spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໃຊ້ແກ້ວນ້ຳມັນຈູດໄຟ ແກ່ວງໃສ່ຄົນເສຍຊີວິດ ສານຕັດສິນຈຳຄຸກ 14 ປີ!

ໃຊ້ແກ້ວນ້ຳມັນຈູດໄຟ ແກ່ວງໃສ່ຄົນເສຍຊີວິດ ສານຕັດສິນຈຳຄຸກ 14 ປີ!

Published on

999 001

 

ໃນວັນທີ 25 ພະຈິກຜ່ານມານີ້ ສານນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ເລ້ ອາຍຸ 29 ປີຢູ່ບ້ານຈັນສະຫວ່າງ

ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 14 ປີ, ພ້ອມປັບໃໝເງິນ 4 ລ້ານກີບ ໃນຂໍ້ຫາຄາດຕະ

ກຳ.

 

ເລື່ອງມີຢູ່ວ່າ: ໃນວັນທີ 4 ມັງກອນ 2011 ທ້າວ ເລ້ ໄດ້ເອົາແກ້ວທີ່ມີນ້ຳມັນສອງແກ້ວ, ໃນນັ້ນແກ້ວໜຶ່ງແມ່ນເຮັດຄືຕະ

ກຽງມີໄຟລຸກ ໄປແກວ່ງໃສ່ ນາງ ຄຳພອນ ທີ່ຢູ່ເຮືອນໃກ້ ຈົນເຮັດໃຫ້ໄຟລຸກໄໝ້ຖ້ວມຮ່າງກາຍ ນາງ ຄຳພອນ ແລະ ລູກ

ສາວໄດ້ຖືກໄຟລວກບາດເຈັບສົມຄວນ, ຈາກນັ້ນ ຜົວຂອງ ນາງ ຄຳພອນ ທີ່ຢູ່ໃນເຮືອນຈຶ່ງຟ້າວອອກມາມອດໄຟ ແລະ

ຟ້າວນຳສົ່ງເມຍ ແລະ ລູກໄປໂຮງໝໍ ແລະ ຕົກມາຮອດວັນ ທີ 12 ມັງກອນ 2011 ນາງ ຄຳພອນ ຈຶ່ງເສຍຊິວີດ, ສ່ວນລູກ

ສາວແມ່ນປິ່ນປົວຢູ່ໂຮງໝໍເປັນເວລາ 8 ເດືອນ, ຫລັງເກີດເຫດ ທ້າວ ເລ້ ໄດ້ເອົາຕົວຫລົບໜີ ແລະ ຕົກມາຮອດວັນທີ

18 ມັງກອນ 2014 ທ້າວ ເລ້ ໄດ້ກັບມາເຮືອນ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ, ໂດຍ

ທ້າວ ເລ້ ຮັບສາລະພາບວ່າ: ຕົນເອງໄດ້ພົວພັນກັບຢາເສບຕິດມາແຕ່ປີ 2008 ແລະ ສາເຫດການລົງມືຄາດຕະກຳຄັ້ງ

ນີ້ ແມ່ນຍ້ອນມີຄວາມແຄ້ນໃຫ້ຜູ້ຕາຍ ມັກເວົ້າສຽດສີໃຫ້ຕົນວ່າເປັນຄົນຂີ້ຢາ ຈຶ່ງລົງມືຄາດຕະກຳດັ່ງກ່າວ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...