Homeຂ່າວຕ່າງປະເທດພົບວັດຖຸທາງການທະຫານໃນປ່າຂອງໂປແລນທີ່ຄາດວ່າແມ່ນລູກສອນໄຟຣັດເຊຍ

ພົບວັດຖຸທາງການທະຫານໃນປ່າຂອງໂປແລນທີ່ຄາດວ່າແມ່ນລູກສອນໄຟຣັດເຊຍ

Published on

ທາງການໂປແລນໄດ້ລາຍງານວ່າພົບວັດຖຸທາງການທະຫານ ທີ່ເປັນລູກສອນໄຟ KH-55 ຂອງຣັດເຊຍ ຢູ່ໃນປ່າຂອງປະເທດໂປແລນ.

ໂປແລນໄດ້ຮັບແຈ້ງເຕືອນກ່ຽວກັບ ອາດມີການຫົ່ວໄຫຼຂອງອາວຸດສົງຄາມໃນປະເທດເພື່ອນບ້ານກໍຄື ຢູເຄຣນ ໂດຍສະເພາະໃນເດືອນພະຈິກປີກາຍນີ້ມີຜູ້ເສຍຊີວິດ 2 ຄົນ ທີ່ຢູ່ໃກ້ຊາຍແດນ ໂດຍທາງການໂປແລນກ່າວວ່າເປັນລູກສອນໄຟປ້ອງກັນໄພທາງອາກາດຂອງຢູເຄຣນທີ່ຍິງຜິດພາດ.

ທາງການໂປແລນ ໄດ້ກ່າວໃນເດືອນເມສາທີ່ຜ່ານມານີ້ວ່າ ພົບວັດຖຸທາງການທະຫານໃນປ່າໃກ້ກັບຊາມອສ ທີ່ໃກ້ກັບທາງພາກເໜືອຂອງເມືອງບິສກັອສ ແຕ່ຍັງບໍ່ໄດ້ລາຍເງິນເພີ່ມເຕີມກ່ຽວກັບແຫຼ່ງທີ່ມາ.

ທາງດ້ານໄອຍະການກ່າວວ່າ ບໍ່ພົບຮ່ອງຮອຍຂອງການລະເບີດລູກສອນໄຟໃນບ່ອນເກີດເຫດ ໃນບໍລິເວນຊາຍແດນໂປແລນ-ຢູເຄຣນ ເບລາລຸສ ແລະ ຄາລິນິນກຣາດເຂດປົກຄອງຂອງຣັດເຊຍ.

ທັ້ງນີ້ ມີທັງສະຖານີວິທະຍຸ ແລະ ສະຖານີໂທລະທັດຂອງໂປແລນໄດ້ລາຍງານວ່າ  ວັດຖຸດັ່ງກ່າວແມ່ນລູກສອນໄຟຂອງຣັດເຊຍ.

ທີ່ມາ Reuters

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...