Homeຂ່າວພາຍ​ໃນສຳເລັດການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີ

ສຳເລັດການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີ

Published on

ໃນລະຫວ່າງວັນທີ 27-28 ມີນາ 2023 ຜ່ນມາ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ສົມທົບກັບ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງການຜ່າຕັດປູກຖ່າຍໄຂ່ຫຼັງ ໄຕມາດທີ 1 ປະຈໍາປີ 2023 ໃຫ້ແກ່ຄົນເຈັບ 2 ກໍລະນີ ຄື: ເພດຊາຍ ອາຍຸ 58 ປີ ແລະ ເພດຍິງ ອາຍຸ 24 ປີ.

ໂດຍທັງ 2 ກໍລະນີ ບົ່ງມະຕິແມ່ນພະຍາດໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ, ຄົນເຈັບທັງ 2 ເປັນພະຍາດໄຂ່ຫຼັງມາຫຼາຍປີ, ໄດ້ຟອກເລືອດລຽນຕິດ ມາໄດ້ຫຼາຍເດືອນ, ໄລຍະໝໍ່ໆມານີ້ ຮ່າງກາຍຮູ້ສຶກອິດເມື່ອຍຫຼາຍຂຶ້ນ, ການຕອບຮັບກ່ຽວກັບການຟອກເລືອດຮູ້ສຶກຫຼຸດລົງ, ຈຶ່ງໄດ້ຕັດສິນໃຈຂໍຜ່າຕັດປູກຖ່າຍໄຂ່ຫຼັງ.

ເຊິ່ງຄົນເຈັບທັງ 2 ໄດ້ມາກວດພະຍາດຢູ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຮັບການກວດພະຍາດ ແລະ ໃຫ້ຄໍາປຶກສາຈາກຜູ້ຊ່ຽວຊານສະເພາະທາງພະຍາດໄຂ່ຫຼັງ.

ພາຍຫຼັງຊອກຜູ້ບໍລິຈາກຮ່ວມສາຍເລືອດໄດ້ແລ້ວ, ທາງໂຮງໝໍສູນກາງ 103 ກອງທັບ ກໍໄດ້ເລັ່ງການກວດສະພາບຮ່າງກ່າຍ, ກວດວິເຄາະໃຫ້ຄົບຖ້ວນ ແລະ ຢູ່ໃນເງື່ອນໄຂມາດຖານຮັບປະກັນສາມາດປູກຖ່າຍໄດ້, ແລ້ວຈຶ່ງປະສານທາງຜູ້ຊ່ຽວຊານ ໂຮງໝໍ 103 ກອງທັບຊາຊົນຫວຽດນາມ ມາຜ່າຕັດຕົວຈິງຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ; ເຊິ່ງການຜ່າຕັດປູກຖ່າຍໄຂ່ຫຼັງ ຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເປັນກໍລະນີທີ 3 ແລະ 4.

ມາຮອດປັດຈຸບັນ, ພາຍຫຼັງທັງ 2 ກໍລະນີ ປູກຖ່າຍໄຂ່ຫຼັງໄດ້ 5 ວັນ ສະພາບຄົນເຈັບດີຂຶ້ນຕາມລໍາດັບ, ສະມາດກິນດື່ມອາຫານໄດ້, ສາມາດເຄື່ອນໄຫວໄປມາໄດ້ພາຍໃນຫ້ອງນອນ, ນໍ້າປັດສະວະ ມີປະລິມານໜ້າເພິ່ງພໍໃຈ, ບັນດາຜົນວິເຄາະຕີລາຄາກ່ຽວກັບ ໜ້າທີ່ການເຮັດວຽກຂອງໄຂ່ຫຼັງ ແມ່ນດີຂຶ້ນຕາມລຳດັບ, ປະກົດການເລືອດຈາງ ແມ່ນໄດ້ແກ້ໄຂຢ່າງຈະແຈ້ງ, ເຮັດໃຫ້ຜູ້ປ່ວຍມີຮອຍຍິ້ມທີ່ເບັ່ງບານ.

ທັງນີ້, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ສົມທົບກັບ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ຜ່າຕັດປູກຖ່າຍໄຂ່ຫຼັງສໍາເລັດ 4 ກໍລະນີແລ້ວ ຢູ່ ສປປ ລາວ; ເຊິ່ງຜົນງານນີ້ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການພັດທະນາເຫຼົ່າຮົບເສນາຮັກ ກໍຄື ວົງການແພດລາວ ໃຫ້ກ້າວໜ້າຂຶ້ນເລື້ອຍໆ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...