Homeຂ່າວອຸບັດຕິເຫດລົດເກັງຂັບລົດຜິດເລນ ຕຳເອົາລົດທີ່ສວນມາທັງໝົດ 4 ຄັນ

ລົດເກັງຂັບລົດຜິດເລນ ຕຳເອົາລົດທີ່ສວນມາທັງໝົດ 4 ຄັນ

Published on

ໃນເວລາ 21:00 ນາທີ ຂອງວັນທີ 22 ມີນາ 2023 ເກີດອຸບັດຕິເຫດລົດເກັງປ້າຍໄທຂັບລົດຜິດເລນ ຕຳເອົາລົດທີ່ສວນມາທັງໝົດ 4 ຄັນ ຢູ່ເຂດບ້ານໜອງໄຮໃຫຍ່ ຕໍ່ໜ້າວັດໜອງໄຮ ເຮັດໃຫ້ມີຜູ້ບາດເຈັບສາຫັດ 2 ຄົນ.

ຈາກການລາຍງານຂອງປະຊາຊົນທີ່ເຫັນເຫດການໄດ້ບອກວ່າ: ມີຜູ້ບາດເຈັບສາຫັດ 2 ຄົນ ແມ່ນຜູ້ຂັບຂີ່ລົດຈັກ ຄົນບ້ານທ່າດິນແດງ, ສ່ວນລົດຮຸນໃດແມ່ນ ໄປ 5 ຄົນ ນັ່ງໃນລົດ 3 ຄົນ ແລະ ນັ່ງຫຼັງ 2 ຄົນໄດ້ຮັບບາດເຈັບເລັກໜ້ອຍ, ສ່ວນ ລົດແລນກູເຊີ້ ບໍ່ມີໃຜໄດ້ຮັບບາດເຈັບ.

ຫຼັງຈາກເກີດເຫດ ເຈົ້າໜ້າທີ່ໄດ້ມີການວັດແທກເອວກໍຮໍ ຜູ້ຂັບຂີ່ລົດເກັງ ຂື້ນ257.7 (ຜູ້ຂັບລົດຜິດເລນ) ຕອນນິ້ຍັງໄກເກ່ຍກັນບໍ່ຕົກແຕກ ຢູ່ໃນຂັ້ນສືບສວນ

(ຂໍໃຫ້ທຸກຄົນປອດໄພຈາກເຫດການໃນຄັ້ງນີ້)

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...