Homeຂ່າວພາຍ​ໃນອະດີດນາຍົກລັດຖະມົນຕີຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ

ອະດີດນາຍົກລັດຖະມົນຕີຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ

Published on

ວັນທີ 23 ມີນາ 2023, ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ໄດ້ລົງຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ, ເມືອງສຸຂຸມາ, ແຂວງຈໍາປາສັກ ໂດຍການຕ້ອນຮັບ ແລະ ຮ່ວມຕິດຕາມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ, ມີພະແນກການ-ກົມກອງອ້ອມຂ້າງ ຕະຫຼອດຮອດ ພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ ໃຫ້ການຕ້ອນຮັບ.

อาจเป็นรูปภาพของ 3 คน, ผู้คนกำลังยืน และ กลางแจ้ง

ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈໍາປາສັກ ໃນນາມຕ່າງໜ້າຄະນະຊີ້ນຳດ້ານເຕັກນິກຂັ້ນແຂວງ ຂອງໂຄງການດັ່ງກ່າວ ໄດ້ລາຍງານ ກ່ຽວກັບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ, ໂດຍໂຄງການນີ້ ແມ່ນມີທີ່ຕັ້ງຢູ່ບ້ານຄຸ້ມໃຫຍ່ (ດອນໄຊ), ເມືອງສຸຂຸມາ, ແຂວງຈຳປາສັກ, ເຊິ່ງຢູ່ກາງດອນແມ່ນໍ້າຂອງ ຫ່າງຈາກເທດສະບານແຂວງຈຳປາສັກ ລົງໄປທາງທິດໃຕ້ 80 ກິໂລແມັດ ແລະ ຫ່າງຈາກເທດສະບານເມືອງສຸຂຸມາ ໄປທາງທິດຕາເວັນອອກສ່ຽງໃຕ້ 17 ກິໂລແມັດ.

ไม่มีคำอธิบายรูปภาพ

ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຮ່ວງເງິນລະດົມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍແມ່ນຫ້ອງວ່າການແຂວງຈຳປາສັກ ເປັນເຈົ້າຂອງໂຄງການ, ພະແນກ (ຍທຂ) ແຂວງ ເປັນຜູ້ຕິດຕາມດ້ານເຕັກນິກ ແລະ ຮັບເໝົາໂດຍບໍລິສັດທະວີຊັບກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ໄດ້ເຊັນສັນຍາໃນວັນທີ 25 ຕຸລາ 2022 ໄລຍະເວລາ ການກໍ່ສ້າງ 1 ປີ, ລວມມູນຄ່າກໍ່ສ້າງທັງໝົດ 6,5 ຕື້ກວ່າກີບ ປະກອບດ້ວຍ 2 ໜ້າວຽກຫຼັກ ຄື ການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ, ກວ້າງ 30×30 ແມັດ, ສູງ 33 ແມັດ, ມີ 5 ຊັ້ນ ແລະ ອ້ອມຮອບດ້ວຍກົມມະລຽນ ຂະໜາດກ້ວາງ 61×61 ແມັດ, ຮູບຊົງລາວ ແລະ ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່ (ດອນໄຊ) ຫາ ພຣະທາດ, ການຈັດຕັ້ງປະຕິບັດໂຄງການມີ 2 ໄລຍະ, ສຳລັບ ຄວາມຄືບໜ້າໂດຍລວມຂອງໂຄງການ ແມ່ນປະຕິບັດໄດ້ 48.7%, ການຈັດຕັ້ງປະຕິບັດ ໄດ້ສຳເລັດ ວຽກການກໍ່ສ້າງພຣະທາດເກດແກ້ວ, ໂຄງສ້າງຕົວຂອງພຣະທາດ, ຕໍ່ເຕີມໂຄງສ້າງຖານ ແລະ ສຳເລັດ ການກໍ່ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່, ດອນໄຊ ຫາ ພຣະທາດ ຍາວ 1.500 ແມັດ, ກວ້າງ 5 ແມັດ; ສ່ວນວຽກທີ່ຕ້ອງສືບຕໍ່ຍັງມີ ການກໍ່ສ້າງກໍາແພງ, ປະຕູໂຂງ ປະຕິບັດໄດ້ 70-80% ແລະ ເດີ່ນດ້ານໃນພຣະທາດ ແມ່ນໄດ້ສໍາເລັດການຖົມດິນປັບລະດັບເດີ່ນ ແລະ ກະກຽມເທເບຕົງ.

อาจเป็นรูปภาพของ 6 คน และ กลางแจ้ง

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດເຫັນວ່າມີຄືບໜ້າຫຼາຍສົມຄວນ ຊຶ່ງໂຄງການນີ້ເປັນການ ສົມທົບ ແຫຼ່ງທຶນ ໃນການພັດທະນາເສດຖະກິດ ຈາກຜູ້ປະກອບການ ພາກທູລະກິດ ຫຼາຍພາກສ່ວນ ເພື່ອສ້າງປະຫວັດສາດອັນໃໝ່, ປະກອບສ່ວນສ້າງ ມໍລະດົກ ອັນສັກສິດ ໃຫ້ຄົນລຸ້ນຫຼັງ ໄດ້ສະກາລະບູຊາ, ພ້ອມນັ້ນ ທ່ານອາດີດນາຍົກລັດຖະມົນຕີ ຍັງໄດ້ສະເໜີມອບ ໃຫ້ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານເຈົ້າແຂວງຈຳປາສັກ ເປັນຜູ້ສືບຕໍ່ຊີ້ນຳໂຄງການ ແລະ ພະແນກການກ່ຽວຂ້ອງ ຕ້ອງສືບຕໍ່ດຳເນີນການຈັດຕັ້ງປະຕິບັດວຽກງານພາກສະໜາມ, ໂດຍສະເພາະ 5 ວຽກໃຫຍ່ ຂອງໂຄງການດັ່ງກ່າວ ເພື່ອໃຫ້ ສຳເລັດຕາມແຜນທີ່ກຳນົດໄວ້.

ແຫຼ່ງຂ່າວ ສື່ມວນຊົນແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...