Homeຂ່າວພາຍ​ໃນອອກໄປລ່າສັດແຕ່ຍິງຖືກກັນເສຍຊີວິດ

ອອກໄປລ່າສັດແຕ່ຍິງຖືກກັນເສຍຊີວິດ

Published on

ປກສ ເມືອງສິງ ແຂວງ ຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ມີນາ 2023 ມີເຫດການຍິງຖືກກັນເສຍຊິວິດ ຢູ່ຟາມງົວ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຮັບແຈ້ງກໍລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ປໍຍໍ ອາຍຸ 45 ປີ ອາຊີບ ກຳມະກອນ ພົບເຫັນມີຮ່ອງຮ່ອຍລູກໂດດ ຖືກຍິງທີ່ກະໂຫຼກຫົວທາງຫຼັງ ຈຳນວນ 3 ລູກເຂົ້າບ່ອນດຽວກັນ ມີຄວາມຍາວ 2,5 ຊັງຕິແມັດ ກ້ວາງ 1,2 ຊັງຕີແມັດ ມີຮ່ອງຮອຍຈຸດລູກປືນສອດອອກໜ້າຜາກ 1 ຈຸດໃຫຍ່ ມີຄວາມຍາວ 3 ຊັງຕີແມັດ ກ້ວາງ 2 ຊັງຕີແມັດ ພ້ອມທັງກັກຕົວຜູ່ກໍ່ເຫດໄດ້ 1 ຄົນ ຊື່ທ້າວ ອາກອງ ອາຍຸ 19 ປີ ອາຊີບ ກຳມະກອນ ທັງ 2 ຄົນ ແມ່ນຢູ່ ບ້ານອ້າຍຢາງ ເມືອງລອງ ແຂວງຫຼວງນ້ຳທາ.

ຈາກເຫດການດັ່ງກ່າວ ທ້າວ ອາກອງ ໄດ້ໃຫ້ການຕໍ່ເຈົ້າໜ້າທີວ່າ: ໃນຄັ້ງວັນທີ 2 ມີນາ 2023 ເວລາປະມານ 12 ໂມງ ທ້າວ ປໍຍໍ (ຜູ້ເສຍຊິວິດ) ເຊິ່ງເປັນພີ່ນ້ອງກັນ ທີ່ໄດ້ຮັບຈ້າງລ້ຽງງົວໃຫ້ກັບຄົນ ບ້ານເອີຫຼ້າໃໝ່ ໄດ້ໂທມາຫາແມ່ຂອງຕົນວ່າ ປັດຈຸບັນ ໄດ້ຈັບຄວາຍໄວ້ຢູ່ຄອກຈຳນວນໜຶ່ງ ຖ້າຜູ້ໃດທັນແມ່ນໃຫ້ພາກັນມາເບິ່ງ ເຊິ່ງອາດແມ່ນຄວາຍ ຈຳນວນທີ່ຊອກບໍເຫັນນັ້ນ ຈາກນັ້ນຜູ້ກ່ຽວກໍໄດ້ກິນເຂົ້າທ່ຽງແລ້ວ ກະກຽມເອົາເຄື່ອງໃຊ້ທີ່ຈຳເປັນ ແລະ ປືນແກບ 1 ກະບອກ ຍ່າງອອກໄປຫາຟາມງົວທີ່ ທ້າວ ປໍຍໍ (ຜູ້ເສຍຊິວິດ) ຢູ່ ເຊິ່ງໃຊ້ເວລາຍ່າງໄປ 1 ຊົ່ວໂມງ ໃນເມື່ອໄປຮອດແລ້ວທັງ 2 ຄົນ ໄດ້ພາກັນໄປເບິ່ງຄວາຍ ເຊິ່ງແມ່ນຄວາຍຂອງຜູ້ກ່ຽວ 4 ໂຕ ແຕ່ຍັງບໍທັນຄົບ ຈາກນັ້ນທັງສອງກໍໄດ້ລົມກັນ ວ່າມື້ນີ້ແມ່ນມືດແລ້ວ ພາກັນພັກຜ່ອນກ່ອນ ມື້ອື່ນຕອນເຊົ້າແລ້ວຄ່ອຍໄປຊອກຕື່ມ.

