Homeຂ່າວຕ່າງປະເທດຫຼິນຮຸ່ຍ ໝີແພນດ້າຈາກໄທ ໄດ້ເສຍຊີວິດແລ້ວ

ຫຼິນຮຸ່ຍ ໝີແພນດ້າຈາກໄທ ໄດ້ເສຍຊີວິດແລ້ວ

Published on

ຫຼິນຮຸ່ຍ ໝີແພນດ້າ ເພດເມຍ ອາຍຸ 21 ປີທີ່ສວນສັດຢູ່ຊຽງໃໝ່ ປະເທດໄທ ເສຍຊີວິດແລ້ວ.

ໃນຊ່ວງເຊົ້າວັນທີ 19 ເມສາ 2023 ມີການຖະແຫຼງຂ່າວກ່ຽວກັບ “ຫຼິນຮຸ່ຍ” ໝີແພນດ້າ ເພດເມຍ ໄດ້ເສຍຊີວິດດ້ວຍອາຍຸ 21 ປີ ຍ້ອນບັນຫາທາງດ້ານສຸຂະພາບ ປະກອບກັບອາຍຸທີ່ຫຼາຍພໍສົມຄວນ ຫຼິນຮຸ່ຍໄດ້ຖືກຮັກສາຈາກທີມສັດຕະວະແພດ ແຕ່ໄດ້ເສຍຊີວິດໃນທ້າຍທີ່ສຸດ.

ຫຼິນຮຸ່ຍ ໄດ້ກຳເນີດໃນວັນທີ 28 ກັນຍາ 2001 ທີ່ສູນວິໄຈແລະອະນຸລັກແພນດ້າຍັກ ເຂດອະນຸລັກອູ່ຫຼົງ ເມືອງເສິງຕູ ມົນທົນເສສວນ ປະເທດຈີນ ໝີໂຕນີ້ຢູ່ໃນຖານະທູດສັນຖະໄມຕີຈີນ-ໄທ ໃນວັນທີ 12 ຕຸລາ 2003 ຫຼັງຈາກນັ້ນຈຶ່ງໄດ້ກຳເນີດ ຫຼິນປິງ ໃນປີ 2009.

ຫຼິນຮຸ່ຍ ເປັນໝີແພນດ້າທີ່ມີຊື່ສຽງເລື່ອງຄວາມໜ້າຮັກ ມີແຟນຄັບເປັນຈຳນວນຫຼາຍ ທີ່ສຳຄັນຄວາມໜ້າຮັກນັ້ນໄດ້ໂດ່ງດັງມາເຖິງລາວເຮົາ ແລະ ອີກຫຼາຍປະເທດ ເຊິ່ງເຮົາກໍອາດໄດ້ຍິນຂ່າວກ່ຽວກັບໝີແພນດ້າໂຕນີ້.

ນອກນີ້ ຫຼິນຮຸ່ຍຍັງໄດ້ຮັບລາງວັນ ປະເພດ “ແພນດ້າຂວັນໃຈທີ່ເດີນທາງກັບປະເທດຈີນ” ແລະ “ແພນດ້າບຸກຄະລິກດີເລີດ” ຈາກການໂວດຂອງແຟນຄັບທົ່ວໂລກຜ່ານເວັບໄຊ້  Giant Panda ໃນປີ 2015.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...