Homeຂ່າວການຮ່ວມມື“ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ”

“ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ”

Published on

ໃນວັນທີ 24 ມີນາ 2023 ຜ່ານມາ, ຢູ່ທີ່ໂຮງແຮມແລນມາກ, ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ“ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ” ເຊິ່ງເປັນສັນຍາລັກໃຫ້ເຫັນໂຄງການນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສ ສາກົນ ທີ່ວິສາຫະກິດໄດ້ກະກຽມມາເປັນເວລາ 1 ປີກວ່ານັ້ນ, ຈະເລີ່ມດໍາເນີນງານຢ່າງເປັນທາງການ ແລະ ຈັດຕັ້ງປະຕິບັດຢ່າງຮອບດ້ານ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຕາງໜ້າສອງຝ່າຍລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂດຍມີພາກສ່ວນກ່ຽວຂ້ອງຕາງໜ້າພາກລັດ ເຊັ່ນ: ສະ ຖານທູດຈີນ ປະຈໍາ ສປປ ລາວ, ສໍານັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ, ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ພາກສ່ວນຕາງໜ້າຂະແໜງການກ່ຽວຂ້ອງຕ່າງໆເຊັ່ນ: ສໍານັກຂ່າວ ຊິນຮວາປະຈໍາລາວ, ສະພາການຄ້າຈີນປະຈໍາລາວ, ສະພາຈີນ, ທະນາຄານອຸດສະຫະກໍາ ແລະ ການຄ້າຈີນຈຳກັດ ສາຂານະຄອນ ຫລວງ (ໄອຊີບີຊີ), ທະນາຄານ ສປ ຈີນ ສາຂານະຄອນຫລວງ, ວິສາຫະກິດລາວ ແລະ ວິສາຫະກິດຈີນທີ່ມີຊື່ສຽງ ເຂົ້າຮ່ວມພິທິເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້.

ໂຄງການນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ກວມ ລວມການພັດທະນາແບບອຸດສາຫະກໍາ, ແບບຕົວເມືອງ ແລະ ການດຶງດູດການລົງທຶນຂອງປະເທດລາວ, ພ້ອມທັງຂະຫຍາຍໄປເຖິງການຫັນປ່ຽນກະສິກໍາດັ້ງເດີມ ໄປສູ່ກະສິກໍາທັນສະໄໝ, ພ້ອມທັງຈະຊຸກຍູ້ການເລັ່ງພັດທະນາຂະແໜງການບໍລິການຢ່າງຮອບດ້ານ. ນິຄົມອຸດສາຫະກໍາແບ່ງເປັນ 3 ເຂດໃຫຍ່ຄື: ເຂດນິຄົມອຸດສາຫະກໍາປຸ໋ຍໂປຕາສ, ເຂດນິຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງອາຊີ-ໂປຕາສ, ກວມເນື້ອທີ່ທັງໝົດ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດສູງເຖິງ 4,31 ຕື້ໂດລາ, ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ, ຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່ ເພື່ອຊຸກຍູ້ປະເທດລາວ ສ້າງເປັນຮູບແບບອຸດສາຫະກໍາທີ່ທົດແທນການນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ.

ນິຄົມອຸດສາຫະກໍາປຸ໋ຍໂປຕາສ ແມ່ນອາໄສຊັບພະຍາກອນແຮ່ເກືອໂປຕາສ ຂອງວິສາຫະກິດ, ເລັ່ງການພັດທະນາອຸດສາຫະກໍາປຸ໋ຍໂປຕາສ ແລະ ບັນລຸກໍາລັງການຜະລິດປີ 2023 ຈໍານວນ 3 ລ້ານໂຕນ, ປີ 2025 ຈໍານວນ 5 ລ້ານໂຕນ ແລະ ວິໄສທັັດ ຈໍານວນ 10 ລ້ານໂຕນ, ພັດທະນາໃຫ້ວິສາຫະກິດ ກາຍເປັນວິສາຫະກິດປຸງແຕ່ງ ແລະ ຜະລິດອັນດັບທີ 1 ໃນອາຊີ, ເຮັດໃຫ້ປະເທດລາວ ກາຍເປັນຖານຜະລິດປຸ໋ຍໂປຕາສອັນດັບທີ 4 ໃນໂລກ.

ເຂດນິຄົມອຸດສາຫະກໍາອະໂປຕາສ ແມ່ນນໍາໃຊ້ຊັບພະຍາກອນທີ່ຕິດພັນແຮ່ເກືອໂປຕາສ, ຊັບພະຍາກອນແຮ່ຖ່ານຫີນ, ຊັບພະຍາກອນແຮ່ບົກຊິດ ແລະ ຊັບພະຍາກອນອື່ນໆ, ຜ່ານການດຶງດູດການລົງທຶນ, ພັດທະນາຊັບພະຍາກອນໃຫ້ຍືນຍົງ, ນໍາໃຊ້ຕ່ອງໂສ້ການສະໜອງຕ່ອງໂສ້ອຸດສາຫະກໍາ, ດໍາເນີນການຜະລິດທີ່ມີມູນຄ່າເພີ່ມສູງ ແລະ ລວມຜະລິດຕະພັນ, ສ້າງໂຮງງານໄຟຟ້ານໍາໃຊ້ເອງ, ຜະລິດໄຟຟ້າດ້ວຍພະລັງງານລົມ ຫລື ພະລັງງານແສງຕາເວັນ, ສ້າງທ່າແຮງພະລັງງານໄຟຟ້າໃນນິຄົມອຸດສາຫະກໍາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຊຸກຍູ້ການພັດທະນາຊັບພະຍາ ກອນບໍ່ແຮ່ຂອງປະເທດລາວ, ຊ່ວຍຜັກດັນປະເທດລາວພັດທະນາຈາກປະເທດທີ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນໄປສູ່ປະເທດທີ່ມີອຸດສາຫະກໍາເຂັ້ມແຂງ.

ພາຍຫລັງ ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ, ຄາດຄະເນທຸກໆປີຈະສາມາດສ້າງລາຍຮັບດ້ານການເງິນ ຈໍານວນ 320 ລ້ານໂດລາ ໃຫ້ແກ່ປະເທດລາວ, ເພີ່ມສໍາຮອງຄັງເງິນຕາຕ່າງປະເທດປະມານ 1,7 ຕື້ໂດລາ, ຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ 30.000-50.000 ຄົນ, ໃຫ້ການສະໜັບສະໜູນອັນສໍາຄັນໃນການພັດທະນາເສດຖະກິດ ແລະ ສັງຄົມລາວທີ່ມີຄຸນນະພາບສູງ, ມີບົດບາດສໍາຄັນໃນການຮັດແໜ້ນ ສາຍພົວພັນມິດຕະພາບລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...