ພໍຕົກມາຮອດຕອນເຊົ້າຂອງວັນທີ 3 ມີນາ 2023 ເວລາປະມານ 10 ໂມງ ທັງ 2 ຕົນຈຶ່ງໄດ້ພາກັນກະກຽມເຄື່ອງໃຊ້ທີ່ຈຳເປັນ ພ້ອມກັບປືນແກບ ຄົນລະ 1 ກະບອກ ແລ້ວອອກໄປຊອກຫາຄວາຍ ພໍຮອດເວລາປະມານ 14 ໂມງ ພວກກ່ຽວແມ່ນໄດ້ຍິນສຽງໄກ່ປ່າເຂ່ຍໃບໄມ້ ຢູ່ບໍລິເວນຂອບເຂດນັ້ນ ທັງສອງຈຶ່ງໄດ້ພາກັນກະກຽມຫ້າງປື້ນຈອບຍິງ ຕົນແມ່ນໄດ້ຢູ່ທາງຫຼັງ ຂອງຜູ້ເສຍຊິວິດ ຢືນຫ່າງກັນໃນໄລຍະປະມານ 2 ແມັດ ພ້ອມທັງຫັນປາຍປືນໄປຫາທາງສຽງສັດ ໃນເວລານັ້ນຜູ້ເສຍຊິວິດໄດ້ຢູ່ທ່ານັ້ງ ແລ້ວໄດ້ເກາະໄກປືນຍິງໃສ່ໂຕຟານ 1 ບາດ ແລ້ວເຫັນໂຕຟານແລ່ນລົງມາທາງໜ້າຂອງພວກກ່ຽວ ຕົນຈຶ່ງໄດ້ເກາະໄກປືນຍິງໂຕຟານເພື່ອຍິງຊ້ຳໃຫ້ມັນຕາຍ ເວລາເກາະປືນນັ້ນ ຜູ້ເສຍຊິວິດໄດ້ຢືນຂຶ້ນກະທັນຫັນ ເຮັດໃຫ້ລູກປືນຂອງຕົນຖືກໃສ່ບໍລິເວນຫົວ ຂອງຜູ້ເສຍຊີວິດ ແລ້ວເຮັດໃຫ້ຜູ້ເສຍຊິວິດລົ້ມລົງກັບພື້ນ ກິ້ງລົງພູໄປປະມານ 1 ແມັດ ແລ້ວຕົນຈຶ່ງໄດ້ຟ້າວລົງໄປ ອຸ້ມເອົາຮ່າງຂອງຜູ້ເສຍຊິວິດ ແຕ່ສັງເກດເຫັນວ່າມີເລືອດໄຫຼອອກຈາກຫົວເປັນຈຳນວນຫຼາຍ ຄາດວ່າບໍ່ມີໂອກາດລອດແລ້ວ ຕົນຈຶ່ງໄດ້ແລ່ນ ກັບໄປຟາມງົວ ແລ້ວບອກໃຫ້ຄອບຄົວຜູ້ເສຍຊິວິດ ແລະ ປະຊາຊົນ ບ້ານກໍເພນ ມາຊ່ວຍນຳເອົາຮ່າງ ຜູ້ເສຍຊິວິດ ກັບໄປຟາມງົວ.

ປັດຈຸບັນ ທາງເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງສິງ ໄດ້ສົ່ງຜູ້ກ່ຽວໃຫ້ທາງ ກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ ສະຖານີວິທະຍຸກະຈາຍສຽງ ເມືອງສິງ ແຂວງຫຼວງນໍ້າທາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...