Homeຂ່າວພາຍ​ໃນປີໂຕຣລ້ຽມ ເປີດໃຫ້ມວນຊົນຈັບຈອງຮຸ້ນ ນັບແຕ່ຕົ້ນເດືອນໜ້າເປັນຕົ້ນໄປ

ປີໂຕຣລ້ຽມ ເປີດໃຫ້ມວນຊົນຈັບຈອງຮຸ້ນ ນັບແຕ່ຕົ້ນເດືອນໜ້າເປັນຕົ້ນໄປ

Published on

20141124165211

 

ວັນ​ທີ 22 ພະຈິກ 2014 ຜ່ານມາ ບໍລິສັດ ປີ​ໂຕຣ​ລ້ຽມເທຣດດິ້ງ​ລາວ ມະຫາຊົນ ໄດ້​ຈັດ​ພິທີຖະແຫຼງ​ຂ່າວ​ເພື່ອ​ນຳ​

ສະເໜີຂໍ້ມູນ​ບໍລິສັດ ໃຫ້​ແກ່​ນັກ​ລົງທຶນ​ທີ່ຈະ​ຈັບຈອງ​ຮຸ້ນ​ຂອງ​ຕົນ ຂຶ້ນ​ທີ່ໂຮງແຮມ​ເມີ​ກຽວ ນະຄອນຫຼວງວຽງ​ຈັນ

ເຊິ່ງ​ຄະນະ​ຜູ້​ບໍລິຫານບໍລິສັດ ແລະ ນັກທຸລະກິດ​ເຂົ້າຮ່ວມ.

 

ທ່ານ ຈັນທອນ ສິດທິໄຊ ຮອງ​ປະທານ​ສະພາ​ບໍລິຫານ​ບໍ​ລິສັດ ປີ​ໂຕຣ​ລ້ຽມເທຣດ​ດິ້ງ​ລາວ ມະຫາຊົນ ໄດ້​ກ່າວ​ວ່າ:

ປີ​ໂຕຣລ້ຽມ​ເປັນ​ບໍລິສັດ​ແຫ່ງ​ທີ 4 ຂອງລາວ ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ມາ​ຈົດທະບຽນ​ຢູ່​ຕະຫຼາດ​ຫຼັກ​ຊັບ​ລາວ ພາຍຫຼັງ

​ຜ່ານ​ການ​ກວດ​ສອບຈາກ​ພາຍ​ນອກ​ກ່ຽວ​ກັບ​ຜົນ​ສຳເລັດ ແລະ ຄວາມ​ປອດ​ໃສ​ໃນການ​ດຳເນີນ​ທຸລະ​ກິດ ບໍລິສັດ

ເປັນ​ທຸລະ​ກິດ​ຈຳໜ່າຍ​ນ້ຳມັນ​ເຊື້ອໄຟ​ຂອງ​ລາວ​ ລົງທຶນ​ໂດຍ​ຄົນ​ລາວ 100%​ສ້າງ​ຕັ້ງ​ຂຶ້ນ​ກາງ​ປີ 2008 ດ້ວຍ​ທຶນ​

ຈົດ​ທະບຽນ​ເລີ່ມ​ຕົ້ນ 28,8 ຕື້​ກີບ ແລະ ໄດ້​ເພີ່ມ​ທຶນຈົດ​ທະບຽນ​ເປັນ 350 ຕື້​ກີບ ໃນ​ປີ 2013 ປັດຈຸບັນ ຖື​ເປັນ​ຜູ້​

ຈັດ​ຈຳໜ່າຍ​ນ້ຳມັນ​ລາຍ​ໃຫຍ່​ຂອງ ​ສປປ ລາວ ທັດ​ຈາກ​ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ.

 

ປີ​ໂຕຣ​ລ້ຽມ ເປັນ​ຜູ້ນຳ​ເຂົ້າ-ສົ່ງ​ອອກ ແລະ ຈຳໜ່າຍ​ນ້ຳມັນເຊື້ອ​ໄຟ ​ພາຍ​ໃຕ້​ເຄື່ອງໝາຍ​ການຄ້າ​ປີ​ໂຕຣ​ລ້ຽມ ເຊິ່ງ

