ເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ-ຮຽບຮ້ອຍ ໄລຍະບຸນປີໃໝ່ລາວ 2023 ຢູ່ນະຄອນຫຼວງວຽງຈັນ

0
631

ໃນກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການໃນວັນທີ 29 ມີນາ 2023 ເລກທີ 124 /ປກສ.ນວ ເລື່ອງ ການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 (ຄສ 2023) ຢູ່ນະຄອນຫຼວງວຽງຈັນ.

ເພື່ອຮັບປະກັນໃຫ້ແກ່ງານສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2566 ແຕ່ວັນທີ 14-16 ເມສາ 2023 ທີ່ຈະໝູນວຽນມາເຖີງນີ້, ເປັນໂອກາດໜຶ່ງທີ່ສໍາຄັນໃນການສືບຕໍ່ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນ ດີງາມ ແລະ ຄວາມສາມັກຄີເປັນປຶກແຜນຂອງຄົນລາວ, ເຊີ່ງເປັນບຸນປາງໃຫຍ່ ທີ່ປວງຊົນລາວທັງຊາດຖືເອົາ ໂອກາດນີ້ ອວຍໄຊ ໃຫ້ພອນເຊິ່ງ ກັນ ແລະ ກັນ ຢູ່ພາຍໃນຄອບຄົວ, ວັດວາອາຣາມ ແລະ ສະຖານທີ່ສັກກະ ລະບູຊາຕ່າງໆ ຢ່າງເບີກບານມ່ວນຊື່ນ, ທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ.

ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຈິ່ງໄດ້ອອກແຈ້ງການດັ່ງນີ້:

I. ບັນດາຂໍ້ແນະນໍາ.

  1. ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະບ້ານ, ສໍານັກງານອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງຫມໍ, ເລົ້າສາງ, ກົມກອງທະຫານ, ກົມກອງຕໍາຫຼວດ, ອົງການຈັດຕັ້ງສາກົນ ແລະ ການຈັດຕັ້ງສັງຄົມທຸກພາກສ່ວນຕ້ອງມີສະຕິເຄົາລົບ ປະຕິບັດຕາມລັດຖະທໍາມະນູນ, ກົດໝາຍ, ພ້ອມທັງເຂົ້າຮ່ວມປະຕິບັດຕາມແຈ້ງການ, ຄໍາສັ່ງ ຂອງລັດຖະບານວາງອອກຢ່າງເຂັ້ມງວດ.
  2. ຍົກສູງສະຕິລະວັງຕົວ, ປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ, ມີສະຕິໃນການກວດກາສະຖານທີ່ ເຮືອນຊານ ເຄຫະສະຖານ, ບ່ອນຢູ່ອາໃສ ເພື່ອຮັບປະກັນບໍ່ໃຫ້ມີຊ່ອງຫວ່າງ ພາໃຫ້ເກີດອັກຄີໄພ ຫຼື ພວກກຸ່ມ ຄົນບໍ່ດີສວຍໂອກາດເຄື່ອນໄຫວກໍ່ອາຊະຍາກໍາ ເຊັ່ນ: ລັກຊັບ, ປຸ້ນຊັບ, ຊີງຊັບ ແລະ ອື່ນໆ.
  3. ເອົາໃຈໃສ່ເຮັດຫນ້າທີ່ປ້ອງກັນເວນຍາມສໍານັກງານ-ອົງການ, ໂຮງຈັກ, ໂຮງງານ, ບ້ານ ກວດກາລາດຕະເວນແກ້ໄຂປະກົດການທີ່ບໍ່ດີຕ່າງໆໃນສັງຄົມ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
  4. ເປັນເຈົ້າການຕື່ນຕົວເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ.
  5. ບັນດາຮ້ານທຸລະກິດບັນເທີງ, ຮ້ານກີນດື່ມ ໃຫ້ປະຕິບັດຕາມແຈ້ງການ, ຄໍາສັ່ງ ຂອງລັດຖະບານວາງ ອອກຢ່າງເຂັ້ມງວດ.

