spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບ ເລຂາພັກແຂວງຢຸນນານ

ນາຍົກລັດຖະມົນຕີ ຕ້ອນຮັບ ເລຂາພັກແຂວງຢຸນນານ

Published on

ໃນວັນທີ 29 ມີນາ 2023, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ຫວັງ ໜິງ ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ, ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 29 ມີນາ ຫາ 1 ເມສາ 2023.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນແຂວງຢຸນນານ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຖືໂອກາດນີ້ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມຂອງ ກອງປະຊຸມສະພາທີ່ປຶກສາການເມືອງ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ 14 ໃນຕົ້ນເດືອນມີນາ 2023, ເຊິ່ງຖືເປັນເຫດການທີ່ສໍາຄັນຂອງ ສປ ຈີນ ພ້ອມດຽວກັນສະຫາຍນາຍົກ ຍັງໄດ້ສະແດງຄວາມຊົມເຊີຍສະຫາຍ ຫວັງ ໜິງ ທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງ ແລະ ປະທານສະພາ ປະຊາຊົນແຂວງຢູນນານ.

อาจเป็นรูปภาพของ 4 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม

ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອນມິດຍຸດທະສາດທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ ໂດຍສະເພາະແມ່ນແຂວງຢູນນານຂອງ ສປ ຈີນ ກັບ ສປປ ລາວ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ສືບຕໍ່ມີຜົນສຳເລັດອັນຈົບງາມ, ເຫັນໄດ້ຈາກການພົບປະແລກ ປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ລາວ-ຈີນ ຢ່າງເປັນປະຈຳ, ໃນໄລຍະການແພ່ລະບາດຂອງເຊື້ອ ພະຍາດໂຄວິດ-19 ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ແຂວງຢຸນນານ ໄດ້ຮ່ວມກັນຈັດກອງປະຊຸມຜ່ານ ວິດີໂອທາງໄກ ເພື່່ອປຶກສາຫາລືກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກ ໃນການສົ່ງອອກສິນຄ້າກະສິກໍາ, ສະພາບລົດອັ່ງອໍຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະ ບັນຫາຄົງຄ້າງອື່ນໆ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະ ພາບກັນຈະສືບຕໍ່ຊຸກຍູ້ໃຫ້ບັນດາວິສະຫະກິດຂອງຈີນ ໂດຍສະເພາະແມ່ນນັກທຸລະກິດ-ນັກລົງທຶນ, ປະຊາຊົນຈີນ ກໍຄື ປະຊາຊົນແຂວງຢຸນນານ ເຂົ້າມາລົງທຶນຕາມຂະແຫນງການທີ່ສອງຝ່າຍມີທ່າແຮງນໍາກັນ ແລະ ເຂົ້າມາທ່ອງ ທ່ຽວຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

ສະຫາຍນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ພັກ-ລັດຖະບານ ແລະ ປະຊາ ຊົນຈີນ ໂດຍສະເພາະແມ່ນການຊ່ວຍເຫລືອດ້ານຕ່າງໆ ລວມທັງການສົ່ງຊ່ຽວຊານທີມແພດຈາກແຂວງຢູນນານ ເຂົ້າມາຊ່ວຍ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ກໍຄື ການຊ່ວຍເຫລືອຈາກບັນດາການນຳແຂວງຢຸນນານ ທີ່ໄດ້ໃຫ້ການຊຸກຍູ້ການພົວພັນຮ່ວມມືກັບ ບັນດາພາກສ່ວນກ່ຽວຂ້ອງຂອງລາວ ທັງກ່ອນ ແລະ ຫລັງ ການແພ່ລະບາດພະຍາດໂຄວິດ-19, ແຂວງຢູນນານ ຍັງໄດ້ໃຫ້ການຊຸກຍູ້ສົ່ງເສີມບັນດານັກທຸລະກິດຂອງແຂວງມາລົງທຶນຢູ່ ສປປ ລາວ, ອັນພົ້ນເດັ່ນ ກໍແມ່ນການລົງ ທຶນໃນໂຄງການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິ ກຳຂອງແຂວງຢຸນນານຢູ່ ສປປ ລາວ ລວມທັງ ເຂດເສດຖະກິດ ບໍ່ເຕັນ-ບໍ່ຫານ ແລະ ອື່ນໆ; ນອກນັ້ນ, ຍັງ ໄດ້ຊ່ວຍເຫລືອທາງດ້ານການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ໂດຍໄດ້ສືບຕໍ່ສະຫໜອງທຶນການສຶກສາໃຫ້ ແກ່ນັກສຶກສາລາວ ໃຫ້ໄດ້ມີໂອກາດໄປສຶກສາຢູ່ແຂວງຢຸນນານ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການ ຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫລືອດ້ານຕ່າງໆ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມກັນນີ້, ກໍສະເໜີໃຫ້ແຂວງຢຸນນານ ຊ່ວຍຊຸກຍູ້ການເປີດເສັ້ນ ທາງລົດໄຟວຽງຈັນ-ຄຸນມິງ-ວຽງຈັນ ໃຫ້ສາມາດຂົນສົ່ງຜູ້ໂດຍສານລະຫວ່າງປະເທດໂດຍໄວ ເພື່່ອເຮັດໃຫ້ເສັ້ນທາງ ລົດໄຟ ລາວ-ຈີນ ໄດ້ນຳໃຊ້ຢ່າງເຕັມປະສິດທິພາບ, ທັງເປັນການສົ່ງເສີມການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໂດຍສະເພາະ ໃນຂະແໜງການທ່ອງທ່ຽວ ໃຫ້ຫລາຍຂຶ້ນກວ່າເກົ່າ, ນອກນັ້ນຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວ ກັບການສ້າງແລວເສດຖະກິດ ລາວ-ຈີນ, ສ້າງແລວເສດຖະກິດຕາມເສັ້ນທາງລົດໄຟ ລາວ-ຈີນ, ຊູກຍູ້ການຮ່ວມມື ດ້ານກະສິກຳຮ່ວມກັນ ໂດຍສະເພາະແມ່ນການເຊີນຊວນນັກລົງທຶນຈາກແຂວງຢູນນານ ໃຫ້ເຂົ້າມາສຳຫລວດ ແລະ ລົງທຶນຢູ່ລາວໃນຂະແໜງຊົນລະປະທານ ເພື່່ອເປັນການສົ່ງເສີມການປູກຝັງທີ່ ສປປ ລາວ ມີທ່າແຮງ ລວມທັງຊູກ ຍູ້ສົ່ງເສີມກົນໄກການຮ່ວມມືລະຫວ່າງແຂວງຢູນນານ ກັບບັນດາແຂວງພາກເໜືອຂອງລາວ ທີ່ໄດ້ມີການຈັດປະຊຸມ ພົບປະກັນມາແລ້ວເຖິງ 12 ຄັ້ງ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ສະເໜີໃຫ້ແຂວງຢູນນານ ສືບຕໍ່ຊູກຍູ້ໃຫ້ວິສະຫະກິດຂອງແຂວງສືບຕໍ່ການກໍ່ສ້າງເສັ້ນທາງດ່ວນ ຊ່ວງແຕ່ ອຸດົມໄຊຫາບໍຫານ ແລະ ການກໍ່ສ້າງ ເສັ້ນທາງ R3 ແຕ່ ດ່ານບໍ່ເຕັນ-ບໍ່ຫານ ຊາຍແດນ ລາວ-ຈີນ ຫາເມືອງຫ້ວຍຊາຍແຂວງບໍ່ແກ້ວ ໃຫ້ສຳເລັດໂດຍໄວ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ອໍານວຍຄວາມສະດວກໃຫ້ແກ່ສິນຄ້າກະສິກໍາລາວ ໃຫ້ສາມາດເຂົ້າສູ່ຕະຫລາດ ສປ ຈີນ ຫລາຍຂຶ້້້ນ ລວມທັງການຮ່ວມມືດ້ານການປູກພືດທົບແທນການປູກຝິ່ນ ຢູ່ພາກເໜືອລາວ, ເປີດເສັ້ນທາງ ການບິນ ລະຫວ່າງ ແຂວງຢຸນນານ ກັບ ສປປ ລາວ ໃຫ້ກັບມາເປັນປົກກະຕິ ຄືກັບກ່ອນເກີດສະພາບການລະບາດ ຂອງພະຍາດໂຄວິດ-19, ຊຸກຍູ້ໃຫ້ສອງຝ່າຍ ກະກຽມຄວາມພ້ອມທີ່ຈະເປີດດ່ານສາກົນ, ລົດໄຟ ລາວ-ຈີນ ບໍ່ເຕັນ-ບໍ່ຫານ ໃນວັນທີ 13 ເມສາ 2023 ນີ້ ແລະ ຊຸກຍູ້ໂຄງການທາງດ່ວນ ແຕ່ ວັງວຽງ-ບໍ່ເຕັນ ໂດຍສະເພາະແມ່ນ ຊ່ວງໄລຍະທີ 4 ແຕ່ອຸດົມໄຊ-ບໍ່ເຕັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ. ພ້ອມນີ້, ທ່ານກັນ, ກໍໄດ້ອວຍພອນ ໃຫ້ສາຍພົວພັນອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຂະນົງແກ່ນ ຕະຫລອດໄປ, ອວຍພອນໃຫ້ ຄະນະຜູ້ແທນແຂວງຢຸນນານ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ໃນຂະນະດຽວກັນ, ສະຫາຍ ຫວັງ ໜິງ ເລຂາພັກແຂວງຢຸນນານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງຝ່າຍລາວ, ພ້ອມທັງແຈ້ງສະພາບການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຂອງແຂວງ ຢູນນານ ໃຫ້ຝ່າຍລາວຊາບ ພິເສດແມ່ນຜົນສຳເລັດໃນການລົບລ້າງຄວາມທຸກຍາກ ຊຶ່່ງຝ່າຍແຂວງຢຸນນານຍິນດີຈະແບ່ງປັນປະສົບການ ແລະ ພ້ອມຈະຊ່ວຍເຫລືອຝ່າຍລາວ ໃນການຖອດຖອນບົດຮຽນ ລວມທັງການຮັບຈັດຝຶກ ອົບຮົມໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງຝ່າຍລາວ, ພ້ອມທັງໄດ້ສະເໜີໃຫ້ຝ່າຍລາວ ສືບຕໍ່ປັບປຸງສະພາບແວດລ້ອມ ໃນການດຶງດູດການລົງທຶນໃຫ້ມີຄວາມສະດວກ ແລະ ຮັບປະກັນຂຶ້ນຕື່່ມ ພ້ອມທັງ ໄດ້ຢືນຢັນຄືນຈະສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມຂອງສອງຊາດ ຈີນ-ລາວ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງຂຶ້ນ, ພັກ-ລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະ ກໍຄື ແຂວງຢຸນນານ ຍິນດີສືບຕໍ່ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນອະນາຄົດ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...