Homeຂ່າວຄາດຕະກຳເຫດລົງມືທໍາຮ້າຍຮ່າງກາຍຈົນເສຍຊີວິດ

ເຫດລົງມືທໍາຮ້າຍຮ່າງກາຍຈົນເສຍຊີວິດ

Published on

ໃນວັນທີ 30 ເມສາ 2023 ຜ່ານມາ, ເວລາ 7 ໂມງ 10 ນາທີ ເຈົ້າໜ້າທີ່ ຕໍາຫຼວດ ປກສ ແຂວງອຸດົມໄຊໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໃນເວລາປະມານ 5 ໂມງໄດ້ມີເຫດການທໍາຮ້າຍຮ່າງກາຍ ຢູ່ຈຸດຮັບຝາກລົດຂອງຫ້ານອາຫານ ແຫ່ງໜຶ່ງ ເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ດັ່ງນັ້ນທາງຄະນະບັນຊາຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊຈຶ່ງແຕ່ງຕັ້ງໜ່ວຍງານວິຊາສະເພາະ ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາ ຊັນນະສູດສະຖານທີເກີດເຫດຈຶ່ງຮູ້ໄດ້ວ່າ:ມີມູນຄວາມຈິງແທ້, ຜູ້ຖືກທໍາຮ້າຍຮ່າງກາຍເປັນເພດຊາຍ ຊື່ທ້າວ ຢ່າຊົງ ອາຍຸ 12 ປີ,ຢູ່ບ້ານພູຂຽວ ເມືອງໄຊ,ຕາມຮ່າງກາຍມີຮ່ອງຮອຍບາດແຜຖືກແທງດ້ວຍຂອງມີຄົມຫຼາຍກ່ວາ 10 ຈຸດ,ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ແລະ ເຈົ້າໜ້າທີ່ໄດ້ທໍາການປະຖົມພະຍາບານຂັ້ນເບື້ອງຕົ້ນ ແລ້ວນໍາສົ່ງໂຮງໝໍ ແຕ່ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ.

ຈາກເຫດການດັ່ງກ່າວ ທາງເຈົ້າໜ້າທີ່ກໍ່ໄດ້ຮີບຮ້ອນສືບຄົ້ນຫາ ແລະ ຂຶ້ນບັນຊີເປົ້າໝາຍທີ່ລົງມືກໍ່ເຫດຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍ, ມາໃນວັນທີ 01 ພຶດສະພາ 2023 ຈຶ່ງກັກຕົວຜູ້ລົງມືກໍ່ເຫດໄດ້ 01 ຄົນ ຊື່ທ້າວ ຕູ່ວາ ອາຍຸ 18 ປີ, ອາຊີບ ວ່າງງານ ຢູ່ບ້ານມົກກົກ ເມືອໄຊ ແຂວງອຸດົມໄຊ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ (ທ້າວ ຕູ່ວາ)ຜູ້ກໍ່ເຫດໄດ້ໃຫ້ສາລະພາບວ່າ:ໄດ້ລົງມືທໍາຮ້າຍຮ່າງກາຍ(ທ້າວ ຢ່າຊົງ) ຜູ້ເສຍຊີວິດແທ້, ສ່ວນແຮງຈູງໃຈແມ່ນຍ້ອນຂໍຫຼິ້ນໂທລະສັບນຳ ທ້າວ ຢ່າຊົງ ຫຼາຍຄັ້ງແຕ່ຜູ້ກ່ຽວບໍ່ຍິນຍອມໃຫ້ຫຼິ້ນຈຶ່ງເອົາຟາມືຟາດໃສ່ຫົວ ທ້າວຢ່າຊົງ 1 ບາດ ແລ້ວເອົາ(ມີດຕັດ)ທີ່ພົກພາໃນມື ແທງໃສ່ບໍລິເວນຮ່າງກາຍ ແລະ ຫົວຈົນເຮັດໃຫ້ ທ້າວຢ່າຊົງ ໝົດສະຕິ ຈາກນັ້ນໄດ້ເອົາ(ມີດຕັດ)ທີ່ໃຊ້ກໍ່ເຫດຖິ້ມໃສ່ຮ່ອງລະບາຍນໍ້າໃກ້ກັບຈຸດເກີດເຫດ ແລ້ວເອົາຕົວລົບໜີໄປເສັ້ນທາງເລກທີ 13 ເໜືອ ຮອດກິໂລແມັດທີ 7 ເຂດບ້ານໂຮມໄຊ ເມືອງໄຊ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ທ້າວໃຈ ຜູ້ຮູ້ເຫັນເຫດການ ( ນ້ອງຊາຍຜູ້ເສຍຊິວິດ ) ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ອີກວ່າ: ເວລາປະມານ 00 ໂມງ ຂອງວັນທີ 29 ເມສາ 2023, ຜູ້ກ່ຽວກັບອ້າຍ ຊື່ ທ້າວຢ່າຊົງ ( ຜູ້ເສຍຊີວິດ ) ແລະ ທ້າວ ຍີ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໄດ້ພາກັນໄປຂໍເງິນ ( ຂໍທານ ) ຢູ່ຮ້ານອາຫານ ໃກ້ຄຽງຈຸດເກີດເຫດ ແຕ່ຮ້ານໄດ້ປິດແລ້ວ ພວກຕົນ ຈຶ່ງພາກັນນອນຢູ່ຕູບບ່ອນຮັບ-ຝາກລົດຂອງຮ້ານ, ຈົນຮອດເວລາປະມານ 4 ໂມງ ຂອງວັນທີ 30 ເມສາ 2023 ມື້ຕໍ່ມາ ຈຶ່ງໄດ້ມີ ທ້າວຕູ່ວາ ບໍ່ຮູ້ທີ່ຢູ່, ໄດ້ເດີນເຂົ້າມາບ່ອນພວກຕົນນອນພັກຢູ່, ແລ້ວຂໍຫຼີ້ນໂທລະສັບນໍາທ້າວ ຢ່າຊົງ ( ຜູ້ເສຍຊີວິດ ) ແຕ່ຜູ້ກ່ຽວ ປະຕິເສດ ບໍ່ໃຫ້ຫຼີ້ນເພາະຢ້ານໂທລະສັບເປ່ເພ, ຈາກນັ້ນທ້າວ ຕູ່ວາ ຈຶ່ງໄດ້ຖາມຫຼີ້ນຕື່ມອີກ, ພ້ອມທັງຈະເອົາເງີນໃຫ້ ແຕ່ທ້າວຢ່າຊົງ ກໍ່ບໍ່ຍອມໃຫ້ ຈາກນັ້ນທ້າວ ຕູ່ວາ ໄດ້ເອົາຟາມືຟາດໃສ່ຫົວຂອງທ້າວ ຢ່າຊົງ ຈໍານວນ 1 ບາດ, ເຮັດໃຫ້ທ້າວ ຢາຊົງ ລົ້ມລົງ, ແລ້ວ ທ້າວ ຕູ່ວາ ໄດ້ເອົາວັດຖຸຄ້າຍຄືມີດ ແທງໃສ່ທ້າວ ຢ່າຊົງ ຈໍານວນ ຫຼາຍບາດ, ຫຼັງຈາກແທງແລ້ວ ທ້າວ ຕູ່ວາ ກໍ່ໄດ້ເອົາຕົວລົບໜີ.
ປະຈຸບັນຄະດີດັ່ງກ່າວ ພວມດໍາເນີນຕາມຂັ້ນຕອນຂອງລະບຽບກົດໝາຍ.

ທີ່ມາ: ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...