​ປະກອບ​ມີ​ນ້ຳມັນ​ກາ​ຊວນ ແອັດ​ຊັງ 91 ແອັດ ຊັງ 95 ປີ​ໂຕຣ​ເຄ​ມີ ແລະ ເປັນຕົວ​ແທນ​ຈຳໜ່າຍ​ນ້ຳມັນ​ເຄື່ອງຊັນ

​ອອຍ​ປະເທດ​ໄທ ແລະ ມາຮອດ​ປັດຈຸບັນ​ ບໍລິສັດ​ມີ​ສາງ​ນ້ຳມັນ​ທັງ​ໝົດ 7 ແຫ່ງ ແລະ ມີ​ປ້ຳທັງ​ໝົດ​ໃນ​ທົ່ວ​ປະເທດ

107 ແຫ່ງ ສາມາດ​ບັນຈຸ​ນ້ຳມັນ​ໄດ້​ຫຼາຍກວ່າ 30 ລ້ານ​ລິດ ດ້ວຍ​ຕາ​ໜ່າງການ​ຂາຍ​ທີ່​ມີ​ຢັ່ງຢາຍ​ກວ້າງຂວາງ​ ກັບ​

ຄວາມ​ຕ້ອງການ​ຂອງສັງຄົມ​ທີ່​ນັບ​ມື້​ສູງ​ຂຶ້ນ ​ເຮັດ​ໃຫ້​ທຸລະ​ກິດ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ດີ​ຂຶ້ນ​ຕໍ່​ເນື່ອງ ​ໃນ​ຕະ

ຫຼອດ​ໄລຍະ​ຜ່ານ​ມາ.

 

ເພື່ອ​ຂະຫຍາຍ​ກຳລັງ​ການສະໜອງ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ລູກ​ຄ້າຢ່າງ​ທົ່ວ​ເຖິງ ຮັບປະກັນ​ການ​ບໍ​ລິການ​ລູກ​ຄ້າ​ລາຍ​ໃຫຍ່

​ໃຫ້​ໄດ້​ຫຼາຍ​ຂຶ້ນ​ ບໍລິສັດ​ຈຶ່ງ​ສະເໜີ​ຂາຍ​ຮຸ້ນອອກ​ທັງ​ໝົດ 60 ລ້ານ​ຮຸ້ນ ໃຫ້ມວນ​ຊົນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ

​ຮ່ວມ​ເປັນ​ເຈົ້າ​ຂອງ​ໃນລາຄາ​ຮຸ້ນ​ລະ 2.000 ກີບ ເພື່ອນຳ​ເອົາ​ທຶນ​ທີ່​ລະດົມ​ໄດ້​ໄປ​ສ້າງສະຖານີ​ບໍລິການ​ນ້ຳມັນ​ຕື່ມ​ອີກ

20 ແຫ່ງ ເປັນ​ທຶນ​ໝູນວຽນ​ສຳລັບ​ບໍລິຫານ​ການ​ສັ່ງ​ຊື້​ນ້ຳມັນຈາກ​ຕ່າງປະເທດ ແລະ ລົງທຶນ ໃນ​ການ​ບໍລິຫານ​ລະບົບ

​ຂົນສົ່ງ ເຊິ່ງ​ປີ​ໂຕຣ​ລ້ຽມ​ຈະ​ເລີ່ມ​ເປີດ​ໃຫ້ຈອງ​ຮຸ້ນ​ໄດ້​ນັບ​ແຕ່​ເດືອນ​ທັນວາ 2014 ເປັນຕົ້ນ​ໄປ ສະນັ້ນ ມວນຊົນ ຫຼື ນັກ​

ລົງທຶນ​ທ່ານ​ໃດ​ທີ່​ສົນໃຈ​ຢາກ​ຮ່ວມ​ຈັບຈອງ​ຮຸ້ນ​ຂອງ​ບໍ​ລິສັດ​ດັ່ງກ່າວ ແມ່ນ​ສາມາດ​ສອບຖາມ​ໄດ້​ຢູ່​ທະນາຄານ​ພັດທະ

ນາລາວ​ທຸກ​ສາຂາ ຫຼື ສອບ​ຖາມ​ທີ່​ບໍລິ​ສັດ​ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ ຕັ້ງ​ຢູ່​ຕຶກ​ຕະຫຼາດ​ຫຼັກ​ຊັບ​ລາວ ​ຊັ້ນ 5 ເມືອງ​ໄຊ​

ເຊດ​ຖາ ນະຄອນຫຼວງວຽງ​ຈັນ.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...