spot_img
Homeຂ່າວພາຍ​ໃນວາງຄາດໝາຍຈະສູ້ຊົນເພີ່ມຈໍານວນນາຍ ແລະ ພົນຕໍາຫຼວດ ເພດຍິງໃຫ້ຍົກລະດັບ

ວາງຄາດໝາຍຈະສູ້ຊົນເພີ່ມຈໍານວນນາຍ ແລະ ພົນຕໍາຫຼວດ ເພດຍິງໃຫ້ຍົກລະດັບ

Published on

ຄະນະກໍາມາທິການເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ.ປກສ) ໄດ້ວາງ ຄາດໝາຍໃນສົກປີ 2024-2025 ໂດຍຈະສູ້ຊົນເພີ່ມຈໍານວນນາຍ ແລະ ພົນຕໍາຫຼວດ ເພດຍິງໃນກໍາລັງປ້ອງກັນຄວາມສະຫງົບໃຫ້ໄດ້ຮັບການຍົກລະດັບທິດສະດີການເມືອງ, ວິຊາສະເພາະຂະແໜງການຕ່າງໆຫຼາຍຂຶ້ນ ໂດຍການຫັນເອົາວຽກງານສົ່ງເສີມຄວາມກ້າໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍໃນກໍາລັງ ປກສ ເຊື່ອມເຂົ້າໃນແຜນການ, ແຜນງານຂອງຂະແໜງການ ແລະ ເຊື່ອມເຂົ້າໃນ ວຽກງານກໍ່ສ້າງພະນັກງານ ເພື່ອສ້າງເງື່ອນໄຂໃຫ້ນາຍ ແລະ ພົນຕຳຫຼວດ ເພດຍິງໄດ້ຮັບການຍົກລະດັບ ແລະ ຖືກບັນຈຸເຂົ້າໃນຕຳແໜ່ງຕັດສິນບັນຫາຂັ້ນຕ່າງໆຫຼາຍຂຶ້ນ.

ຄາດໝາຍດັ່ງກ່າວ ໄດ້ຍົກໃຫ້ເຫັນໃນກອງປະຊຸມສະຫຼຸບການຈັດຕັ້ງ ແລະ ການເຄື່ອໄຫວຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ປກສ ໃນວັນທີ 10 ພຶດສະພາ 2023, ເປັນປະທານໂດຍ ພົຕ ວັນທອງກອງມະນີ ກໍາມະການສູນກາງພັກຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ, ມີບັນດາສະຫາຍໃນ ຄກມດ.ປກສ, ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ພັອ ວິໄລຄໍາ ສີຊານົນ ຫົວໜ້າກົມນິຕິກໍາ ແລະ ກົດໝາຍ ຫ້ອງວ່າການກະຊວງ ປກສ ໄດ້ ຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ ສົກປີ 2022-2023 ໃຫ້ຮູ້ວ່າ: ສົກປີຜ່ານມາ, ກະຊວງ ປກສ ໄດ້ປັບປຸງ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນກະຊວງ, ຫ້ອງວ່າການ, ກົມໃຫຍ່, ກົມ, ກອງບັນຊາການ, ວິທະຍາຄານເປັນແຕ່ລະໄລຍະ, ພ້ອມທັງປູກຈິດສຳນຶກ, ໂຄສະນາເຜີຍແຜ່, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງຕິດພັນກັບການປັບປຸງກົງຈັກການຈັດຕັ້ງຂັ້ນນໍາພາ-ບັນຊາຂັ້ນຕ່າງໆຢ່າງເໝາະສົມສາມາດຮັບປະກັນຄວາມສະເໝີພາບຍິງ-ຊາຍ; ອີງຕາມຂໍ້ມູນສະຖິຕິສົກປີ 2021-2022 ຂອງບັນດາກົມໃຫຍ່, ກົມ,ກອງບັນຊາການ ແລະ ວິທະຍາຄານ ທີ່ຂຶ້ນກັບກະຊວງ ປກສ ມີຄື: ແມ່ຍິງທີ່ຖືກບັນຈຸໃນຕໍາແໜ່ງ ຂັ້ນນໍາພາລາພັກ ປີ 2022 ລວມ ທັງຫມົດ 70 ສະຫາຍ ເທົ່າກັບ 9,92% ຂອງຈໍານວນນາຍ ແລະພົນຕໍາຫຼວດທັງໝົດ ທຽບໃສ່ປີ 2021 ຫຼຸດລົງ 7 ສະຫາຍ ເທົ່າກັບ 10%, ບັນຈຸເຂົ້າໃນຕໍາແໜ່ງຂັ້ນ ພາສາຍລັດ ມີ 604 ສະຫາຍເທົ່າກັບ 16,18% ທຽບໃສ່ປີ 2021 ເພີ່ມຂຶ້ນ 4 ສະຫາຍ ເທົ່າກັບ 0,66%, ຈໍານວນນາຍຕໍາ ຫຼວດເພດຍິງຍົກລະດັບທິດສະດີການເມືອງ ປີ 2022 ລວມ 11 ສະຫາຍ ເທົ່າກັບ 10,67% ທຽບໃສ່ປີ 2021 ເພີ່ມຂຶ້ນ 1 ສະຫາຍ ເທົ່າກັບ 10%, ຍົກລະດັບວິຊາສະເພາະ 134 ສະຫາຍ ເທົ່າກັບ 20,97% ທຽບໃສ່ປີ 2021 ເພີ່ມຂື້ນ 11 ສະຫາຍເທົ່າກັບ 8,20%, ນາຍ ແລະ ພົນຕໍາຫຼວດເພດຍິງ ໄດ້ຮັບການເລື່ອນຊັ້ນ II ຫາ ຊັ້ນ ພັນເອກ ໃນປີ 2022 ມີ 753 ສະຫາຍ ເທົ່າກັບ 30,01% ທຽບ ໃສ່ປີ 2021 ຫຼຸດລົງ 52 ສະຫາຍ ເທົ່າກັບ 6,90%, ໃນກອງປະຊຸມ ຍັງໄດ້ເຜີຍແຜ່ແຜນດໍາເນີນງານວຽກແມ່ ແລະ ເດັກ ກະຊວງປ້ອງກັນຄວາມສະຫງົບ 3 ປີ (2023-2025).

ທີ່ມາ ໜັງສືພິມ ປກສ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...