Homeຂ່າວພາຍ​ໃນບັນຫາເດັກອາຍຸບໍ່ທັນເຖິງກະສຽນບໍ່ມີໃບອະນຸຍາດຂັບຂີ່

ບັນຫາເດັກອາຍຸບໍ່ທັນເຖິງກະສຽນບໍ່ມີໃບອະນຸຍາດຂັບຂີ່

Published on

ປັດຈຸບັນ ຍັງພົບເຫັນເດັກອາຍຸບໍ່ທັນເຖິງກະສຽນ ໂດຍສະເພາະນັກຮຽນມັດທະຍົມ ຫລື ເວົ້າອີກ ຢ່າງໜຶ່ງວ່າ ນັກຂັບຂີ່ໜ້າໃໝ່ ຈໍານວນຫລາຍສົມຄວນ ບໍ່ມີໃບອະນຸຍາດຂັບຂີ່ລົດຖືກຕ້ອງຕາມກົດໝາຍ ແລະ ບໍ່ຖືກຕ້ອງຕາມປະເພດລົດທີ່ຕົນເອງຂັບ, ຮ້າຍເເຮງໄປກວ່ານີ້ ເເມ່ນດື່ມສິ່ງມຶນເມົາເເລ້ວຂັບຂີ່ລົດໄວເກີນກໍານົດ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ລ້ຽວບໍ່ຮັບປະກັນ, ຂັບຂີ່ລົດສວນທິດທາງຈະລາຈອນ ເຊິ່ງພຶດຕິກໍາດັ່ງກ່າວລ້ວນ ແຕ່ແມ່ນພຶດຕິກໍາທີ່ເປັນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ເປັນພຶດຕິກໍາ ທີ່ມີຄວາມອັນຕະລາຍ, ກາຍເປັນສາເຫດຫລັກທີ່ເຮັດໃຫ້ເກີດອຸບັດເຫດຕາມຫ້ອງຖະໜົນ, ທັງກາຍເປັນບັນຫາສັງຄົມ ແລະ ສິ່ງທ້າທາຍຫລາຍສົມຄວນ ທີ່ພາກສ່ວນກ່ຽວຂ້ອງ ຈະຕ້ອງສືບຕໍ່ເພີ່ມທະວີໃນການເເກ້ໄຂບັນຫານີ້ ໃຫ້ ນັບມື້ຫລຸດລົງ.

ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຕໍາຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ: ເພື່ອເຮັດໃຫ້ຈໍານວນອຸບັດເຫດຫລຸດລົງ ຄະນະພັກ-ຄະນໍາກົມຕໍາຫລວດຈະລາຈອນ ກະຊວງປ້ອງ ກັນຄວາມສະຫງົບ ຈະສົມທົບພາກສ່ວນກ່ຽວຂ້ອງ ປະຕິບັດຕາມທິດທາງແຜນການລວມ ຂອງກົມໃຫ່ຍຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ວາງອອກ, ເພີ່ມທະວີເຮັດວຽກງານການເມືອງ-ແນວຄິດ ໃຫ້ພະນັກງານກໍາລັັງຕໍາ ຫລວດຈະລາຈອນໃນທົ່ວປະເທດເຊື່ອມຊຶມ ແລະ ກໍາແໜ້ນກົດໝາຍ, ຫລັກການວິຊາສະເພາະ ໂດຍສຸມໃສ່ວຽກ ງານກວດກາ ແລະ ປັບປຸງກຳລັງຕຳຫລວດຈະລາຈອນ ໃຫ້ມີລະບຽບແບບແຜນ ເຂັ້ມເເຂງທາງດ້ານການຈັດຕັ້ງ, ມີຄຸນສົມບັດ, ຈັນຍາບັນ, ຈັນຍາທໍາ ເພື່ອເຮັດໜ້າທີ່ບໍລິການສັງຄົມ ນໍາເອົາຄວາມຮູ້ດ້ານວຽກງານວິຊາສະເພາະ ລົງໄປເຜີຍເເຜ່ໃຫ້ນັກຂັບຂີ່ໜ້າໃໝ່ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບກົດລະບຽບຈະລາຈອນ ໂດຍສະເພາະຢູ່ຕາມສະຖາບັນ ການສຶກສາໃຫ້ນັບມື້ຫລາຍຂື້ນ ເພື່ອຫລຸດຜ່ອນການເກີດອຸບັດເຫດ ເນື່ອງຈາກເຂົາເຈົ້າເຫລົ່ານັ້ນລ້ວນເເລ້ວເເຕ່ເປັນ ກໍາລັງເເຮງຂອງຊາດ.

ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັນນີ້, ຈະຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ, ໂຄງການປ້ອງກັນ, ສະກັດກັ້ນອຸບັດເຫດຢ່າງມີຈຸດສຸມ ນັບເເຕ່ສູນກາງລົງຮອດທ້ອງຖິ່ນ, ຍົກສູງຄຸນນະພາບໃນ ການເຮັດໜ້າທີ່ໂຄສະນາຢ່າງກ້ວາງຂວາງ ໃຫ້ທົ່ວປວງຊົນໃນສັງຄົມມີສ່ວນຮ່ວມ ໃນການປະຕິບັດກົດຈະລາຈອນ ຢ່າງເຂັ້ມງວດ, ຈັດຕັ້ງກໍາລັງລົງເຮັດໜ້າທີ່ລະບາຍການສັນຈອນໃນເວລາຮີບດ່ວນ ທາງເຂົ້າອອກເມືອງ ແລະ ເສັ້ນ ທາງຮ່ອມທາງຊອຍ, ສາມແຍກ, ສີ່ແຍກ, ແກ້ໄຂຄະດີອຸບັດເຫດທີ່ເກີດຂຶ້ນໃຫ້ວ່ອງໄວ ແລະ ເປັນທຳ, ຈັດສັນ ຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນຕາມເສັ້ນທາງ, ເຂດຊຸມຊົນ, ຕະຫລາດ, ຄິວລົດ, ເຂດໂຮງຮຽນ ຕິດແຄມທາງ ແລະ ສະຖານທີ່ສໍານັກງານຕ່າງໆ, ຈັດຕັ້ງກໍາລັງປະຈຳການ, ຄອຍເຫດສຸກເສີນ ແລະ ຊຸກຍູ້ແນະນໍາ ທ້ອງຖິ່ນວ່ອງໄວລົງສະຖານທີ່ເກີດອຸບັດເຫດ, ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງແກ້ໄຂບັນຫານັກຂັບຂີ່ ລະເມີດໄຟອໍານາດ, ບໍ່ໃສ່ໝວກກັນກະທົບ, ດື່ມສິ່ງມຶນເມົາແລ້ວຂັບລົດ, ເພີ່ມທະວີການກວດກາລົດຕິດປ້າຍບໍ່ຖືກຈຸດກໍານົດ, ລົດທີ່ບໍ່ມີປ້າຍທະບຽນ, ລົດດັດແປງເຕັກນິກ, ລົດຕິດໄຟເສີມ, ລົດບໍ່ມີເອກະສານ, ເອກະສານບໍ່ຖືກຕ້ອງ ແລະ ອື່ນໆທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ພ້ອມທັງສຸມໃສ່ໂຄສະນາເຖິງຜົນດີຂອງການມີໃບຂັບຂີ່ ທີ່ຖືກຕ້ອງຕາມລະບຽບກົດຫມາຍ ໃນຂອບເຂດທົ່ວປະເທດ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...