II. ບັນດາຂໍ້ຫ້າມ.

  1. ຫ້າມບໍ່ໃຫ້ຊື້-ຂາຍສິນຄ້າ ແລະ ອຸປະກອນທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ຈູດໝາກກະໂພກ, ໂຄມໄຟລອຍຂື້ນຟ້າ, ບັ້ງໄຟດອກ ທຸກຊະນິດ, ບໍ່ໃຫ້ນໍາໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ-ເຄມີ, ທາດກໍາ ມັນຕະພາບລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບ ທີ່ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
  2. ຫ້າມໃຊ້ພາຫະນະບັນຈຸຖັງນໍ້າ, ຄຸນໍ້າ ຫຼື ທໍ່ຢາງຕໍ່ນໍ້າຈາກເຮືອນອອກມາ ເພື່ອຫົດສົງຄົນຢູ່ຕາມຖະຫນົນ ແລະ ຫ້າມລວມຕົວກັນເປັນກຸ່ມ ເຕັ້ນຟ້ອນຕາມທ້ອງຖະຫນົນ ຢ່າງເດັດຂາດ.
  3. ຫ້າມບໍ່ໃຫ້ໃຊ້ນໍ້າເປິເປື້ອນ, ນໍ້າສີ, ນໍ້າປົນກັບພືດທີ່ຄັນຄາຍ, ນໍ້າກ້ອນໃສ່ຖົງຢາງແກ່ວງໃສ່ກັນ, ບໍ່ໃຫ້ ນຸ່ງເຄື່ອງສັ້ນ-ເຂີນ ຢົ້ວຍວນ ທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ, ການທ່ຽວຫຼິ້ນແບບລາມົກອະນາຈານ ແລະ ຫຼິ້ນການພະນັນ ທຸກປະເພດ ຢ່າງເດັດຂາດ.
  4. ຫ້າມບໍ່ໃຫ້ລົງຫຼີ້ນນໍ້າຢູ່ຫາດຊາຍນໍ້າຂອງ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ ຫຼື ບ່ອນທີ່ບໍ່ມີເຈົ້າໜ້າທີ່ ປ້ອງກັນຮັກສາຄວາມສະຫງົບ, ຮັກສາຄວາມປອດໄພ ເພື່ອຫຼີກລ່ຽງຕໍ່ສິ່ງທີ່ບໍ່ເພິງປາດຖະໜາອາດຈະເກີດຂຶ້ນ.
  5. ຫ້າມບໍ່ໃຫ້ໃຊ້ພາຫະນະແຫ່ຄົບງັນຕາມຖະຫນົນຫົນທາງ (ຍົກເວັ້ນຂະບວນແຫ່ພະພຸດທະຮູບ ທີ່ທາງ ການອະນຸມັດ), ບໍ່ຂີ່ລົດເປັນພືງເປັນແພ-ແລ່ນລົດໄວເກີນຂອບເຂດ, ເວລາຂັບຂີ່ລົດປະເພດຕ່າງໆ ສັນຈອນ ຕາມທ້ອງຖະຫນົນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດ ເຊັ່ນ: ດື່ມສິ່ງມືນເມົາແລ້ວບໍ່ຂັບລົດ, ຂັບລົດບໍ່ດື່ມສິ່ງມືນເມົາຢ່າງເດັດຂາດ.
  6. ຫ້າມບໍ່ໃຫ້ເປີດເຄື່ອງສຽງດັງເນືອງນັນເກີນຂອບເຂດ ໃນບ້ານເຮືອນ, ສໍານັກງານອົງການ, ໂຮງຈັກ, ໂຮງງານ, ສະຖານທີ່ສາທາລະນະ ໃຫ້ປະຕິບັດຕາມຂໍ້ຕົກລົງ ເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ເປີດສຽງບໍ່ໃຫ້ເກີນ 80 ຊີດີເມວ(Bodb) ແຕ່ເວລາ 8:00 ໂມງ ຫາ 23 ໂມງ.
  7. ຫ້າມບໍ່ໃຫ້ຜູ້ໂດຍສານນັ່ງຫົວລົດເວລາຂັບຂີ່ໄປຕາມທ້ອງຖະຫນົນ, ລົດບັນທຸກຂົນສົ່ງສິນຄ້າຫນັກ-ລົດໂດຍສານບໍ່ໃຫ້ບັນທຸກເກີນຂອບເຂດ, ຜູ້ຂັບຂີ່ພາຫະນະທຸກປະເພດຕ້ອງປະຕິບັດຕາມປ້າຍສັນຍານຈະລາຈອນ ແລະ ກົດລະບຽບການສັນຈອນ ຢ່າງເຄັ່ງຄັດ.
  8. ຫ້າມຫົດນໍ້າໃສ່ເຈົ້າໜ້າທີ່ ກໍາລັງປະຕິບັດຫນ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມທ້ອງຖະໜົນ ຫົນທາງ ແລະ ສະຖານທີ່ຕ່າງໆ.

