Homeຂ່າວຕ່າງປະເທດເຫດໄຟໄໝ້ໂຮງໝໍໃນກຸງປັກກິ່ງຫຼາຍຄົນໂດດໜີຕາຍຜ່ານປ້ອງຢ້ຽມ

ເຫດໄຟໄໝ້ໂຮງໝໍໃນກຸງປັກກິ່ງຫຼາຍຄົນໂດດໜີຕາຍຜ່ານປ້ອງຢ້ຽມ

Published on

ເກີດເຫດໄຟໄໝ້ໂຮງໝໍໃນກຸງປັກກິ່ງ ປະເທດຈີນ ເຈົ້າໜ້າທີ່ຕ້ອງໄດ້ເລັ່ງອົບພະຍົບຄົນຫຼາຍຮ້ອຍຄົນ ແຕ່ມີຫຼາຍຄົນທີ່ອົບພະຍົບບໍ່ທັນແລ້ວໂດດໜີຕາຍຜ່ານປ້ອງຢ້ຽມ ເຮັດໃຫ້ມີຄົນເສຍຊີວິດ 21 ຄົນ.

ໃນວັນທີ 18 ເມສາ 2023 ເວລາປະມານ 13:00 ໂມງ ຕາມເວລາທ້ອງຖິ່ນ ເກີດເຫດໄຟໄໝ້ທີ່ໂຮງໝໍປັກກິ່ງ ສາງເຟິງ ໄດ້ມີຄວັນສີດຳອອກມາຈາກປ້ອງຢ້ຽມ ມີຫຼາຍຄົນທີ່ປີນອອກມາຈາກປ້ອງຢ້ຽມ ແລ້ວໄປນັ່ງຢູ່ເທິງຕູ້ແອ ເພື່ອຖ້າການຊ່ວຍເຫຼືອ ແລະ ມີຫຼາຍຄົນທີ່ໃຊ້ຜ້າປູນອນມາເຮັດເປັນເຊືອກມັດໄວ້ແລ້ວປີນລົງມາ.

ຕໍ່ມາເວລາ 18:00 ໂມງ ເຈົ້າໜ້າທີ່ຈຶ່ງສາມາດດັບໄຟໄດ້ ໂດຍອົບພະຍົບຜູ້ປ່ວຍອອກມາໄດ້ 71 ຄົນ ແລະ ພົບຜູ້ເສຍຊີວິດ 21 ຄົນ ນັບເປັນໜຶ່ງໃນເຫດໄຟໄໝ້ທີ່ຮຸນແຮງທີ່ສຸດ ຂະນະທີ່ສາເຫດຂອງໄຟໄໝ້ຍັງຢູ່ໃນຂະບວນການສືບສວນສອບສວນ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...