Homeຂ່າວພາຍ​ໃນມອບ-ຮັບ ຜູ້ຖືກຫາກັບຄືນປະເທດ

ມອບ-ຮັບ ຜູ້ຖືກຫາກັບຄືນປະເທດ

Published on

ໃນວັນທີ 5 ພຶດສະພາ 2023 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ, ສັນຊາດໄທ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດໄທ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ລາຊະອານາຈັກໄທ ໂດຍເຊິ່ງຝ່າຍລາວນຳໂດຍ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຝ່າຍລາຊະອານາຈັກໄທ ນຳໂດຍ ພັນຕຳຫຼວດເອກ ກິດມົງຄົນ ບູລະນະພັກດີ ຜູ້ກຳກັບການຕຳຫຼວດກວດຄົນເຂົ້າ-ອອກ ເມືອງໜອງຄາຍ ແຂວງໜອງຄາຍ ລາຊະອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

อาจเป็นรูปภาพของ 11 คน และ ข้อความພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນໃຫ້ຮູ້ວ່າ: ໃນຄັ້ງວັນທີ 27 ກຸມພາ 2023 ກົມຕໍາຫຼວດສືບສວນ-ສອບສວນ ໄດ້ຮັບໜັງສືຂໍຄວາມຮ່ວມມື ຂອງເຈົ້າໜ້າທີ່ຕໍາຫຼວດ ໜອງຄາຍ ລາຊະອານາຈັກໄທ ກ່ຽວກັບເລື່ອງ ຂໍຄວາມຮ່ວມມືສືບສວນ-ສອບສວນ ຕິດຕາມຈັບຕົວຜູ້ຖືກຫາ ຄົນສັນຊາດໄທ ທີ່ກະທຳຜິດແລ້ວເອົາຕົວຫຼົບໜີເຂົ້າມາລີ້ເຊື່ອງຢູ່ ສປປ ລາວ ຈຳນວນ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ ສັນຊາດໄທ ຕາມຄໍາສັ່ງຈັບຕົວຂອງສານສະລະບູລີ, ໃນຂໍ້ຫາ ຮ່ວມກັນກະທຳຄວາມຜິດຖານການຟອກເງິນ ແລະ ທ້າວ ສະກາດ ພັນທຸລີ ອາຍຸ 31 ປີ ສັນຊາດໄທ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຕິດຕາມ ຄົ້ນຫາ ຈົນສາມາດກັກຕົວທັງ 2 ໄດ້.

อาจเป็นรูปภาพของ 2 คน และ ข้อความ

ໂອກາດນີ້ ເຈົ້າຫນ້າທີ່ທັງ 2 ຝ່າຍ ກໍ່ໄດ້ລົງນາມໃນບົດບັນທຶກ ມອບ – ຮັບ ຜູ້ຖືກຫາ ໂດຍມີ ເຈົ້າຫນ້າທີ່ທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 4 คน

ທີ່ມາ ວິທະຍຸປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...