spot_img
Homeຂ່າວພາຍ​ໃນ3 ເດືອນຕົ້ນປີິ ສປປ ລາວ ສົ່ງອອກຜະລິດຕະພັນພືດລວມມູນຄ່າ 500 ກວ່າລ້ານໂດລາ

3 ເດືອນຕົ້ນປີິ ສປປ ລາວ ສົ່ງອອກຜະລິດຕະພັນພືດລວມມູນຄ່າ 500 ກວ່າລ້ານໂດລາ

Published on

ຕາມການລາຍງານຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໄລຍະ 3 ເດືອນຕົ້ນປີ 2023 ນີ້ ພາຍໃຕ້ການນຳພາ-ຊີ້ນຳ ແລະ ຊຸກຍູ້ສົ່ງເສີມ ຈາກລັດຖະບານ ກໍຄື ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສາມາດເຮັດໃຫ້ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດ ໄດ້ທັງໝົດ 3.032.517 ໂຕນ, ຄິດເປັນມູນຄ່າທັງໝົດ 507.644.615 ໂດລາສະຫະລັດ, ທຽບໃສ່ແຜນການ ປະຕິບັດໄດ້ແລ້ວ 56,40% (ແຜນການປີ 2023 ແມ່ນ 900 ລ້ານໂດລາສະຫະລັດ), ທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ ປະຕິບັດໄດ້ລື່ນ 19 ລ້ານກວ່າໂດລາສະຫະລັດ ຫລື ລື່ນ 5%.

ທ່ານ ບຸນຈັນ ກົມບຸນຍະສິດ ຍັງໃຫ້ຮູ້ອີກວ່າ: ສຳລັບ ສິນຄ້າທີ່ສົ່ງອອກ ປະກອບມີ: ມັນ ຕົ້ນ (ດິບ, ແຫ້ງ, ແປ້ງ) ສົ່ງອອກ 1.936.309 ໂຕນ, ອ້ອຍ 230.987 ໂຕນ, ໝາກກ້ວຍ 269.979 ໂຕນ, ໝາກໂມ 86.420 ໂຕນ ແລະ ສາລີແຂງ 49.235 ໂຕນ ເຊິ່ງສ່ວນໃຫຍ່ແມ່ນສົ່ງອອກໄປ ສປ ຈີນ, ຫວຽດນາມ ແລະ ໄທ.

ສຳລັບ ການນຳເຂົ້າພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດສາກົນ, ນຳເຂົ້າທັງໝົດ 98.671 ໂຕນ, ຄິດເປັນມີມູນຄ່າ 21.484.205 ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ, ນຳເຂົ້າເພີ່ມຂຶ້ນ 3 ລ້ານກວ່າໂດລາສະຫະລັດ ຫລື ເພີ່ມຂຶ້ນ 18% ເຊິ່ງສິນຄ້າທີ່ນໍາເຂົ້າສ່ວນໃຫຍ່ ແມ່ນບໍ່ສາມາດຜະລິດຢູ່ ສປປ ລາວ ພວກເຮົາໄດ້ ເປັນຕົ້ນ ໄມ້ກະຖິນນະລົງ ນຳເຂົ້າ 53.925 ໂຕນ, ກາກຖົ່ວເຫລືອງ 6.755 ໂຕນ, ກາກສະກັດເມັດພືດ 1.012 ໂຕນ ແລະ ກາກສາລີ 2.195 ໂຕນ. ໃນນັ້ນ, ແມ່ນນຳເຂົ້າຈາກປະເທດ ຫວຽດນາມ, ໄທ, ອິນເດຍ, ສະຫະລັດອາເມລິກາ, ຈີນ, ແບນຊິກ ແລະ ສະວີເດັນ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...