Homeແຈ້ງການຂໍ້ກຳນົດໃນການຂັບຂີ່ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ

ຂໍ້ກຳນົດໃນການຂັບຂີ່ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ

Published on

ເພື່ອປ້ອງກັນ, ສະກັດກັ້ນອຸບັດຕິເຫດຈະລາຈອນທາງບົກ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການສັນຈອນ, ເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ລາວ ມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງອອກແຈ້ງການເລກທີ 028/ກຈຈ, ລົງວັນທີ 27 ມີນາ 2023 ເຖິງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕຳຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນໃນຂອບເຂດທົ່ວປະເທດ ໂດຍກຳນົດ 15 ຂໍ້ ເພື່ອຂັບຂີ່ໃນລະຍະສະຫຼອງປີໃໝ່ລາວຢ່າງປອດໄພ ລະອຽດຄື:

1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ.
2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ( ຖ້າຫາລະເມີດຈະໄດ້ສຶກສາອົບຮົມ, ກັກລົດໄວ້ ແລະ ປັບໃໝຕາມລະບຽບການ ) ເພື່ອຄວາມປອດໄພຂອງຜູ້ຂັບຂີ່.
3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.
4. ກ່ອນຈະນຳໃຊ້ຍານພາຫະນະ ຕ້ອງກວດສະພາບເຕັກນິກ, ຄວາມພ້ອມຂອງຍານພາຫະນະ ໃຫ້ມີຄວາມຮັບປະກັນເປັນຢ່າງດີ.
5. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງທຸກຄັ້ງເວລາເດີນທາງ ແລະ ປະຕິບັດລະບຽບກົດໝາຍກ່ຽວກັບການຂົນສົ່ງທາງບົກຢ່າງເຂັ້ມງວດ.
6. ສະເພາະເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີດ 120km/ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80km/ຊົ່ວໂມງ ( ເຈົ້າໜ້າທີ່ຕຳຫຼວດຈະໄດ້ຈັບຄວາມໄວ ).
7. ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ, ຖ້າຫາກກວດພາພົບເຫັນ ເຈົ້າໜ້າທີ່ຕຳຫຼວດ ຈະລາຈອນຈະໄດ້ກັກຜູ້ຂັບຂີ່ໄວ້ ເພື່ອສຶກສາອົບຮົມ, ຊ່ວງເມົາແລ້ວຈິ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ, ໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ ພ້ອມດຳເນີນຕາມຂັ້ນຕອນຂອງລະບຽບກົດໝາຍໃນເວລາຕໍ່ໄປ.
8. ຫ້າມຂັບຂີ່ຍານພາຫະນະເກີນຄວາມໄວທີ່ກົດໝາຍ ແລະ ປ້າຍສັນຍານຈະລາຈອນກຳນົດໄວ້.
9. ຫ້າມຂີ່ລົດຈັກເປັນພຶງເປັນແພ ກີດຂວາງການສັນຈອນຕາມເສັ້ນທາງຢ່າງເດັດຂາດ.
10. ຫ້າມຜູ້ໂດຍສານນັ່ງຂອບກະບະລົດ ຫຼື ນັ່ງຝາທ້າຍລົດ ໃນເວລາລົດກຳລັງສັນຈອນຢ່າງເດັດຂາດ.
11. ຫ້າມນໍາໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຄົນໂດຍສານເກີນຈຳນວນ ແລະ ຊ່ວງຊີງເອົາຄົນໂດຍສານຢ່າງເດັດຂາດ.
12. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນຂັບຂີ່ຍານພາຫະນະຢ່າງເດັດຂາດ.
13. ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ( ຍົກເວັ້ນກໍລະນີລົດເປ່ເພ ).
14. ຖ້າບຸກຄົນໃດຫາກລະເມີດ ຕໍ່ບັນດາຂໍ້ຫ້າມ, ດຳລັດ ວ່າດ້ວຍກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍກຳນົດໄວ້ຢ່າງເຂັ້ມງວດ.
15. ກຳລັງຕຳຫຼວດຈະລາຈອນແຕ່ລະແຂວງ ຈະຕ້ອງໄດ້ເຮັດໜ້າທີ່ຕິດຕາມກວດກາການສັນຈອນ, ຈັດສັນຄວາມເປັນລະບຽບການສັນຈອນ, ການຍ່າງ ແລະ ການຈອດຂອງຍານພາຫະນະ ຢ່າງເຂັ້ມງວດ ຕະຫຼອດໄຍຍະເວລາ ສະເຫຼີມສະຫຼອງປີໃໝ່ລາວທີ່ຈະມາເຖິງນີ້.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...