Homeຂ່າວພາຍ​ໃນຊຸກຍູ້ການພັດທະນາກະສິກຳແບບຍືນຍົງຂອງ ສປປ ລາວ

ຊຸກຍູ້ການພັດທະນາກະສິກຳແບບຍືນຍົງຂອງ ສປປ ລາວ

Published on

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຈັດກອງປະຊຸມການລົງທຶນດ້ານກະສິກຳແບບຢືນຍົງແຫ່ງຊາດ ຄັ້ງທຳອິດ ໃນວັນທີ 21 ເມາສາ 2023 ໂດບການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໝ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດປະຈຳ ສປປ ລາວ, ພ້ອມດ້ວຍ ສະພາການຄ້າເອີຣົບ, ສະພາການຄ້າອົດສະຕຣາລີ ແລະ ສະພາການຄ້າມາເລເຊຍ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດ ແລະ ພາກສ່ວນເອກະຊົນ ເຂົ້າຮ່ວມ ເພື່ອປຶກສາຫາລືການຊຸກຍູ້ການພັດທະນາກະສິກຳ ແບບຍືນຍົງຂອງ ສປປ ລາວ ເພື່ອ ຈະຊ່ວຍໃຫ້ ສປປ ລາວ ຫັນປ່ຽນຈາກປະເທດດ້ອຍພັດທະນາ ໄປສູ່ປະເທດທີ່ມີລາຍຮັບປານກາງ ໂດຍໃຫ້ສອດຄ່ອງກັບຍຸດທະສາດການປ່ຽນແປງ ຂອງລັດຖະບານ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ກະສິກຳເປັນຂະແໜງການໜຶ່ງທີ່ສຳຄັນຂອງເສດຖະກິດໃນ ສປປ ລາວ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ປະຊາ ຊົນໃນເຂດຊົນນະບົດເປັນຈໍານວນຫລວງຫລາຍ, ພ້ອມທັງເປັນສ່ວນປະກອບທີ່ສໍາຄັນ ເຂົ້າໃນລາຍຮັບພາຍໃນ(GDP) ຂອງປະເທດ, ກະສິກຳ ບໍ່ພຽງແຕ່ໜູນຊ່ວຍເສດຖະກິດຂອງປະເທດເທົ່ານັ້ນ ຫາກຍັງຮັບປະກັນການມີສະບຽງອາຫານທີ່ມີທາດບໍາລຸງ ແລະ ສານອາຫານທີ່ດີ ຫລື ເວົ້່້າອີກຢ່າງໜຶ່ງວ່າ ກະສິ ກຳເປັນກະດູກສັນຫລັງຂອງເສດຖະກິດໃນເຂດຊົນນະບົດຂອງ ສປປ ລາວ, ການພັດທະນາກະສິກຳແບບຍືນຍົງ ແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມໃນການເຕີບໂຕຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການຊຸກຍູ້ໃຫ້ພາກເອກະຊົນລົງທຶນໃນລະບົບຕ່ອງໂສ້ມູນຄ່າໃນຂະແໜງກະສິກຳ ໂດຍມີນະໂຍບາຍການເສຍອາກອນ, ມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງສິນເຊື່ອໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງ ແລະ ນະໂຍບາຍການໄຫລເຂົ້າ ແລະ ອອກຂອງເງິນທຶນ ລະຫວ່າງ ແລະ ໃນປະເທດ ເຊິ່ງໄດ້ຖືກປະກາດແລ້ວໃນກອງປະຊຸມທຸລະກິດລາວ ຄັ້ງທີ 14 ທີ່ຜ່ານມາ.

ທ່ານ ທອງພັດ ວົງມະນີ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ໄດ້ໃຫ້ຄວາມສໍາຄັນໃນການອອກໃບອະນຸຍາດໃນຂະແໜງການປຸງແຕ່ງສະບຽງອາຫານ ແລະ ສິນຄ້າກະສິກໍາ, ໃນກົດລະບຽບໃໝ່ນັ້ນຍັງໄດ້ລະບຸໄວ້ວ່າ ກິດຈະກໍາທີ່ມີຄວາມສ່ຽງຕໍ່າ ຈະບໍ່ຮຽກຮ້ອງໃຫ້ມີໃບອະນຸຍາດໃດໆ, ຂະບວນການປະຕິຮູບການລົງທຶນໃນຂະແໜງກະສິກຳນີ້ ຈະເປີດຊ່ອງທາງໃໝ່ໃຫ້ແກ່ບັນດາບໍລິສັດວິສາຫະກິດ ໃນ ສປປ ລາວ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...