Homeຂ່າວຕ່າງປະເທດໂດນັລ ທຣັມ ຖືກສານຮ້ອງຟ້ອງໃນຄະດີປົກປິດສິ່ງທີ່ກ່ຽວຂ້ອງກັບນັກສະແດງຮູບເງົາຜູ້ໃຫຍ່

ໂດນັລ ທຣັມ ຖືກສານຮ້ອງຟ້ອງໃນຄະດີປົກປິດສິ່ງທີ່ກ່ຽວຂ້ອງກັບນັກສະແດງຮູບເງົາຜູ້ໃຫຍ່

Published on

ໂດນັລ ທຣັມ ຕ້ອງປະເຊີນກັບຫຼາຍກ່ວາ 30 ຄະດີ ທີ່ກ່ຽວຂ້ອງກັບການສໍ້ໂກງທາງທຸລະກິດ ໃນການຟ້ອງຮ້ອງຈາກຄະນະຕຸລາການ ມາຮັດຕັນ ຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງອາເມຣິກາ ທີ່ ປະທານາທິບໍດີ ຫຼື ອະດີດປະທານາທິບໍດີຖືກຕັ້ງຂໍ້ຫາທາງອາຍາ.

ຄະນະຕຸລາການສານເມືອງມາຮັດຕັນ ຮັບຮອງເອົາຮ່າງຄຳຟ້ອງຂອງອາຍະການ ແລະ ຕັດສິນໃຈຕັ້ງຂໍ້ຫາຄະດີອາຍາຕໍ່ ໂດນັລ ທຣັມ ອະດີດປະທານາທິບໍດີສະຫະລັດອາເມຣິກາ ຈາກກໍລະນີທີ່ ທຣັມໄດ້ຈ່າຍເງິນເພື່ອປົກປິດສິ່ງທີ່ກ່ຽວຂ້ອງກັບນັກສະແດງຮູບເງົາຜູ້ໃຫຍ່ ທີ່ອອກມາກ່າວວ່າ ໄດ້ມີຄວາມສຳພັນອັນເລິກເຊິ່ງຕໍ່ ທຣັມ ກ່ອນການເລືອກຕັ້ງປີ 2016.

ແຫຼ່ງຂ່າວບອກອີກວ່າ ເອກະສານຄຳຮ້ອງຟ້ອງເປັນຄວາມລັບ ແລ້ວນຳໄປຍື່ນຕໍ່ສານທີ່ມີເຂດອຳນາດ ເຊິ່ງແມ່ນສານເມືອງແມນຮັດຕັນ ໃນລັດນິວຢອກ ໂດຍຕອນນີ້ຈະບໍ່ມີການເປີດເຜີຍຂໍ້ຫາທີ່ ທຣັມ ໄດ້ຮັບ ແຕ່ຈະມີການປະກາດໃນອີກບໍ່ເທົ່າໃດມື້ຕໍ່ໜ້າ.

ສຳນັກງານຂອງ ອັລວິນ ແບຣັກ ໄອຍະການເມືອງແມງຮັດຕັນ ຈະຕິດຕໍ່ກັບທະນາຍຂອງ ທຣັມ ເພື່ອຫາລືເລື່ອງການນຳຕົວເຂົ້າມາຮັບຟັງຂໍ້ກ່າວຫາດັ່ງກ່າວ.

ທັ້ງນີ້ ໃນປີ 2018 ໄມເຄິລ ໂຄເຮນ ອະດີດທະນາຍຄວາມສ່ວນຕົວຂອງ ໂດນັລ ທຣັມ ຖືກຫ່າວກາວ່າຈ່າຍເງິນ 130.000 ໂດລາ ໃຫ້ແກ່ ນາງ ແດນຽວ ໃນເດືອນຕຸລາ 2016 ຫຼື ກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ພຽງແຕ່ເດືອນດຽວ ເພື່ອປົກປິດເລື່ອງຄວາມສຳພັນອັນເລິກເຊິ່ງຕໍ່ ທຣັມ.

ການຕັດສິນໃຈຂອງຄະນະຕຸລາການຈະສ້າງຜົນກະທົບໄປທົ່ວອາເມຣິກາ ເຊິ່ງບໍ່ເຄີຍມີປະທານາທິບໍດີຄົນໃດ ບໍ່ວ່າຈະຍັງດຳລົງຕຳແໜ່ງຢູ່ ຫຼື ເປັນອະດີດ ຖືກຂໍ້ຫາອາຍາຢ່າງເປັນທາງການ ຍິ່ງກວ່ານີ້ຍັງເປັນການຖືກຕັ້ງຂໍ້ຫາໃນຂະຍະທີ່ລາວກຳລັງຫາສຽງ ເພື່ອການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາໃນປີ 2024.

ທີ່ມາ CNN

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...