Homeຂ່າວພາຍ​ໃນແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ

ແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ

Published on

ອີງຕາມການລາຍງານຂອງ ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ເມື່ອວັນທີ 24ເມສາ 2023 ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດຕາມວຽກຈຸດສຸມ,ຜ່ານການເຄື່ອນໄຫວຕົວຈິງ ໄລຍະ 3 ເດືອນຕົ້ນປີ 2023 ນີ້ ໄດ້ທັບມ້າງລາຍຄະດີຢາເສບ ຕິດໄດ້ທັງໝົດ 28 ເລື່ອງ, ຈັບຜູ້ຖືກຫາໄດ້ 45 ຄົນ ຍິງ 9 ຄົນ, ຢຶດຂອງກາຢາບ້າໄດ້ 12.645 ເມັດ, ເງີນກີບ 6 ລ້ານກວ່າກີບ, ໂທລະສັບ 25 ໜ່ວຍ, ລົດຈັກ 7 ຄັນ,ລົດໃຫຍ່ 1 ຄັນ ແລະ ອື່ນໆ.

ໃນຂະນະດຽວ ກັນໄລຍະທີ່ຜ່ານມາ ໄດ້ຂື້ນບັນຊີ້ເປົ້າ ໝາຍຄ້າຂາຍຢາເສບຕິດ ໃນທົ່ວແຂວງໄດ້ທັງໝົດ 666 ຄົນ, ຍິງ 93 ຄົນ, ທັບມ້າງໄດ້ 252 ຄົນ, ຍິງ 50 ຄົນ, ເປົ້າໝາຍເອົາຕົວລົບໜີອອກຈາກພື້ນທີ່ 26 ຄົນ ຍິງ 1 ຄົນ, ຍັງເຫຼືອຕົວຈິງ 388 ຄົນ, ຍິງ 42 ຄົນ, ສ່ວນບັນຊີເປົ້າໝາຍການເສບຢາ ໃນທົ່ວແຂວງ ມີທັງໝົດ 1.329 ຄົນ, ຍິງ 73 ຄົນ, ໄດ້ສຶກສາອົບຮົມແລ້ວ 295 ຄົນ ຍິງ 22 ຄົນ, ເອົາໄປບໍາບັດປິ່ນປົວ 61 ຄົນ, ຍັງຄ້າງ 973 ຄົນ ຍິງ 51 ຄົນ.

ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນ ຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໄລຍະ 3 ເດືອນຜ່ານມາ ທາງກອງບັນຊາການປ້ອງກັນຄວາມສະຫງົບ ຂອງແຂວງ ຍັງໄດ້ຖືເອົາວຽກງານໂຄສະນາເຜີຍແຜ່ລະ ບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ເປັນວຽກສໍາຄັນ, ໂດຍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດຢູ່ບັນດາສະຖາບັນການສຶກສາ, ກຸ່ມບ້ານ ລວມ 20 ຄັ້ງ ມີຜູ້ເຂົ້າ ຮ່ວມຮັບຟັງທັງໝົດ 2.904 ຄົນ ຍິງ 1.496 ຄົນ, ໄດ້ສ້າງແຜນເຄື່ອນໄຫວລົງຊຸກຍູ້,ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະນະ ພັກ-ຄະນະນໍາ ບັນດາພະແນກການອ້ອມຂ້າງ ແຂວງ, ເມືອງ, ບ້ານ, ບັນດາພະແນກການ, ຫ້ອງການທີ່ກ່ຽວຂ້ອງ, ເພື່ອເຮັດໜ້າທີ່ພາລະບົດບາດ ຈັດຕັ້ງປະຕິບັດໄປຕາມການແບ່ງປັນຄວາມຮັບຜິດຊອບທີ່ໄດ້ກໍານົດໃນວາລະແຫ່ງຊາດ .

ທີ່ມາ Lao National Radio

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...