Homeແຈ້ງການປິດການສັນຈອນເທີງຫນ້າຂົວຊົ່ວຄາວ ໃນໄລຍະສ້ອມແປງຂົວນໍ້າຄານເກົ່າ

ປິດການສັນຈອນເທີງຫນ້າຂົວຊົ່ວຄາວ ໃນໄລຍະສ້ອມແປງຂົວນໍ້າຄານເກົ່າ

Published on

ເຈົ້ານະຄອນ ຫຼວງພະບາງ ອອກແຈ້ງການ ເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ, ຜູ້ປະກອບການ ທີ່ສັນຈອນຜ່ານຂົວນໍ້າຄານ ເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ ກ່ຽວກັບການປິດການສັນຈອນເທີງຫນ້າຂົວຊົ່ວຄາວ ໃນໄລຍະສ້ອມແປງຂົວນໍ້າຄານເກົ່າ(ຂົວເບເລເກົ່າ) ບ້ານ ຫມື່ນນາ – ບ້ານເມືອງງາ ນະຄອນຫຼວງພະບາງ.

ອີງຕາມ ຫນັງສືແຈ້ງການຂອງພະແນກ ແຜນການ ແລະ ການລົງທຶນ ແຂວງ ຫຼວງພະບາງ ສະບັບເລກທີ 2060/ພຜທ, ລົງວັນທີ 21 ທັນວາ 2022 ວ່າດ້ວຍການຈັດຕັ້ງປະຕິບັດໂຄງການທີ່ນໍາໃຊ້ບ້ວງເງີນ 80 ລ້ານບາດຂອງບໍລິສັດໄຊຍະບູລີພາວເວີ ສະຫນັບສະຫນູນ ເພື່ອມາພັດທະນາແຂວງ ຫຼວງພະບາງ. ອີງຕາມ ແຜນພັດທະນາພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ 5 ປີ ຂອງນະຄອນ ຫຼວງພະບາງ
ເຈົ້ານະຄອນຫຼວງພະບາງ ແຈ້ງການມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ, ຜູ້ປະກອບການ ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງແຂກພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມ ນະຄອນ ຫລວງພະ ບາງ ທີ່ສັນຈອນຜ່ານຂົວນໍ້າຄານເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ ນະຄອນຫຼວງພະບາງ ຮັບຊາບວ່າ: ປະຈຸບັນ ຂົວນໍ້າຄານເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດ ຊ່ອງການສັນຈອນເທິງຫນ້າຂົວຊົ່ວຄາວ ໃນລະຫວ່າງວັນທີ 22 ເມສາ 2023 – 10 ພຶດສະພາ 2023 ເພື່ອຮັບປະກັນ ການສ້ອມແປງໃຫ້ຖືກຕ້ອງຕາມມາດຖານເຕັກນິກ ແລະ ຮັບປະກັນຄວາມປອດໄພໃນໄລຍະການສ້ອມແປງ ເຊີ່ງລາຍ ລະອຽດໃນການປິດຊ່ອງຈາລະຈອນ ມີດັ່ງນີ້:
ວັນທີ 22 ເມສາ 2023 – ວັນທີ 10 ພຶດສະພາ 2023 ເວລາ 6:00 ໂມງ – 22:00 ໂມງ ປິດການ ສັນຈອນລົດເທິງຫນ້າຂົວຖາວອນ ເປັນເວລາ 20 ວັນ, ການສັນຈອນໃຫ້ເວັ້ນໄປນໍາໃຊ້ເສັ້ນທາງ 13 ເຫນືອ ຈົນກ່ວາຈະສ້ອມແປງສໍາເລັດ, ແລ້ວຈິ່ງເປີດສັນຈອນປົກກະຕິ.

ສ່ວນທາງຄົນຍ່າງ ແມ່ນເປີດນໍາໃຊ້ປົກກະຕິ ແຕ່ຕ້ອງລະວັງ ເພື່ອຄວາມປອດໄພ ໃນການຊົມໃຊ້.
ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ແລະ ພາກສ່ວນທີ່ກ່ຽວຂ້ອງປະຕິບັດດ້ວຍ. ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...