພ້ອມດຽວກັນນີ້, ສອງຝ່າຍ ຍັງເຫັນດີຈະສືບຕໍ່ການຮ່ວມມືດ້ານຊັບພະຍາກອນມະນຸດ, ສາທາລະນະສຸກ, ສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາແບບຍືນຍົງ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ຊຶ່ງຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຟີລິບປິນ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ຄັ້ງຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນການເປັນປະທານອາຊຽນ ປີ 2024.

ສຳລັບການພົບປະກັບ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວາງ ລາວ-ສິງກະໂປ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ຕະຫຼອດໄລຍະເກືອບ 5 ທົດສະວັດ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຄ້າສອງຝ່າຍ ແລະ ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ນັບມື້ຂະຫຍາຍຕົວຕໍ່ເນື່ອງ, ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານໄຟຟ້າ ກໍຄື ການຊື້-ຂາຍພະລັງງານໄຟຟ້າ ທີ່ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ, ໃນນັ້ນ ຝ່າຍລາວ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ປຶກສາຫາລືກັນ ໃນການເພີ່ມທະວີປະລິມານການຊີ້-ຂາຍ ຂຶ້ນຕື່ມ ຈາກ 100-300 ກິໂລວັດໂມງ (kWh) ຊຶ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນໝາກຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນີ້, ຝ່າຍ ສິງກະໂປ ໄດ້ເຫັນດີຈະຊຸກຍູ້ບັນດານັກທຸລະກິດຂອງຕົນ ໃຫ້ເຂົ້າໄປລົງທຶນຢູ່ ສປປ ລາວ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນດ້ານພະລັງງານ, ການທ່ອງທ່ຽວ ແລະ ການຂົນສົ່ງທາງບົກ ເພື່ອແນໃສ່ເປັນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ໃນໂອກາດດຽກັນ, ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ, ການໃຫ້ທຶນການສຶກສາ, ການຊ່ວຍເຫຼືອດ້ານສາທາລະນະສຸກ ໂດຍສະເພາະວຽກງານຕ້ານໂຄວິດ-19 ແລະ ການຊ່ວຍເຫຼືອໃນຂອບການຮ່ວມມມືອາຊຽນ ແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ 2024.

ໃນການພົບປະກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ລັດຖະບານ ກໍຄື ປະຊາຊົນ ມາເລເຊຍ ທີ່ໃຫ້ການສະ ໜັບສະໜູນຊ່ວຍເຫຼືອ ໃນວຽກງານການພັດທະນາຊັບພະຍາກອນມະນຸດຂອງລາວ ຊຶ່ງນັບແຕ່ປີ 1991 ເປັນຕົ້ນມາ ເຫັນວ່າມີຜູ້ເຂົ້າຮ່ວມຫຼັກສູດຝຶກອົບຮົມ ຫຼາຍກວ່າ 1.700 ຄົນ ໃນຫຼາຍຂະແໜງການ ໂດຍຜ່ານໂຄງການຮ່ວມມືດ້ານເຕັກນິກຂອງມາເລເຊຍ; ລັດຖະບານ ມາເລເຊຍ ຍັງໄດ້ສະໜອງວັກຊິນ ແລະ ອຸປະກອນການແພດແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຊຶ່ງໄດ້ຊ່ວຍໃຫ້ ປະຊາຊົນລາວ ສາມາດກັບມາໃຊ້ຊີວິດໄດ້ແບບປົກກະຕິ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ໃນໄລຍະຜ່ານມາ ຊຶ່ງສາມາດບັນລຸໄດ້ຫຼາຍກວ່າ 767 ລ້ານໂດລາ ໃນປີ 2023; ມາເລເຊຍ ຍັງຖືກຈັດເປັນອັນດັບ 6 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ສ່ວນການຄ້າສອງຝ່າຍ ມີມູນຄ່າພຽງ 27 ລ້ານໂດລາ ໃນປີ 2022 ແລະ ເຫັນດີຈະສືບຕໍ່ສົ່ງເສີມວຽກງານການຄ້າການລົງທຶນ ໂດຍສະເພາະ ພາກບໍລິການໃນການເຊື່ອມໂຍງເຊື່ອມຈອດ ແລະ ການແປຮູບ ເພື່ອເປັນສິນຄ້າສົ່ງອອກ, ການສົ່ງເສີມດ້ານການຜະລິດກະສິກຳ, ການຊື້-ຂາຍພະລັງງານໄຟຟ້າ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.

ສຳລັບການພົບປະກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ຝ່າຍລາວ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາາກ ທ່ານປະທານປະເທດ ທອງລຸນ ສີສຸລິດ ມາຍັງ ສົມເດັດ ຊຸນຕານ ແລະ ເຊື້ອເຊີນດຳເນີນການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ເພື່ອຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ 2 ບົດບັດທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມືດ້ານກະສິກຳ ແລະ ພະລັງງານ ທີ່ໄດ້ລົງນາມກັນໃນປີ 2022 ໃຫ້ເປັນຮູບປະທຳ ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ລາວ-ບຣູໄນ. ໃນໂອກາດດຽວກັນ, ຝ່າຍລາວ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ 2024, ສປປ ລາວ ພ້ອມຈະເຮັດວຽກຮ່ວມກັນກັບ ຝ່າຍບຣູໄນ ກໍຄື ຜູ້ນຳປະເທດສະມາຊິກອາຊຽນອື່ນໆ ເພື່ອຜົນປະໂຫຍດລວມຂອງຄອບຄົວອາຊຽນ ກໍຄື ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງຍິ່ງຂຶ້ນ.
ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...