Homeຂ່າວພາຍ​ໃນລົດໄຟລາວ-ຈີນຈະເລີ່ມແລ່ນຂ້າມຊາຍແດນໃນກາງເດືອນເມສາ 2023 ນີ້

ລົດໄຟລາວ-ຈີນຈະເລີ່ມແລ່ນຂ້າມຊາຍແດນໃນກາງເດືອນເມສາ 2023 ນີ້

Published on

ທ່ານ ວົງທອງ ສຸພັນທອງ ຮອງຫົວໜ້າວິສະວະກອນໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ CMG ປະຈໍາລາວໃນວັນທີ 22 ມີນາ 2023ນີ້ວ່າ: ບໍລິສັດທາງລົດໄຟລາວ-ຈີນ ຈະເປີດບໍລິການລະຫວ່າງປະເທດ ຈາກນະຄອນຫຼວງວຽງຈັນຫານະຄອນຄຸນໝິງ ສປ ຈີນ, ນະຄອນຄຸນໝິງ-ນະຄອນຫຼວງວຽງຈັນ ໃນກາງເດືອນເມສາ 2023 ນີ້.

ມາຮອດປະຈຸບັນແມ່ນຢູ່ໃນຂັ້ນຕອນການປະສານສົມທົບ ການກະກຽມຄວາມພ້ອມໃນດ້ານຕ່າງໆຂອງທັງສອງຝ່າຍລາວ-ຈີນ ເພື່ອເປີດບໍລິການໃນກາງເດືອນເມສານີ້. ສໍາລັບຮູບແບບການເດີນທາງດ້ວຍລົດໄຟລະຫວ່າງປະເທດນີ້, ລົດໄຟທີ່ອອກຈາກນະຄອນຫຼວງວຽງຈັນໄປຮອດສະຖານີຄຸນໜິງ ສປ ຈີນ ຕ້ອງໄດ້ລົງແຈ້ງເອກະສານເຂົ້າ-ອອກເມືອງຢູ່ສະຖານີບໍ່ເຕ່ນ(ສປປ ລາວ)ກ່ອນ,ຈາກນັ້ນ, ໄປແຈ້ງເຂົ້າເມືອງຢູ່ສະຖານີບໍ່ຫານ(ສປ ຈີນ) ເພື່ອເຂົ້າສປ ຈີນ ເຊິ່ງອີງໃສ່ລະບຽບການເຂົ້າ-ອອກຂອງແຕ່ລະປະເທດ.

ອີງຕາມສະຖິຕິບໍລິສັດລົດໄຟລາວ-ຈີນໃຫ້ຮູ້ວ່າ, ຫຼັງຈາກສປປ ລາວ ແລະ ສປ ຈີນ ໄດ້ປະກາດເປີດປະເທດ, ປະຈຸບັນ ມີນັກທອ່ງທ່ຽວ, ນັກທຸລະກິດ ເດີນທາງໄປ-ມາຢ່າງຫຼວງຫຼາຍ ໂດຍຜ່ານທາງລົດໄຟລາວ-ຈີນ ເຂົ້າທາງສະຖານີບໍ່ເຕ່ນ ເພື່ອເຂົ້າມາສປປ ລາວ ແລະຈຸດຕ່າງໆຕາມແລວທາງລົດໄຟ ໂດຍສະເລ່ຍແລ້ວມີປະມານ 1.500-1.600 ຄົນຕໍ່ມື້.

ທ່ານ ວົງທອງ ສຸພັນທອງ ກ່າວອີກວ່າ: ນັບແຕ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເປີດນໍາໃຊ້ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ ບໍລິສັດໄດ້ຖືສໍາຄັນຂອດບໍລິການຜູ້ໂດຍສານ ແລະ ຄວາມປອດໄພເປັນບູລິມະສິດ ໂດຍມີການປັບປຸງດ້ານຕ່າງໆໃຫ້ດີຂຶ້ນເລື້ອຍໆ. ໃນວັນທີ 15 ມີນາປີນີ້, ບໍລິສັດລົດໄຟລາວ-ຈີນ ຈໍາກັດ ກໍໄດ້ເປີດຂາຍປີ້ທາງອອນລາຍ,ພຽງແຕ່ດາວໂຫຼດ App LCR Ticket ໃສ່ມືຖືກໍສາມາດຊື້ປີ້ໄດ້ ຜູ້ໂດຍສານສາມາດແຈ້ງເຂົ້າສະຖານີ ໂດຍໃຊ້ຄິວອາໂຄດຈາກການຊື້ປີ້ກໍເດີນທາງໄດ້ເລີຍ ສະດວກ ວ່ອງໄວ ແລະທັນສະໄໝ ເຊິ່ງປະຈຸບັນ, ມີຜູ້ລົງທະບຽນນໍາໃຊ້ App LCR Ticket ແລ້ວປະມານ 15.000 ກວ່າຄົນ.

ຍ້ອນລົດໄຟລາວ-ຈີນ ເຊື່ອມຕໍ່ຈາກສປປ ລາວ ໄປຍັງສປ ຈີນ ແລ້ວເຊື່ອມຕໍ່ກັບສາກົນ. ດັ່ງນັ້ນ, App LCR Ticket ຂາຍປີ້ອອນໄລນີ້ ແມ່ນບໍລິສັດດຽວທີ່ຄົ້ນຄວ້າການຂາຍປີ້ທາງອອນລາຍຢູ່ສປ ຈີນ ສະນັ້ນ, ລະບົບຕ່າງໆໄດ້ຖືກນໍາມາພັດທະນາ ເພື່ອໃຫ້ສອດຄ່ອງໃນການຊື້ປີ້ທາງອອນໄລຂອງລົດໄຟລາວ-ຈີນ ຕອນຢູ່ລາວໄດ້ກ້າວຂຶ້ນສູ່ລະດັບໃໝ່ທີ່ທັນສະໄໝ.

ທີ່ມາ CRI

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...