spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 42 ທີ່ອິນໂດເນເຊຍ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 42 ທີ່ອິນໂດເນເຊຍ

Published on

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໃນວັນທີ 10 ພຶດສະພາ 2023 ນີ້ ຢູ່ ລາບວນ ບາໂຈ ປະເທດອິນໂດເນເຊຍ ໂດຍການເປັນປະທານຂອງອິນໂດເນເຊຍ ພາຍໃຕ້ຄໍາຂວັນ”ອາຊຽນ ມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ແລະ ເຂົ້າຮ່ວມກອງປະຊຸມອື່ນໆທີ່ກ່ຽວຂ້ອງ.

อาจเป็นรูปภาพของ 10 คน, เรือ และ ข้อความ

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບຄົບຄະນະ, ຜູ້ນໍາອາຊຽນ ໄດ້ມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ໄດ້ຮັບຊາບຄວາມໜ້າຂອງການຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025. ພ້ອມນີ້, ຜູ້ນໍາອາຊຽນ ໄດ້ປຶກສາຫາລືື ກ່ຽວກັບການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ໄດ້ຢໍ້າເຖິງຄວາມສໍາຄັນໃນການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນ ໂດຍຜ່ານການຮ່ວມມືໃນບັນດາກົນໄກທີ່ອາຊຽນສ້າງຕັ້ງຂຶ້ນ; ຜູ້ນໍາອາຊຽນ ຍັງໄດ້ເຫັນດີຈັດກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ ໃນເດືອນຕຸລາ 2023 ທີ່ ປະເທດ ອາຣັບບີ ຊາອູດິດ, ກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນວັນທີ 16-18 ທັນວາ 2023 ທີ່ໂຕກຽວ ແລະ ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນວັນທີ 4-6 ມີນາ 2024 ທີ່ອົດສະຕຣາລີ.

ໂອກາດນີ້, ຜູ້ນໍາອາຊຽນ ໄດ້ພົບປະກັບບັນດາຜູ້ຕາງໜ້າຈາກ ສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ ຊຶ່ງຜູ້ນໍາອາຊຽນ ໄດ້ຮັບຟັງການລາຍງານກ່ຽວກັບການປະກອບສ່ວນຂອງ ສະ ມັດຊາລັດຖະສະພາລະຫວ່າງຊາດອາຊຽນ ໃນໄລຍະຜ່ານມາ ໃນຂະບວນການສ້າງປະຊາຄົມອາ ຊຽນ ແລະ ບັນດາກິດຈະກໍາ ແລະ ບູລິມະສິດຂອງການເປັນປະທານສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ ຂອງອິນໂດເນເຊຍ ໃນປີ 2023 ພາຍໃຕ້ຄໍາຂວັນ “ຄວາມເອົາໃຈໃສ່ຂອງລັດຖະສະພາ ເພື່ອປະກອບສ່ວນໃຫ້ອາຊຽນ ໃຫ້ມີສະຖຽນລະພາບ ແລະ ຄວາມສົມບຸນພູນສຸກ”.

ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນໄດ້ຮັບຊາບ ການລາຍງານກ່ຽວກັບການປະກອບສ່ວນຂອງຊາວໜຸ່ມ ໃນຂະບວນການສ້າງປະຊາຄົມ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງຊາວໜຸ່ມອາຊຽນ ທີ່ຈັດຂຶ້ນພາຍໃຕ້ຫົວຂໍ້:  “ການພັດທະນາດິຈິຕອນ ເພື່ອເປົ້າໝາຍການພັດທະນາແບບຍືນຍົງ”; ໃນການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍສະພາທີ່ປຶກສາທຸລະກິດອາຊຽນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສ້າງອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ເພື່ອປະກອບສວ່ນສ້າງອາຊຽນໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆ, ສາມາດແຂ່ງຂັນ ແລະ ສ້າງອາຊຽນໃຫ້ເປັນສູນກາງແຫ່ງການຂະຫຍາຍຕົວດ້ານເສດຖະກິດຂອງພາກພື້ນັ; ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫລັງປີ 2025, ຜູ້ນໍາອາຊຽນ ໄດ້ຊົມເຊີຍຄວາມຄືບໜ້າຂອງການປະຕິບັດວຽກງານຂອງຄະນະສະ ເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2022 ແລະ ໄດ້ຊຸກຍູ້ໃຫ້ໜ່ວຍງານດັ່ງກ່າວ ສືບຕໍ່ຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ໃຫ້ສໍາເລັດຕາມກໍານົດເວລາ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ພົບປະສອງຝ່າຍກັບ ທ່ານປະທານາທິບໍດີ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຕີມໍແລັດສະເຕ, ທ່ານນາຍົກລັດຖະ ມົນຕີມາເລເຊຍ, ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ, ທ່ານປະທານາທິບໍດີ ຟິລິບປິນ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ.

ຂ່າວ-ພາບ: ກຕທ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...