Homeຂ່າວພາຍ​ໃນສກຂ ຄໍາມ່ວນ ຈັດການສອບເສັງຄັດເລືອກບັນຈຸລັດຖະກອນໃໝ່ ປະຈໍາປີ 2023

ສກຂ ຄໍາມ່ວນ ຈັດການສອບເສັງຄັດເລືອກບັນຈຸລັດຖະກອນໃໝ່ ປະຈໍາປີ 2023

Published on

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດການສອບເສັງຄັດເລືອກ ການຮັບ ແລະ ບັນຈຸເປັນລັດຖະກອນຄູໃໝ່ ປະຈໍາປີ 2023 ໂດຍການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເດດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນປະທານຮ່ວມ. ໃນວັນທີ 24 ເມສາ 2023 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກ ສກຂ ໄດ້ມີການເຕົ້າໂຮມ ແລະ ຜ່ານກົດລະບຽບການສອບເສັງ ໃຫ້ແກ່ອານຸກໍາມະການຮັບຜິດຊອບການສອບເສັງ ແລະ ບັນດານັກສອບ ຈໍານວນທັງໝົດ 107 ຄົນ, ຍິງ 80 ຄົນ.

ໃນວັນທີ 25 ເມສາ 2023 ການສອບເສັງດັ່ງກ່າວແມ່ນຈັດຂື້ນທີ່ໂຮງຮຽນມິດຕະພາບຄໍາມ່ວນ-ກວາງບິ່ງ ໄດ້ມີການສອບເສັງ ພາກຄວາມຮູ້ທົ່ວໄປ, ສອບເສັງ ພາກວິຊາສະເພາະ ເຊັນ: ຄູອະນຸບານ, ປະຖົມ, ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ປະຫວັດສາດ, ພູມສາດ, ICT, ພາສາອັງກິດ, ຄະນິດສາດ, ວິທະຍາສາດທໍາມະຊາດ, ຟີຊິກສາດ, ເຄມີສາດ ແລະ ຊີວະສາດ ແລະຍັງມີ ການສອບເສັງ ພາກປະຕິບັດຕົວຈິງ ແລະ ສໍາພາດ.

ທີ່ມາ ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...