spot_img
Homeຂ່າວພາຍ​ໃນປກສ ເມືອງໄຊທານີ ສະຫຼຸບຖອດຖອນບົດຮຽນ ແກ້ໄຂຮ້ານຮັບຊື້-ຂາຍເຫຼັກເສດ

ປກສ ເມືອງໄຊທານີ ສະຫຼຸບຖອດຖອນບົດຮຽນ ແກ້ໄຂຮ້ານຮັບຊື້-ຂາຍເຫຼັກເສດ

Published on

ໃນວັນທີ 30 ມີນາ 2023, ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ການລົງແກ້ໄຂຮ້ານຮັບຊື້-ຂາຍເຫຼັກເສດທີ່ລະເມີດກົດ ໝາຍຂອງ ສປປ ລາວ ພາຍໃນກຸ່ມບ້ານໄຊ ແລະ ກຸ່ມທ່າງອນ. ຂຶ້ນຢູ່ ສະໂມສອນກອງບັນຊາການເມືອງໄຊທານີ ໂດຍການເປັນປະທານຂອງ ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວສີ ແກ້ວມະນີວັນ ຮອງເຈົ້າເມືອງໄຊທານີ, ມີ ພັອ ສົມສະໝອນ ຫອມລັດສະໝີ ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ (207) ກະຊວງ ປກສ, ມີບັນດາຄະນະກອງບັນຊາການ ປກສ ເມືອງ, ມີຫົວໜ້າ-ຮອງຫົວໜ້າພະແນກສັນຕິບານ, ປກສ 9 ເມືອງ, ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ພັທ ບຸນຍົງ ສີບຸນເຮືອງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດລົງກວດກາຮ້ານຊື້-ຂາຍເຫຼັກເສດ ທັງ 2 ກຸ່ມ, ພົບເຫັນຮ້ານຊື້-ຂາຍເຫຼັກເສດຈຳນວນ 36 ຮ້ານ, ພົບເຫັນຄົນຕ່າງປະເທດ ສັນຊາດຫວຽດນາມເຂົ້າມາດຳເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ ແລະເຮັດວຽກບໍ່ຖືກເປົ້າໝາຍ ແລະພັກເຊົາເກີນກຳນົດລວມມີ 38 ຄົນ, ຍິງ 11 ຄົນ; ໃນນີ້ ຄະນະສະເພາະກິດ ໄດ້ແກ້ໄຂແລ້ວ ຈຳນວນ 5 ຮ້ານ.

ສຳລັບວິທີແກ້ໄຂໃນຕໍ່ໜ້າ ແມ່ນຈະສືບຕໍ່ປະຕິບັດ ຊຸກຍູ້ວຽກງານໂຄສະນາດ້ວຍຮູບການ; ພ້ອມທັງນຳໃຊ້ມາດຕະການຢ່າງເດັດຂາດ ຕໍ່ຄົນຕ່າງປະ ເທດ ເຊັ່ນ: ເຂົ້າເມືອງຜິດກົດໝາຍ, ລັກລອບປະກອບອາຊີບ ທີ່ຂັດກັບລະບຽບ-ກົດໝາຍ ຂອງ ສປປ ລາວ, ທັງເປັນເຈົ້າການໃນການກວດກາຄຸ້ມຄອງຄົນມາພັກເຊົາ, ການເຊົ່າສະຖານທີ່ ເພື່ອເປີດຮ້ານຮັບຊື້-ຂາຍເຫຼັກເສດ ໂດຍບໍ່ຖືກຕ້ອງຕາມການອະນຸຍາດຂອງພາກສ່ວນກ່ຽວຂ້ອງ ແນໃສ່ເຮັດໃຫ້ບັນດາກຸ່ມ ກໍຄືເມືອງໄຊທານີ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ.

ແຫຼ່ງຂ່າວ ປກສ ນວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...