Homeຂ່າວພາຍ​ໃນສານໄດ້ເຜີຍຂໍ້ຫາຂອງ ທຣັມ ປອມບົດບັນທຶກທາງທຸລະກິດເພື່ອປົກປິດການກະທຳຜິດ

ສານໄດ້ເຜີຍຂໍ້ຫາຂອງ ທຣັມ ປອມບົດບັນທຶກທາງທຸລະກິດເພື່ອປົກປິດການກະທຳຜິດ

Published on

ສານໄດ້ເປີດເຜີຍຂໍ້ຫາ ໂດນັລ ທຣັມ ຖືກກ່າວຫາກ່ຽວກັບການປອມແປງບັນທຶກການເຮັດທຸລະກິດເພື່ອປິດການກະທຳຜິດ ເພື່ອເຊື່ອງຂໍ້ມູນທີ່ອາດສ້າງຄວາມເສຍຫາຍຕໍ່ການເລືອກຕັ້ງຂອງທຣັມ.

ໃນວັນທີ 4 ເມສາ 2023 ອັລວິນ ແບຣກ ໄອຍະການເມືອງແມນຮັດຕັນ ຈັດງານຖະແຫຼງຂ່າວ ລາຍລະອຽດກ່ຽວກັບຂໍ້ກ່າວຫາຂອງ ໂດນັລ ທຣັມ ອະດີດປະທານາທິບໍດີສະຫະລັດ ເຊິ່ງທີ່ຫາກໍຂຶ້ນສານ ເພື່ອຮັບຟັງຂໍ້ກ່າວຫາຢ່າງເປັນທາງການ ນອກນີ້ ສຳນັກງານໄອຍະການ ຍັງໄດ້ເຜີຍແຜ່ຖະແຫຼງການກ່ຽວກັບເອກະສານຟ້ອງຕໍ່ສານອີກດ້ວຍ.

ຕາມເອກະສານຟ້ອງ ຂໍ້ກ່າວຫາຫຼັກຂອງ ທຣັມ ຄືການກ່າວຫາວ່າ ໄດ້ປອມແປງບັນທຶກການເຮັດທຸລະກິດໃນທາງສໍ້ໂກງຫຼາຍຄັ້ງ ເພື່ອປົກປິດການເຮັດຜິດເພື່ອເຊື່ອງຂໍ້ມູນທີ່ອາດສ້າງຄວາມເສຍຫາຍຕໍ່ການລົງຄະແນນສຽງຂອງປະຊາຊົນລະຫວ່າງການເລືອກຕັ້ງປະທານາທິບໍດີປີ 2016.

ເອກະສານລະບຸວ່າ ທຣັມ ກັບຄະນະຂອງລາວ ໃຊ້ຂັ້ນຕອນຕ່າງໆເພື່ອ ຈ່າຍເງິນປົກປິດຢ່າງບໍ່ຖືກຕ້ອງ ເພື່ອເຫດຜົນທາງດ້ານພາສີ.

ທັ້ງນີ້ ຄະດີຂອງທຣັມລະບຸເຖິງ ການຈ່າຍເງິນໃຫ້ 3 ຄົນ ແຕ່ໜຶ່ງໃນນັ້ນແມ່ນ ການຈ່າຍເງິນໃຫ້ ນາງ ສະຕໍມີ ແດນຽວ ອະດີດນັກສະແດງໜັງສຳລັບຜູ້ໃຫຍ່ ທີ່ຖືກຈ້າງໃຫ້ປິດກ່ຽວກັບຄວາມສຳພັນອັນເລິກເຊິ່ງກັບທຣັມ.

ໄອຍະການນິວຢອກ ລະບຸເຖິງ ເທັບອັດສຽງ ທີ່ຖືກເຜີຍແຜ່ໃນລາຍການ Access Hollywood ລະຫວ່າງການຫາສຽງເລືອກຕັ້ງໃນປີ 2016 ມີສຽງຂອງທຣັມ ກ່າວວ່າ: ລາວສາມາດຈັບອະໄວຍະເພດຍິງໄດ້.

ແຫຼ່ງຂ່າວ BBC

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...