Homeຂ່າວພາຍ​ໃນໃນປີ 2022 ສາລະວັນເກັບກູ້ລະເບີດບໍ່ທັນແຕກໄດ້ໃນເນື້ອທີ່ 333 ເຮັກຕາ

ໃນປີ 2022 ສາລະວັນເກັບກູ້ລະເບີດບໍ່ທັນແຕກໄດ້ໃນເນື້ອທີ່ 333 ເຮັກຕາ

Published on

ທ່ານ ທອງເບີຍ ສິງຂາວເພັດ ຫົວໜ້າຫ້ອງການຜູ້ປະສານງານ ໂຄງການເກັບກູ້ລະເບີດແຫ່ງຊາດລາວປະຈໍາແຂວງສາລະວັນ ໄດ້ໃຫ້ສໍາພາດວ່າ: ໃນໄລຍະ 1 ປີຜ່ານມາ ໂຄງການເກັບກູ້ລະເບີດປະຈໍາແຂວງໄດ້ເອົາໃຈໃສ່ໂຄສະນາສຶກສາຄວາມສ່ຽງ ແລະ ວຽກງານທຳລາຍເຄື່ອນທີ່ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນວຽກງານການໂຄສະນາສຶກສາຄວາມສ່ຽງຕາມແຜນແມ່ນ 60 ບ້ານໃນນັ້ນມີ: ເມືອງສາລະວັນ ຕາມແຜນ 10 ບ້ານສໍາເລັດ 100%, ເມືອງຕະໂອ້ຍ 10 ບ້ານສໍາເລັດ 7 ບ້ານປະຕິບັດໄດ້ 70%, ເມືອງຕຸ້ມລານ 8 ບ້ານ, ເມືອງວາປີ 7 ບ້ານ, ເລົ່າງາມ 8 ບ້ານ, ຄົງເຊໂດນ 7 ບ້ານ ແລະ ເມືອງສະໝ້ວຍ 10 ບ້ານປະຕິບັດໄດ້ 100%, ວຽກງານສໍາຫຼວດນອກວິຊາການ ຕາມແຜນເຄື່ອນໄຫວມີ 12 ບ້ານ ປະຕິບັດໄດ້ 100%.

ວຽກງານສໍາຫຼວດດ້ານວິຊາການຕາມແຜນແມ່ນ 625 ເຮັກຕາ ຕົວຈິງປະຕິບັດໄດ້ເກີນແຜນໄດ້ 639 ເຮັກຕາ, ວຽກງານກວດກູ້ ຫຼື ເກັບກູ້ລະເບີດອອກຈາກພື້ນທີ່ຕາມແຜນເຄື່ອນໄຫວໃນເນື້ອທີ່ 337 ເຮັກຕາ ປະຕິບັດໄດ້ 333 ເຮັກຕາ ເທົ່າກັບ 93,33%, ໄດ້ເຄື່ອນໄຫວທໍາລາຍລະເບີດຕາມແຜນ. ຕາມການລາຍງານສຸກເສີນຂອງປະຊາຊົນ ຕາມແຜນມີ 61 ບ້ານ ປະຕິບັດໄດ້ 100%; ຜ່ານການປະຕິບັດວຽກງານຂອງໂຄງການໃນໄລຍະ 1 ປີຜ່ານມາ ດ້ານຕັ້ງໜ້າໄດ້ຮັບທຶນສະໜັບສະໜູນຈາກລັດຖະບານອາເມຣິກາ ແລະ ລັດຖະບານຂອງປະເທດຍີ່ປຸ່ນ.

ທ່ານໃຫ້ຮູ້ຕື່ມອີກວ່າ: ສຳລັບການເຄື່ອນໄຫວ ແມ່ນປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ, ອຳນາດການປົກຄອງ ແລະ ປະຊາຊົນ, ຜູ້ທີ່ຂາດເນື້ອທີ່ທຳການຜະລິດ, ຄອບຄົວຜູ້ທຸກຍາກ, ໃນນີ້ແມ່ນເລັ່ງໃສ່ກວດກູ້ເນື້ອທີ່ ທີ່ຜ່ານການຢັ້ງຢືນວ່າມີລະເບີດບົ່ມວ່ານ.

ພ້ອມນັ້ນ ຍັງໄດ້ຮຽກຮ້ອງວ່າ ຖ້າຫາກພົບເຫັນລະເບີດຢູ່ຕາມເນື້ອທີ່ທຳການຜະລິດໃຫ້ແຈ້ງອຳນາດການປົກຄອງ ແລະ ສະເໜີມາຍັງຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງຂອງຕົນ ເພື່ອແຈ້ງມາຍັງໂຄງການເກັບກູ້ລະເບີດໄປເກັບກູ້ ແລະ ທຳລາຍ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...