spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວ

ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວ

Published on

ວັນທີ 27 ເມສາ 2023, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ, ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫລັອຂອງລັດຖະບານຍີ່ປຸ່ນ ຄັ້ງນີ້, ຊ່ວຍເພີ່ມທະວີຄວາມສາມາດໃນການຈັດ ຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ຄື: ແຂວງເຊກອງ, ສາລະວັນ ແລະ ແຂວງຈໍາປາສັກ ເພື່ອການພັດໝາຍໝັ້ນຢ່າງຕັ້ງໜ້າຂອງລັດຖະບານຍີ່ປຸ່ນ ໃນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ມີຄວາມປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກ ໃນຕໍ່ໜ້າ ໂດຍສະເພາະແມ່ນເປັນການສືບຕໍ່ປະກອບສ່ວນ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.

ນັບແຕ່ປີ 1996 ເປັນຕົ້ນມາ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຊຸກຍູ້ວຽກງານເກັບກູ້ລະເບີດບໍ່ທັນແຕກຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ໃນນັ້ນ,ປະ ກອບມີການຊ່ວຍເຫລືອວຽກງານດ້ານເຕັກນິກ, ການສະໜອງອຸປະກອນເຄື່ອງມື ແລະ ການພັດທະນາບຸກຄະລາກອນ ກໍຄື ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານໃນຂົງເຂດວຽກງານເກັບກູ້ລະເບີດບໍ່ທັນແຕກ.

ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນເຖິງຜົນກະທົບໃນຫລາຍດ້ານ ຈາກລະເບີດຕົກຄ້າງບໍ່ທັນແຕກ ເປັນຕົ້ນ ພື້ນທີ່ທໍາການຜະລິດ ເພື່ອການທໍາມາຫາກິນ, ການສ້າງບ່ອນຢູ່ອາ ໄສຂອງປະຊາຊົນ ທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກ, ກ້າວໄປເຖິງການໄດ້ຮັບບາດເຈັບ ຫລື ເສຍຊີວິດຂອງປະຊາຊົນ. ນັບແຕ່ສະໄໝສົງຄາມອິນດູຈີນ ໃນປີ 1964-1973, ປະເທດລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ, ເຊິ່ງມີລະເບີດຫລາຍກວ່າ 2 ລ້ານໂຕນ ຫລື ຫລາຍກວ່າ 270 ລ້ານໜ່ວຍ ຖືກຖິ້ມລົງໃນດິນແດນຂອງ ສປປ ລາວ. ໃນນັ້ນ ມີ 80 ລ້ານໜ່ວຍ ຍັງບໍ່ທັນແຕກພາຍຫລັງຖືກຖິ້ມລົງ ແລະ ຍັງຕົກຄ້າງຝັງຢູ່ໃນຫລາຍພື້ນທີ່ກວມເຖິງ 18 ແຂວງທົ່ວປະເທດ, ຜ່ານມາມີຜູ້ໄດ້ຮັບຜົນກະທົບແລ້ວຫລາຍກວ່າ 22.000 ຄົນ. ມາຮອດປັດຈຸບັນ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ສາມາດປະຕິບັດໄດ້ ຍັງບໍ່ເຖິງ 10% ຂອງພື້ນທີ່ ທີ່ມີລະເບີດຕົກຄ້າງທັງໝົດ.

ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈມາຍັງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ໂຄງການຊ່ວຍເຫລືອຄັ້ງນີ້ ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ.

ຂະນະດຽວກັນ, ທ່ານ ໂຄບະຢະຊິ ເຄນອິຈິ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...