Homeຂ່າວພາຍ​ໃນສາຍການບິນສາກົນນະຄອນຫຼວງວຽງຈັນ-ນະຄອນຊາງສາ ບິນໂດຍກົງ ໄດ້ຟື້ນຟູການບໍລິການຢ່າງເປັນທາງການ

ສາຍການບິນສາກົນນະຄອນຫຼວງວຽງຈັນ-ນະຄອນຊາງສາ ບິນໂດຍກົງ ໄດ້ຟື້ນຟູການບໍລິການຢ່າງເປັນທາງການ

Published on

ວັນທີ 28 ເມສາ ເວລາ 16:40 ໂມງ ຍົນໂດຍສານລຸ້ນ 320 ຂອງບໍລິສັດ​ສາຍການບິນລາວ ຫຼັງຈາກໄດ້ບິນ​ກວ່າ 2 ຊົ່ວໄດ້ລົງຈອດຢູ່ສະໜາມບິນຮວງຮວາ ນະຄອນຊາງສາແຂວງຫູໜານ, ຊຶ່ງເຫດຫານດັ່ງກ່າວ ໄດ້ໝາຍເຖິງວ່າ ສາຍການບິນ ສາກົນນະຄອນຫຼວງວຽງຈັນ – ນະຄອນຊາງສາ ໄດ້ຟື້ນຟູການບໍລິການຢ່າງເປັນທາງການແລ້ວ.

ສາຍການບິນ ສາກົນນະຄອນຫຼວງວຽງຈັນ – ນະຄອນຊາງສາ ໄດ້ເປີດບໍລິການນໍາໃຊ້ຕັ້ງແຕ່ປີ 2015, ໄດ້ຢຸດເຊົາການບິນຍ້ອນການລະບາດຂອງພະຍາດໂຄວິດ-19. ສາຍການບິນດັ່ງກ່າວຫຼັງຈາກຟື້ນຟູການບໍລິການແລ້ວ ຈະມີການບິນໄປກັບໃນວັນຈັນ ແລະ ວັນສຸກ. ເວລາບິນຈາກນະຄອນຫຼວງວຽງຈັນຫາຊາງສາ ແມ່ນ 13:25 – 16:40 ແລະ ເວລາການບິນຈາກຊາງສາຫານະຄອນຫຼວງວຽງຈັນແມ່ນ 17:40 – 19:10 (ເວລາດັ່ງກ່າວລ້ວນແຕ່ເປັນເວລາຂອງທ້ອງຖິ່ນ, ຊຶ່ງເວລານະຄອນຫຼວງວຽງຈັນຈະຊ້າກວ່າເວລາຂອງຈີນ 1 ຊົ່ວໂມງ).

ໃນ​ຊຸມ​ປີມານີ້, ແຂວງຫູໜານ ແລະ ສປປ ລາວ ສືບຕໍ່ມີການພົວພັນ ແລະ ແລກປ່ຽນຢ່າງແໜັ້ນແຟ້ນ, ແຂວງຫູໜານ ກັບ ບັນດານະຄອນ ແລະ ກິ່ງແຂວງຂອງແຂວງຫູໜານໄດ້ຜູກສາຍສໍາພັນເປັນ ເມືອງມິດຕະພາບກັນ. ປີ 2017, ສປປ ລາວ ໄດ້ສ້າງຕັ້ງສະຖານກົງສຸນໃຫຍ່ທີ່ ນະຄອນສາງຊາ. ປີ 2019, ຖານຝຶກອົບຮົມດ້ານອາຊີວະສຶກສາ ຕ່າງກໍໄດ້ສ້າງຕັ້ງຂຶ້ນທີ່ ນະຄອນສາງຊາ ແລະ ນະຄອນຫຼວງວຽງຈັນ.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...