Homeຂ່າວພາຍ​ໃນທາງລົດໄຟຈີນ-ລາວເລີ່ມເປີດຂະບວນລົດໄຟໂດຍສານສາກົນ ນັບແຕ່ວັນທີ 13 ເມສານີ້ເປັນຕົ້ນໄປ

ທາງລົດໄຟຈີນ-ລາວເລີ່ມເປີດຂະບວນລົດໄຟໂດຍສານສາກົນ ນັບແຕ່ວັນທີ 13 ເມສານີ້ເປັນຕົ້ນໄປ

Published on

ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແຈ້ງຂ່າວວ່າ: ທາງລົດໄຟຈີນ-ລາວຈະເປີດຂະບວນລົດໄຟໂດຍສານສາກົນລະຫວ່າງສະຖານີຄຸນໝິງໃຕ້ຂອງຈີນ ແລະ ສະຖານີວຽງຈັນຂອງລາວ ນັບແຕ່ວັນທີ 13 ເມສານີ້ເປັນຕົ້ນໄປ ໂດຍລະຫວ່າງສອງສະຖານີດັ່ງກ່າວຂີ່ລົດໄຟຈາກສະຖານີຕົ້ນທາງໄປຫາສະຖານີປາຍທາງ, ມື້ດຽວກໍຈະສາມາດເດີນທາງໄປເຖິງແລ້ວ. ເວລາ 8 ໂມງຂອງວັນທີ 11 ເມສານີ້ຕາມເວລາວຽງຈັນ, ພາກສ່ວນທາງລົດໄຟຂອງສອງປະເທດຈະເລີ່ມຂາຍປີ້ລົດໄຟໂດຍສານສາກົນໃນເວລາດຽວກັນ.

ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດແບບອອກເດີນທາງໃນຕອນເຊົ້າແລະເດີນທາງເຖິງຈຸດໝາຍປາຍທາງໃນຕອນແລງ, ຕ່າງເປີດມື້ລະ 1 ຂະບວນຈາກນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ, ຈະຈອດລົດ 8 ສະຖານີ ຄື: ສະຖານີຄຸນໝິງໃຕ້, ສະຖານີຜູເອີ, ສະຖານີສິບສອງພັ່ນນາ, ສະຖານີບໍ່ຫານ, ສະຖານີບໍ່ເຕ່ນ, ສະຖານີຫຼວງພະບາງ, ສະຖານີວັງວຽງ ແລະ ສະຖານີວຽງຈັນ, ໃຊ້ເວລາເດີນທາງ 10 ຊົ່ວໂມງ 30 ນາທີ ເຊິ່ງລວມທັງເວລາແຈ້ງຜ່ານດ່ານຢູ່ຕາມດ່ານຊາຍແດນບໍ່ຫານ-ບໍ່ເຕ່ນ. ໃນນັ້ນ, ຂະບວນລົດໄຟ D887 ຈາກສະຖານີຄຸນໝິງໃຕ້ຫາສະຖານີວຽງຈັນ, ເດີນທາງອອກຈາກສະຖານີຄຸນໝິງໃຕ້ໃນເວລາ 7 ໂມງ 08 ນາທີ ຕາມເວລາວຽງຈັນ ແລະ ເດີນທາງເຖິງນະຄອນຫຼວງວຽງຈັນໃນເວລາ 17 ໂມງ 38 ນາທີຂອງມື້ດຽວກັນ; ຂະບວນລົດໄຟ D888 ຈາກສະຖານີວຽງຈັນຫາສະຖານີຄຸນໝິງໃຕ້, ເດີນທາງອອກຈາກນະຄອນຫຼວງວຽງຈັນໃນເວລາ 8 ໂມງ 08 ນາທີ ຕາມເວລາວຽງຈັນ ແລະ ເດີນທາງເຖິງສະຖານີຄຸນໝິງໃຕ້ໃນເວລາ 18 ໂມງ 38 ນາທີ ຂອງມື້ດຽວກັນ.

ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ປະຕິບັດຕາມຮູບການຜ່ານດ່ານ “ກວດກາສອງເທື່ອຢູ່ສອງດ່ານ”. ຍົກຕົວຢ່າງຄື: ຖ້າຂີ່ລົດໄຟໂດຍສານສາກົນຈາກສະຖານີຄຸນໝິງໃຕ້ຫາສະຖານີວຽງຈັນ, ຂັ້ນຕອນຜ່ານດ່ານລະອຽດແມ່ນ: ພາຍຫຼັງຂະບວນລົດໄຟເດີນທາງເຖິງສະຖານີບໍ່ຫານຂອງຈີນແລ້ວ, ຜູ້ໂດຍສານຂ້າມຊາຍແດນຕ້ອງຖືເຄື່ອງຂອງຕົນລົງລົດ, ເຂົ້າສູ່ເຂດກວດຄົນເຂົ້າ-ອອກເມືອງ, ພາຍຫຼັງປະສານສົມທົບກັບພະນັກງານຢູ່ດ່ານຊາຍແດນຝ່າຍຈີນສຳເລັດການກວດຄົນອອກເມືອງແລ້ວ ໃຫ້ຂຶ້ນລົດເດີນທາງຕໍ່ໄດ້; ພາຍຫຼັງຂະບວນລົດໄຟເດີນທາງໄປເຖິງສະຖານີບໍ່ເຕ່ນຂອງປະເທດລາວແລ້ວ, ຜູ້ໂດຍສານຕ້ອງຖືເຄື່ອງຂອງຕົນລົງລົດ, ເຂົ້າສູ່ເຂດກວດຄົນເຂົ້າ-ອອກເມືອງ, ປະສານສົມທົບກັບພະນັກງານຢູ່ດ່ານຊາຍແດນຝ່າຍລາວສຳເລັດການກວດຄົນເຂົ້າເມືອງແລ້ວ, ຜູ້ໂດຍສານທີ່ສະຖານີປາຍທາງແມ່ນບໍ່ເຕ່ນນັ້ນ ສາມາດເດີນທາງອອກຈາກສະຖານີລົດໄຟໄດ້ເລີຍ, ສ່ວນຜູ້ໂດຍສານທີ່ເດີນທາງໄປສະຖານີອື່ນໆຂອງປະເທດລາວນັ້ນ ສາມາດຂຶ້ນລົດເດີນທາງຕໍ່ໄດ້.

ຂະນະທີ່ຂັ້ນຕອນການແຈ້ງຜ່ານດ່ານຂອງຜູ້ໂດຍສານເດີນທາງຕາມຂະບວນລົດໄຟໂດຍສານສາກົນຈາກສະຖານີວຽງຈັນຫາສະຖານີຄຸນໝິງໃຕ້ກໍເຊັ່ນດຽວກັນ. ເວລາກວດກາຜູ້ໂດຍສານເຂົ້າ-ອອກເມືອງເທື່ອໜຶ່ງຕ່າງຕ້ອງໃຊ້ເວລາປະມານ 1 ຊົ່ວໂມງເຄິ່ງ, ເວລາແຈ້ງຜ່ານດ່ານເຂົ້າ-ອອກເມືອງລວມທັງໝົດຕ້ອງໃຊ້ເວລາປະມານ 3 ຊົ່ວໂມງ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...