Homeຂ່າວຕ່າງປະເທດເດັກນ້ອຍ ອາຍຸ 6 ປີ ພານ້ອງ 3 ປີ ຂັບລົດຫຼິ້ນໄກເກືອບ 3 ກິໂລກ່ອນເກີດອຸບັດຕິເຫດ

ເດັກນ້ອຍ ອາຍຸ 6 ປີ ພານ້ອງ 3 ປີ ຂັບລົດຫຼິ້ນໄກເກືອບ 3 ກິໂລກ່ອນເກີດອຸບັດຕິເຫດ

Published on

ໃນວັນທີ 10 ພຶດສະພາ 2023 ຜ່ານມາ, ເວັບໄຊ້ Sinchew ເຜີຍວ່າ: ເກີດອຸບັດຕິເຫດທີ່ໜ້າຕົກໃຈຂຶ້ນພາຍໃນພຶ້ນທີ່ລັງກາວີ, ປະເທດມາເລເຊຍ ພາຍຫຼັງເຈົ້າໜ້າທີ່ກວດພົບລົດໃຫຍ່ ໜ້າສົງໃສ ຄັນໜຶ່ງ ເຊິ່ງຄາດວ່າເມົາແລ້ວຂັບ ກຳລັງຂັບຢູ່ຫົນທາງກ່ອນທີ່ຈະເສຍຫຼັກຕຳເຂົ້າກັບເສົາໄຟຂ້າງທາງ ຈົນເຮັດໃຫ້ລົດຢຸດໃນທີ່ສຸດ.

ຈາກການກວດສອບຂອງເຈົ້າໜ້າທີ່ພົບວ່າ: ຜູ້ຂັບລົດໃຫຍ່ຄັນດັ່ງກ່າວບໍ່ແມ່ນຄົນເມົາ ແຕ່ເປັນເດັກນ້ອຍຜູ້ຊາຍທີ່ມີອາຍຸພຽງ 6 ປີ ແລະ ຜູ້ໂດຍສານຂອງລາວ ຄືນ້ອງຊາຍອາຍຸ 3 ປີ ຕາມການລາຍງານລະບຸວ່າ: ພວກເຂົາທັງສອງຂັບລົດມາໄກກວ່າ 2,5 ກິໂລແມັດ ກ່ອນທີ່ຈະປະສົບອຸບັດຕິເຫດ ໂດຍຄົນເປັນອ້າຍໄດ້ຮັບບາດເຈັບບໍລິເວນໃບໜ້າ ສ່ວນຜູ້ເປັນນ້ອງບໍ່ໄດ້ຮັບອັນຕະລາຍ ແລະ ເຈົ້າໜ້າທີ່ນຳຕົວທັງສອງໄປໂຮງມໍ່ລັງເກີດເຫດທັນທີ.

ຈາກການສອບສວນເບື້ອງຕົ້ນພົບວ່າ: ເດັກນ້ອຍທັງສອງ ອາໃສຢູ່ກັບຄອບຄົວທີ່ບ້ານ ເຊິ່ງຫ່າງຈາກຈຸດເກີດເຫດປະມານ 2,5 ກິໂລແມັດ ໂດຍທັງຄູ່ນອນຫ້ອງດຽວກັນກັບຜູ້ເປັນແມ່ ສ່ວນພໍ່ແຍກໄປນອນອີກຫ້ອງ, ຊ່ວງກ່ອນເກີດເຫດຜູ້ເປັນແມ່ລຸກໄປເຂົ້າຫ້ອງນ້ຳ ກ່ອນກັບມາທີ່ຫ້ອງແລ້ວພົບວ່າ ລູກຊາຍທັງສອງຫາຍຕົວໄປພ້ອມກັບລົດຢູູ່ບ້ານ.

ຢ່າງໃດກໍຕາມເຫດການທີ່ເກີດຂຶ້ນ ເປັນຄະດີອຸບັດຕິເຫດຈາກການຂັບຂີ່ໂດຍປະມາດ ເຮັດໃຫ້ຕົນເອງແລະ ຄົນອື່ນຕົກຢູ່ໃນອັນຕະລາຍ ເຈົ້າໜ້າທີ່ຈຶ່ງຕ້ອງມີການດຳເນີນການທາງກົດໝາຍ ລວມທັງພໍ່ແມ່ຜູ້ປົກຄອງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...