Homeຂ່າວພາຍ​ໃນກອງບັນຊາການ ປກສ ແຂວງໄຊສົມບູນ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງທີ່ຜິດກົດໝາຍ

ກອງບັນຊາການ ປກສ ແຂວງໄຊສົມບູນ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງທີ່ຜິດກົດໝາຍ

Published on

ອີງຕາມ ໂທລະພາບແຂວງໄຊ ສົມບູນລາຍງານໃນວັນທີ 17 ເມສາ 2023 ຜ່ານມາໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງ ໄຊສົມບູນ ທໍາລາຍອາວຸດລ່າເນື້ອ ແລະ ເຄື່ອງທີ່ຜິດກົດຫມາຍ ໂດຍການເປັນປະທານ ພອຍຄໍາ ຮຸ່ງບຸນ ຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ທ່ານ ພັທ ອຸ ໄດ ອິນສຸວັນ ຮອງກອງບັນຊາການ ປກສ ແຂວງໄຊ ສົມບູນ.

ທ່ານ ພັທ ອຸໄດ ອິນສຸວັນ ຮອງກອງບັນຊາການ ປກສ ແຂວງໄຊສົມບູນ ຜ່ານບົດສະຫລຸບການຈັດຕັ້ງປະຕິບັດ ວິຊາສະເພາະ ໄລຍະທີ່ຜ່ານມາ, ຄະນະພັກ-ຄະນະບັນຊາ ປກສ ແຂວງໄດ້ເອົາໃຈໃສ່ ຊີ້ນໍານໍາພາ ແລະ ໄດ້ມອບໃຫ້ ຫ້ອງ 509 ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຜ່ານການຈັດຕັ້ງປະຕິບັດສາມາດເກັບກູ້ໄດ້ທັງຫມົດ.

ມີອາວຸດ ເສິກຈໍານວນ 112 ກະບອກ, ລູກປືນ 434 ລູກ ໃນນີ້ມີ ອາວຸດລ່າເນື້ອ 280 ກະບອກ, ລະເບີດ 10 ຫນ່ວຍ, ລູກ ຫວ່ານ 15 ກິໂລ ຫມາກຟ້າ 2 ກ້ອນ ແກັບຫມາກຟ້າ 7 ດອກ, ເລົາປືນແກັບ 48 ເລົາ, ທ້າຍປືນລ່າເນື້ອ 42 ອັນ, ເລົາປືນ m16 9 ເລົາ, ລູກປືນ m16 12 ລູກ, ຈັກສະຕິນ 4 ເຄື່ອງ, ຫມໍ້ຊອດປາ 3 ຫນ່ວຍ, ຫມໍ້ດູດປາ 6 ຫນ່ວຍ ແລະ
ເຄື່ອງຂອງທີ່ຜິດກົດຫມາຍຈໍານວນຫນຶ່ງ.

ທີ່ມາ: ປ້ອງກັນຄວາມສະຫົງບ ແຂວງໄຊສົມບູນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...