Homeຂ່າວພາຍ​ໃນຮັບໃບຢັ້ງຢືນເປັນພົນລະເມືອງລາວ ສັນຊາດລາວ

ຮັບໃບຢັ້ງຢືນເປັນພົນລະເມືອງລາວ ສັນຊາດລາວ

Published on

ຕອນເຊົ້າ ວັນທີ 4 ພຶດສະພາ 2023 ຜ່ານມາ, ຢູ່ທີ່ສະໂມສອນ ປກສ ເມືອງແອດໄດ້ຈັດພິທີຮັບຮອງເອົາຜູ້ຍົກຍ້າຍມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບ້ານບໍລິເວນຊາຍແດນລາວ-ຫວຽດນາມ ເຂົ້າເປັນພົນລະເມືອງລາວ, ໃຫ້ກຽດເຂົ້າຮ່ວມມອບໃບຢັ້ງຢືນໂດຍ ທ່ານ ອະນຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ແລະ ເປັນປະທານຮ່ວມໂດຍທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແອດ, ມີພະແນກການຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ-ຂັ້ນແຂວງ-ຂັ້ນກະຊວງ, ມີຄະນະພັກ-ນາຍບ້ານໆທີ່ມີບຸກຄົນເຂົ້າມາອາໄສແບບບໍ່ຖືກຕ້ອງຕາມລະບຽບ ພ້ອມດ້ວຍຜູ້ທີ່ຖືກຮັບຮອງເຂົ້າເປັນພົນລະເມືອງລາວໃນຄັ້ງນີ້ເຂົ້າຮ່ວມ.

ໃນວາລະດຳເນີນພິທີ ຄະນະຮັບຜິດຊອບໄດ້ຜ່ານເອກະສານທີ່ກ່ຽວຂ້ອງ ເຊິ່ງໃຫ້ຮູ້ວ່າ: ລັດຖະບານລາວໄດ້ອະນຸມັດໃຫ້ກະຊວງພາຍໃນ ອອກເອກະສານຈົດທະບຽນ ແລະ ອອກໃບຢັ້ງຢືນໃຫ້ສັນຊາດລາວ ແກ່ປະຊາຊົນຫວຽດນາມທີ່ມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບການໃນໄລຍະຜ່ານມາ ຢູ່ບໍລິເວນບ້ານທີ່ຕິດຈອດກັບຊາຍແດນລາວ-ຫວຽດນາມ ຢູ່ໃນ 7 ເມືອງທົ່ວແຂວງຫົວພັນ ເຊິ່ງມີ 720 ຄົນ, ຍິງ 617 ຄົນ, ໃນນີ້ມີ 119 ຄົນ, ຍິງ 96 ຄົນ ທີ່ອາໄສຢູ່ໃນ 33 ບ້ານຂອງເມືອງແອດ, ສະນັ້ນ ຄະນະຮັບຜິດຊອບຈິ່ງໄດ້ຈັດພິທີຮັບຮອງເອົາ ເປັນພົນລະເມືອງລາວ ສັນຊາດລາວ ຖືກຕ້ອງຕາມລະບຽບກົດໝາຍຂອງ ສ ປ ປ ລາວ.

ທີ່ມາ: ຫ້ອງການ ຖວທ ເມືອງແອດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...