Homeຂ່າວຕ່າງປະເທດຊາຍໝຸ່ມກາດຍິງ! ປະຊາຊົນ ເສຍຊີວິດ 2 ຄົນ

ຊາຍໝຸ່ມກາດຍິງ! ປະຊາຊົນ ເສຍຊີວິດ 2 ຄົນ

Published on

ໃນວັນທີ 22 ມີນາ 2023 ເວລາ 13:37 ນາທີ ເກີດເຫດຊາຍນໜຸ່ມໃຊ້ອາວຸດປືນຍິງ ພາຍໃນໝູ່ບ້ານກຸງເທບເພຊວິນລາ ໝູ່ 3 ບ້ານໄຮກ້ວຍ ແຂວງເພັດບູລີ ເບື້ອງຕົ້ນມີຜູ້ເສຍຊີວິດຈຳນວນ 2 ຄົນ ແລະ ບາດເຈັບອີກ 3 ຄົນຢູ່ໃນທີ່ເກີດເຫດ ແຕ່ເຈົ້າໜ້າທີ່ຍັງບໍ່ສາມາດເຂົ້າໄປໄດ້ ເນື່ອງຈາກຜູ້ກໍ່ເຫດໄດ້ໃຊ້ອາວຸດປືນຍິງຕອບໂຕ້ຢູ່ຕະຫຼອດເວລາ.

ຈາກການລາຍງານຂອງເຈົ້າໜ້າທີ່: ຜູ້ກໍ່ເຫດຊື່ວ່າ ທ້າວ ອານຸວັດ ໂດຍເຈົ້າໜ້າທີ່ຕຳຫຼວດ 100 ຄົນເລັ່ງກະຈາຍກຳລັງເພື່ອທີ່ຈະເຂົ້າໄປໃນທີ່ເກີດເຫດເພື່ອຄວບຄຸມໂຕ, ສຳລັບສາເຫດເບື້ອງຕົ້ນຊາບວ່າ: ຜູ້ກໍ່ເຫດຈະຕ້ອງໄປຂຶ້ນສານໃນມື້ນີ້ຄະດີຢາເສບຕິດ ແລະ ເກີດອາການຄຽດຈຶ່ງກໍ່ເຫດກາດຍິງ.

ປັດຈຸບັນເຈົົ້າໜ້າທີ່ ໄດ້ປິດລ້ອມຜູ້ກໍ່ເຫດໄວ້ແລ້ ແຕ່ຍັງນຳສົບຜູ້ເສຍຊີວິດ ແລະ ຜູ້ບາດເຈັບອອກມາບໍ່ໄດ້ເທື່ອ ເນື່ອງຈາກຜູ້ກໍ່ເຫດຍິງຕອບໂຕ້ຕະຫຼອດເວລາ.

ທີ່ມາ: thaich8

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...