spot_img
Homeຂ່າວເຫດການຄົນໂດດຂົວປາກເຊກ-ໂພນທອງ ແຂວງຈຳປາສັກ

ຄົນໂດດຂົວປາກເຊກ-ໂພນທອງ ແຂວງຈຳປາສັກ

Published on

ໃນເວລາປະມານ 14:20 ໂມງຂອງວັນທີ 10 ເມສາ 2023 ຜ່ານມາ, ເກີດເຫດມີປະຊາຊົນກຳລັງຈະໂດດຂົວປາກເຊ-ໂພນທອງ ແຂວງຈຳປາສັກ ແຕ່ໂຊກດີທີ່ເຈົ້າໜ້າທີ່ ແລະ ປະຊາຊົນຜູ້ເຫັນເຫດການໄດ້ຮ່ວມມືກັນ ກັກໂຕຜູ້ກ່ຽວໄວ້ໄດ້ທັນ.

ແລະເວລາຕໍ່ປະມານ 18:50 ໂມງຂອງວັນດຽວກັນກໍ່ເກີດເຫດຄົນຈະໂດດຂົວ ປາກເຊ-ໂພນທອງ ອີກແຕ່ເຈົ້າໜ້າທີ່  ແລະ ປະຊາຊົນກໍຊ່ວຍໄວ້ໄດ້ທັນທັງ 2 ກໍລະນີ ເຊິ່ງທັງ 2 ແມ່ນຜູ້ຊາຍ.

ເຊິ່ງກ່ອນໜ້ານີ້ໄດ້ມີພິທີທາງສາສະໜາ ສູດປະລິຕະມຸງຄຸນ ສູດຖອນສິ່ງຊົ່ຮ້າຍບໍ່ດີບໍ່ງາມອອກຈາກ ຂົວຂ້າມນໍ້າຂອງປາກເຊ – ໂພນທອງ ແຂວງຈຳປາສັກ ແລະ ທຳບຸນເພື່ອຄວາມປັນສີລິມຸງຄຸນ ຢູ່ເຢັນເປັນສຸກໃຫ້ແກ່ປະຊາຊົນຊາວ ນະຄອນປາກເຊ ກໍຄືແຂວງຈຳປາສັກ.

ເຂົ້າຮ່ວມ ປະທານຝ່າຍສົງໂດຍມີພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ຜູ້ຊ່ວຍວຽກສູນກາງອົງການພຸດທະສາສະໜາສຳພັນລາວ ຊີ້ນຳ 4 ແຂວງພາກໃຕ້, ປະທານອົງການພຸດທະສາສະໜາສຳພັນລາວ ແຂວງ ຈຳປາສັກ ພ້ອມດ້ວຍຄະນະ ແລະ ພຣະອາຈານໃຫຍ່ ຈຳນວນ 18 ອົງ,ຈາກນີ້ພາຍນອກ ມີທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມຄະນະ,ທ່ານ ນາງ ວາດສະໜາ ສີລິມາ ປະທານແນວລາວສ້າງຊາດແຂວງ,ມີເຖົ້າແກ່ແນວໂຮມ,ອອກຕົນຍາດຍົມເຂົ້າຮ່ວມ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...