III. ມາດຕະການຕໍ່ຜູ້ລະເມີດ.

  1. ທຸກການກະທໍາ ທີ່ລະເມີດຂໍ້ຫ້າມໃນແຈ້ງການສະບັບນີ້ ດ້ວຍການເຈດຕະນາ ຫຼື ບໍ່ເຈດຕະນາລ້ວນແຕ່ ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໃຫມ່ຕາມສະຖານການລະເມີດ ຫຼື ດໍາເນີນຄະດີຕໍ່ຜູ້ກະທໍາຜິດ ທີ່ເປັນ ບຸກຄົນ, ນິຕິບຸກຄົນ, ກຸ່ມຄົນ ໂດຍປະສານສົມທົບກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດຕາມລະບຽບກົດຫມາຍ.
  2. ສໍາລັບການຊື້-ຂາຍ, ການມີໄວ້ໃນຄອບຄອງໝາກກະໂພກ, ບັ້ງໄຟດອກ ທຸກປະເພດ ຫຼື ຈຸດໝາກກະໂພກ, ຈຸດໂຄມໄຟລອຍຂຶ້ນຟ້າ ທຸກປະເພດ ຖ້າເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ, ຕໍາຫຼວດກຸ່ມ, ປກສ ບ້ານ, ກອງຫຼອນ ກວດກາພົບເຫັນໃຫ້ຢຶດ ແລະ ທໍາລາຍຖີ້ມ ພ້ອມທັງນໍາຕົວຜູ້ກະທໍາຜິດມາສຶກສາ ອົບຮົມ, ກ່າວເຕືອນ ແລະ ປັບໃໝຕາມລະບຽບການ.
  3. ການປັບໃໝແຕ່ລະກໍລະນີໃຫ້ອີງໃສ່ຂໍ້ຕົກລົງສະບັບເລກທີ 1323/ຈນວ, ລົງວັນທີ 21/12/2018, ຂໍ້ ຕົກລົງສະບັບເລກທີ 620/ຈນວ, ລົງວັນທີ 29/9/2020 ຂອງອົງການປົກຄອງນະຄອນຫຼວງວຽງຈັນ, ຕໍາລັດ ສະບັບເລກທີ 568/ລບ, ລົງວັນທີ 16/9/2021, ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 01/ ຈນວ, ລົງວັນທີ 27 ມັງກອນ 2023 ວ່າດ້ວຍການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້ຂາຍ, ມີໄວ້ໃນຄອບຄອງ, ຈຸດ ໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ຄໍາສັ່ງສະບັບເລກທີ 03/ຈນວ, ລົງວັນທີ 16 ມີນາ 2023 ວ່າ ດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ ໂດຍບໍ່ມີຂໍ້ຍົກເວັ້ນ.

IV. ວິທີການຈັດຕັ້ງປະຕິບັດ.

  1. ມອບໃຫ້ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງດັດສ້າງ, ບັນດາສະຖານີ 1191 ແລະ ກອງບັນຊາການ ປກສ 9 ເມືອງ, ນໍາເອົາເນື້ອໃນແຈ້ງການສະບັບນີ້ລົງໄປຈັດຕັ້ງຜັນຂະຫຍາຍ ເພີ້ມທະວີ ການໂຄສະນາ, ປະຊາສໍາພັນ ໃຫ້ທຸກຊັ້ນຄົນໃນສັງຄົມ ຢູ່ຮາກຖານບ້ານ, ໂຮງຈັກ, ໂຮງງານ, ສະຖານທີ່ຮ້ານບັນເທີງ, ຮ້ານກີນດື່ມ ຈຸດຊຸມນຸມຊົນ ຮັບຮູ້ເຊື່ອມຊື່ມໃຫ້ທົ່ວເຖີງ ແລະ ຕື່ນຕົວເຂົ້າຮ່ວມປະຕິບັດ ຢ່າງເຂັ້ມງວດ.
  2. ໃຫ້ອົງການຈັດຕັ້ງພາກລັດ, ທຸກພາກສ່ວນສັງຄົມ, ໂດຍສະເພາະສື່ມວນຊົນທຸກຂະແໜງການ ໂຄສະນາຢ່າງກວ້າງຂວາງທົ່ວເຖີງ, ແນໃສ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
  3.  ໃຫ້ຖືເອົາແຈ້ງການສະບັບນີ້ເປັນມາດຕະການຄວບຄຸມການຫຼີ້ນບຸນປີໃຫມ່ລາວ ພສ 2566 (ຄສ 2023) ໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບ ມີຄວາມປອດໄພ.