spot_img
Homeຂ່າວພາຍ​ໃນແຈ້ງການຫາເຈົ້າຂອງລົດ ຟໍຈູນເນີ ທີ່ເຈົ້າໜ້າທີ່ກັກໄວ້

ແຈ້ງການຫາເຈົ້າຂອງລົດ ຟໍຈູນເນີ ທີ່ເຈົ້າໜ້າທີ່ກັກໄວ້

Published on

ອີງຕາມການລາຍງານຂອງ ກອງບັນຊາການ ປກສ ແຂວງວຽງຈັນ ທີ່ໄດ້ອອກແຈ້ງການເຖິງພະນັກງານ, ທະຫານ-ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ: ໃນວັນທີ 7 ກຸມພາ 2023 ຜ່ານມາ ເຈົ້າໜ້າທີ່ ວິຊາສະເພາະຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ກັກລົດ TOYOTA ຍິ່ຫໍ້ FORTUNER ສີຂາວ, ປ້າຍທະບຽນ ຂລ 9749 ເລກຈັກ 1KD0212291 ເລກຖັງ MROYZ59 G401128646.

ຜ່ານການລົງກວດກາ, ເກັບກັບຂໍ້ມູນຫຼັກຖານຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະ ເຫັນວ່າເອກະສານທີ່ຕິດມານໍາລົດ ແມ່ນບໍ່ກົງກັບຂໍ້ມູນຂອງກົມຂົນສົ່ງ ແລະບໍ່ສາມາດຮູ້ໄດ້ເຈົ້າຂອງລົດ TOYOTA ຍິ່ຫໍ້ FORTUNER ສີຂາວ, ປ້າຍທະບຽນ ຂລ 9749 ເລກຈັກ 1KDU553974 ເລກຖັງ MROYZ59 G401141381 ຄັນດັ່ງນັ້ນ ຈຶ່ງແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ຖ້າຫາກສົງໃສ ຫຼື ມີເອກະສານຢັ້ງຢືນວ່າເປັນລົດຂອງຕົນເອງ ໃຫ້ນໍາເອົາເອກະສານທີ່ກ່ຽວຂ້ອງມາພົວພັນນໍາກອງບັນຊາການ ປກສ ແຂວງວຽງຈັນ ໃນໂມງລັດຖະການ ກໍານົດບໍ່ໃຫ້ກາຍ 60 ວັນ ນັບຈາກມື້ລົງລາຍເຊັນເປັນຕົ້ນໄປ ຖ້າຫາກກາຍກໍານົດເວລາຖືວ່າສະຫຼະສິດ ລົດຄັນດັ່ງກ່າວຈະຖືກຢືດເປັນຂອງລັດຕາມລະບຽບກົດໝາຍ, ລາຍລະອຽດຕາມແຈ້ງການ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...