Homeຂ່າວພາຍ​ໃນເມືອງໜອງແຮດ ແຂວງຊຽງຂວາງ ສະກັດກັ້ນ ແລະ ຂ້າທຳລາຍລຸກໝູທີ່ລັກລອບນຳເຂົ້າຈາກ ສສ ຫວຽດນາມ

ເມືອງໜອງແຮດ ແຂວງຊຽງຂວາງ ສະກັດກັ້ນ ແລະ ຂ້າທຳລາຍລຸກໝູທີ່ລັກລອບນຳເຂົ້າຈາກ ສສ ຫວຽດນາມ

Published on

ໃນວັນທີ 23 ເມສາ 2023 ນີ້ເຈົ້າໜ້າທີ່ສັດຕະວະແພດ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໜອງແຮດ ແລະ ເຈົ້າໜ້າທີ່ ປກສ ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ກວດພົບເຫັນແມ່ຄ້າຈຳນວນໜື່ງທີ່ລັກລອບນຳເຂົ້າລູກໝູ ຈາກ ສສ ຫວຽດນາມຈຳນວນ 205 ໂຕ ແລະ ໄດ້ຢຶດໝູຈຳນວນດັ່ງກ່າວໄວ້.

อาจเป็นรูปภาพของ 1 คน

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໜອງແຮດ ຈື່ງໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ເກັບເອົາຕົວຢ່າງໝູສົ່ງໄປສູນວິໄຈພະຍາດຢູ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້, ຜົນຂອງການວິໄຈດ້ວຍ ເຕັກນິກ Real Time PCR ໂດຍສູນວິໄຈພະຍາດສັດ ໄດ້ຢັ້ງຢືນຜົນການວິໄຈແມ່ນພົບເຊື້ອພະຍາດອະຫິວາໝູອາຟຣິກາຈຳນວນ 10 ຕົວຢ່າງທີ່ສົ່ງໄປວິໄຈນັ້ນ ເພື່ອຕອບໂຕ້ບໍ່ໃຫ້ພະຍາດແຜ່ອອກໄປສູ່ວົງກວ້າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ຮີບຮ້ອນດຳເນີນການທາງດ້ານວິຊາການ ໃນການປ້ອງກັນພະຍາດອະຫິວາໝູອາຟຣິກາຢ່າງເຂັ້ມງວດ.

อาจเป็นรูปภาพของ 2 คน

ດັ່ງນັ້ນມາໃນວັນທີ 26 ເມສາ 2023 ນີ້ທ່ານ ຫົງທອງ ພີມມະສອນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ທ່ານ ໄທຢ່າງ ໄຊຈູ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໜອງແຮດ ໄດ້ນຳພາທີມງານ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງນຳເອົາໝູຈຳນວນດັ່ງກ່າວໄປຂ້າທຳລາຍຖີ້ມ ດ້ວຍການໃຊ້ລົດຈົກຂຸດຂຸມເລິກ 5 ແມັດ ກວ້າງ 4 ແມັດ ເພື່ອຝັງໝູຈຳນວນດັ່ງກ່າວ ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອຂອງເມືອງໜອງແຮດ ແຂວງຊຽງຂວາງ ພ້ອມທັງໃຊ້ແປ້ງຂ້າເຊື້ອ, ສີດຢາຂ້າເຊື້ອໃສ່ບ່ອນຝັງໝູ ແລະ ໃສ່ລົດທີ່ບັນທຸກໝູ ເພື່ອປ້ອງກັນບໍ່ໃຫ້ເກີດມີເຊື້ອພະຍາດອະຫິວາໝູອາຟຣິກາ ແຜ່ລາມໄປສະຖານທີ່ອື່ນໆ.

ທີ່ມາ Media Lao

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...