Homeຂ່າວຕ່າງປະເທດນັກດາລາສາດຄົ້ນພົບຂຸມດຳທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍພົບມາ

ນັກດາລາສາດຄົ້ນພົບຂຸມດຳທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍພົບມາ

Published on

ນັກດາລາສາດຄົ້ນພົບຂຸມດຳ ທີ່ໃຫຍ່ກວ່າຕາເວັນເຖິງ 30.000 ລ້ານເທົ່າ ຖືວ່າເປັນຂຸມດຳທີ່ໃຫຍ່ທີ່ສຸດ ເທົ່າທີ່ເຄີຍຄົ້ນພົບມາ.

ໃນວັນທີ 29 ມີນາ 2023 ສາມະຄົມດາລາສາດຂອງອັງກິດ ໄດ້ເຜີຍແຜ່ງານວິໄຈ ຜົນການຄົ້ນພົບ “ຂຸມດຳຂະໜາດໃຫຍ່” ທີ່ໃຫຍ່ກວ່າຕາເວັນເຖິງ 30.000 ລ້ານເທົ່າ ຢູ່ໃນຈັກກະວານທີ່ໄກຫຼາຍ ຫ່າງຈາກໂລກຫຼາຍຮ້ອຍລ້ານປີແສງ ນັບເປັນຂຸມດຳທີ່ໃຫຍ່ທີ່ສຸດເທົ່າທີ່ນັກດາລາສາດຄົ້ນພົບມາ.

ເຊິ່ງທີມນັກດາລາສາດ ແຫ່ງມະຫາວິທະຍາໄລເດີຣັມຂອງອັງກິດ ເປີດເຜີຍວ່າ ເປັນການຄົ້ນພົບທາງເຕັກນິກ Gravitational lens ທີ່ເປັນປາກົດການທາງດາລາສາດ ເກີດຈາກການບິດໂຄ້ງຂອງແສງທີ່ໄດ້ມາຈາກໄລຍະທາງໄກຫຼາຍ ເມື່ອແສງຜ່ານວັດຖຸຂະໜາດໃຫຍ່ ຂະນະດຽວກັນພາບຖ່າຍຈາກກ້ອງອະວາກາດຮັບເບິນ ທີ່ຜ່ານມາຈຳລອງພາບຈາກຊຸບເປີຄອມພິວເຕີ ຂອງ NASA ກໍຊ່ວຍຢືນຢັນເຖິງຂະໜາດໃຫຍ່ຂອງຂຸມດຳນີ້.

ທັ້ງນີ້ ຂຸມດຳຂະໜາດໃຫຍ່ເປັນວັດຖຸທີ່ໃຫຍ່ທີ່ສຸດໃນຈັກກະວານ ແລະ ນັກດາລາສາດບໍ່ສາມາດຄົ້ນພົບໄດ້ງ່າຍໆ ລາຍລະອຽດຂອງຕົ້ນກຳເນີດຂຸມດຳຍັງບໍ່ຊັດເຈນ ແຕ່ບາງທິດສະດີເຊື່ອວ່າ ເກີດຈາກການຮວມຕົວກັນຂອງຈັກກະວານຕ່າງໆ ໃນຫຼາຍພັນລ້ານປີກ່ອນ ເຊິ່ງເປັນປາກົດການທາງດາລາສາດເຮັດໃຫ້ດາວດັບ ແລະ ກໍ່ເກີດຂຸມດຳ.

ທີ່ມາ CNN

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...