Homeແຈ້ງການແຈ້ງການສະຫຼອງປີໃໝ່ ພສ 2566 ທີ່ແຂວງສະຫວັນນະເຂດ

ແຈ້ງການສະຫຼອງປີໃໝ່ ພສ 2566 ທີ່ແຂວງສະຫວັນນະເຂດ

Published on

ຫ້ອງວ່າການແຂວງສະຫັວນນະເຂດ ໄດ້ອອກແຈ້ງການກ່ຽວກັບການສະຫຼອງປີໃໝ່ ພສ 2566 ມີຄືດັ່ງນີ້:

1. ການຈັດງານສະເຫຼີມສະຫຼອງປີໃຫມ່ລາວ ພສ 2566 ແມ່ນກົງກັບວັນທີ 14-15-16 ເມສາ 2023 (ກົງ ກັບ ວັນສຸກ, ເສົາ, ອາທິດ) ສະນັ້ນ,ຈຶ່ງກໍານົດເອົາວັນຈັນ, ວັນອັງຄານ ວັນທີ 17-18 ເມສາ 2023 ເປັນມື້ພັກຊົດ ເຊີຍວັນພັກລັດຖະການຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ;
2. ໃນໂອກາດຫຼິ້ນບຸນປີໃຫມ່ລາວ ພສ 2566 ນີ້ ໃຫ້ທົ່ວສັງຄົມທີ່ຢູ່ໃນນະຄອນ ໄກສອນພົມຫານ, ບັນດາສໍາ ນັກງານອົງການທັງພາກລັດ-ເອກະຊົນ, ບ້ານ, ພໍ່ແມ່ປະຊາຊົນ ຈົ່ງໄດ້ປະຕິບັດຕາມຮີດຄອງປະເພນີອັນດີງາມຂອງ ຊາວພຸດໃນການຫຼິ້ນບຸນປີໃຫມ່ລາວດ້ວຍການບາສີສູ່ຂັວນ, ອວຍພອນເຊິ່ງກັນແລະກັນ, ຫົດສົງນໍ້າອົບນໍ້າຫອມແກ່ ພະພຸດທະຮູບ, ເຖົ້າແກ່ຜູ້ຊົງຄຸນ, ພໍ່ແມ່, ເພື່ອນມິດສະຫາຍ ຕາມຮີດຄອງປະເພນີ ແລະ ປະຕິບັດມາດຕະການ ປະຢັດມັດທະຍັດ.

3. ຫ້າມຈັດຕັ້ງເປັນກຸ່ມກ້ອນອອກວ່າແຂນ, ເປົ່າຫວີດ ຕັນທາງຫຼວງ ເພື່ອຫົດນໍ້າ ຊຶ່ງເປັນສິ່ງກີດຂວາງໃນການ ສັນຈອນ, ການເຊີ້ງ, ການນຸ່ງຖື ແມ່ນໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ, ຫ້າມເຊີ້ງແບບລາມົກ, ສຽດສີແນວ ທາງຢ່າງເດັດຂາດ, ຫ້າມການນຸ່ງສັ້ນ, ນຸ່ງເຂີນ, ນຸ່ງບາງ, ແຫກເສື້ອໂສ້ງ, ສື່ສິ່ງພີມໃນເສື້ອ ທີ່ເຫັນວ່າເປັນການສະ ແດງອອກໃນລັກສະນະໂປ້, ເປືອຍກາຍ, ເນື້ອຫາບໍ່ສຸພາບ, ຖ້າພົບເຫັນຈະຕ້ອງໄດ້ປັບໃຫມຕາມລະບຽບການ ໂດຍ ບໍ່ມີການກ່າວເຕືອນ;
4. ມາດຕະການຕໍ່ຜູ້ລະເມີດມີດັ່ງນີ້:
-ລະເມີດຄັ້ງທີ 01 ຈະໄດ້ກ່າວເຕືອນ ສຶກສາອົບຮົມສ້າງບັນທຶກຂໍ້ມູນບຸກຄົນໄວ້; ລະເມີດຄັ້ງທີ 02 ຈະໄດ້ເຮັດບົດບັນທຶກ ແລະ ປັບໄຫມເປັນເງິນຕາມລະບຽບການ;
– ລະເມີດຄັ້ງທີ 03 ຈະໄດ້ເຮັດບົດບັນທຶກ ແລະ ຈະຖືກປັບໄຫມຄູນສອງ, ກໍລະນີຮ້າຍແຮງແມ່ນດໍາເນີນ ຄະດີຕາມລະບຽບກົດຫມາຍ;


5. ມອບໃຫ້ບັນດາທ່ານກໍາມະການພັກນະຄອນ, ຜູ້ຊີ້ນໍາກຸ່ມບ້ານ, ຫົວຫນ້າຫ້ອງການອ້ອມຂ້າງນະຄອນ, ອໍາ ນາດການປົກຄອງແຕ່ລະບ້ານ ເພີ່ມທະວີຄວາມຮັບຜິດຊອບວຽກງານປ້ອງກັນຄວາມສະຫງົບ ໂດຍເອົາກອງບັນຊາ ການ ປກສ-ປກຊ ນະຄອນ ເປັນສູນກາງປະສານງານ ແລະ ມອບໃຫ້ ປກສ-ປກຊ ນະຄອນ ແຕ່ງຕັ້ງຜູ້ປະຈໍາການ ຕະຫຼວດ 24 ຊົ່ວໂມງ ເພື່ອຕິດຕາມສະພາພບ ແລະ ແກ້ໄຂເຫດສຸກເສີນ;
6. ມອບໃຫ້ກອງບັນຊາການ ປກສ-ປກຊ ນະຄອນ, ໂຍທາທິການ-ຂົນສົ່ງນະຄອນ ແລະ ຫ້ອງການ ຖະແຫຼງຂ່າວວັດທະນະທໍາ-ທ່ອງທ່ຽວນະຄອນ ໃນການຕິດຕາມ, ກວດກາ, ໂຄສະນາ ແລະ ລາດຕະເວນການຫຼິ້ນ ບຸນຫົດນໍ້າໃນຈຸດສໍາຄັນຕ່າງໆ ໃນທົ່ວນະຄອນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
7. ມອບໃຫ້ຫ້ອງການອຸດສາຫະກໍາ-ການຄ້າ ນະຄອນ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າພາຍໃນ ທ້ອງຕະຫຼາດ ເພື່ອຄວບຄຸມການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຫ້ອງການກະສິກໍາ-ປ່າໄມ້ ນະຄອນ ໃຫ້ ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານ, ການສະຫນອງເຄື່ອງກິນ-ເຄື່ອງໃຊ້ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
8. ມອບໃຫ້ຫ້ອງການສາທາລະນະສຸກນະຄອນ, ໂຮງຫມໍນ້ອຍນະຄອນ ແລະ ສຸກສາລາປະຈໍາແຕ່ລະກຸ່ມບ້ານ ກຽມພ້ອມໃນການບໍລິການຊ່ວຍເຫຼືອຄົນເຈັບໃນຊ່ວງໄລຍະບຸນປີໃຫມ່ລາວຕ້ອງມີແພດຫມໍພັດປ່ຽນປະຈໍາການຕາມປົກກະຕິ.
ສະນັ້ນ, ຈຶ່ງແຈ້ງການມາຍັງທຸກພາກສ່ວນເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...