Homeຂ່າວພາຍ​ໃນປກສ ແຂວງອຸດົມໄຊຈັບເປົ້າໝາຍ ຈຳໜ່າຍຢາເສບຕິດ ປະເພດຢາສູບໄຟຟ້າ

ປກສ ແຂວງອຸດົມໄຊຈັບເປົ້າໝາຍ ຈຳໜ່າຍຢາເສບຕິດ ປະເພດຢາສູບໄຟຟ້າ

Published on

ເຈົ້າໜ້າທີພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ດຳເນີນການສຶບຄົ້ນຫາເປົ້າໝາຍທີ່ມີການເຄື່ອນໄຫວຄ້າ – ຂາຍ ແລະ ຈຳໜ່າຍຢາເສບຕິດ ປະເພດຢາສູບໄຟຟ້າ ຢູ່ໃນເທດສະບານເມືອງໄຊ.

ຜ່ານການສືບຄົ້ນຫາຂອງເຈົ້າໜ້າທີສາມາດຮູ້ໄດ້ວ່າ ມີເປົ້າໝາຍທີມີການເຄື່ອນໄຫວຄ້າ – ຂາຍ ແລະ ຈຳໜ່າຍຢາເສບຕິດ ປະເພດຢາສູບໄຟຟ້າ, ຢູ່ 3 ຈຸດຄື: ບ້ານນາຫວານນ້ອຍ, ບ້ານຖິ່ນ ແລະ ບ້ານນາສ້າວ ເມືອງໄຊ ແຂວງອຸດົມໄຊ, ເຊິ່ງຕັ້ງເປັນຮ້ານຂາຍເຄື່ອງຍ່ອຍ, ຂາຍຂອງກີນສຸກ ແລະ ຂາຍເຄື່ອງດື່ມ ບັງໜ້າທັງແອບແຝງຂາຍ ແລະ ຈຳໜ່າຍສິ່ງເກືອດຫ້າມ, ໂດຍສະເພາະບັນຫາຢາເສບຕິດທຸກປະເພດທີ່ເປັນໄພອັນຕະລາຍເປັນສິ່ງເບື່ອເມົາຊາວໜຸ່ມ – ໄວໜຸ່ມ ທີ່ເປັນອານາຄົດຂອງຊາດ ແລະ ຍັງເປັນໜໍ່ແໜງປະກົດການຫຍໍ້ທໍ້ທີ່ເປັນກະແສຫາງສຽງສັງຄົມປະຈຸບັນ.

ຕໍ່ສະພາບການດັ່ງກ່າວ ກອງບັນຊາການ ປກສ ແຂວງອຸດົມໄຊ ຈື່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະລົງສະກັດກັ້ນແກ້ໄຂບັນຫາດັ່ງກ່າວດ້ວຍມາດຕະການທີ່ເຂັມງວດ ໂດຍສົມທົບແໜ້ນກັບຫຼາຍພາກສ່ວນ ເຂົ້າຮ່ວມແກ້ໄຂຢ່າງເດັດຂາດ, ພໍຮອດເວລາ 22 ໂມງ 48 ນາທີ ຂອງວັນທີ່ 25 ເມສາ 2023 ທາງເຈົ້າໜ້າທີຈິ່ງໄດ້ເຂົ້າມ້າງຈຸດເປົ້າໝາຍດັ່ງກ່າວ ໃນກໍລະນີເຊິ່ງໜ້າ ແລະ ຮີບດ່ວນ ດ້ວຍຮູບການເຂົ້າຈັບກຸມ ແລະ ກວດຄົ້ນຮ້ານຂາຍເຄື່ອງ, ຫ້ອງພັກຂອງເປົ້າໝາຍທັງ 3 ຈຸດ, ຜ່ານການຈັດຕັ້ງປະຕິບັດສາມາດກັກເປົ້າໝາຍໄດ້ 1 ຄົນຄື: ນາງ ສຸດໃຈ ຫຼື ກະແລມ, ອາຍຸ 30 ປີ, ອາຊີບປະຊາຊົນ, ຢູ່ບ້ານຖິ່ນ, ເມືອງໄຊ ແຂວງອຸດົມໄຊ, ພ້ອມຂອງກາງຢາເສບຕິດ ປະເພດຢາສູບໄຟຟ້າຈຳນວນ 110 ອັນ, ອຸປະກອນທີ່ກ່ຽວຂ້ອງຈໍານວນຫຼາຍລາຍການ, ເງີນກີບ 1ລ້ານກ່ວາກີບ ແລະ ໂທລະສັບ 1 ເຄື່ອງ.

ປັດຈຸບັນລາຍຄະດີດັ່ງກ່າວທາງເຈົ້າໜ້າທີພວມເລັ່ງສືບສວນ – ສອບສວນເພື່ອຂະຫຍາຍຜົນຫາກຸມແກ້ງ, ພັກພວກທີ່ຮ່ວມຂະບວນການ ເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
ອ້າງອີງ: ຂ່າວ ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...