Homeຂ່າວຕ່າງປະເທດອາເມຣິກາປະກາດຢຸດສະຖານະການສຸກເສີນດ້ານໂຄວິດ-19

ອາເມຣິກາປະກາດຢຸດສະຖານະການສຸກເສີນດ້ານໂຄວິດ-19

Published on

ສະຫະລັດອາເມຣິກາ ປະກາດຢຸດສະຖານະການສຸກເສີນທາງສາທາລະນະສຸກຈາກການແພ່ລະບາດຂອງໂຄວິດໃນວັນທີ 11 ພຶດສະພານີ້ ພາຍຫຼັງທີ່ປະກາດສະຖານະການສຸກເສີນໂຄວິດ-19 ຄັ້ງທຳອິດຕອນ 3 ປີກ່ອນ.

ໃນວັນທີ 11 ພຶດສະພາ 2023 ທາງການສະຫະລັດອາເມຣິກາ ຈະຢຸດສະຖານະການສຸກເສີນດ້ານໂຄວິດ-19 ຢ່າງເປັນທາງການ ເພື່ອຈັດສັນເງິນທຶນ ແລະ ຊັບພະຍາກອນໃນປະເທດ ທີ່ໃຊ້ໃນການຕໍ່ສູ້ກັບພະຍາດໂຄວິດ-19 ທີ່ແພ່ລະບາດໄປທົ່ວໂລກ.

ກະຊວງສາທາລະນະສຸກ ແລະ ບໍລິການມະນຸດ ຂອງສະຫະລັດອາເມຣິກາ ຈັດແຜນປ່ຽນຈາກພາວະສຸກເສີນທາງສາທາລະນະສຸກ ໂດຍການຮັກສາ ແລະ ການກວດໂຄວິດ-19 ອາດຕ້ອງເສຍຄ່າໃຊ້ຈ່າຍເອງຕາມປະກັນສຸຂະພາບ ສ່ວນວັກຊີນປ້ອງກັນໂຄວິດອາດຈະຍັງມີຢູ່ຈົນເຖິງ 30 ກັນຍາ 2024 ໂດຍການຕັດສິນໃຈຈະຂຶ້ນຢູ່ກັບແຕ່ລະລັດ.

ນອກນີ້ ການບັງຄັບແບ່ງປັນຜົນການທົດສອບຈາກຫ້ອງປະຕິບັດການພະຍາດໂຄວິດ-19 ລວມເຖິງຂໍ້ມູນວັກຊີນລະດັບທ້ອງຖິ່ນ ແລະ ລັດ ກັບ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ ຈະສິ້ນສຸດລົງເມື່ອພາວະສຸກເສີນຢຸດລົງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...