Home​ຂ່າວທ່ອງທ່ຽວນະຄອນປາກເຊມີແຜນຈະສ້າງຖະໜົນອາຫານ ແລະ ວັດທະນະທຳໃນໄວໆນີ້

ນະຄອນປາກເຊມີແຜນຈະສ້າງຖະໜົນອາຫານ ແລະ ວັດທະນະທຳໃນໄວໆນີ້

Published on

ໃນຕອນຄໍ່າວັນອັງຄານ, 14 ມີນາ 2023 ຄະນະນຳຈາກນະຄອນປາກເຊໄດ້ເດີນທາງມາຖອດຖອນບົດຮຽນໃນໂຄງການຖະໜົນອາຫານ ແລະ ວັດທະນະທຳແຫ່ງບຸນຂອງເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນກຽດຕ້ອນຮັບຄະນະດັ່ງກ່າວໂດຍທ່ານຜູ້ບໍລິຫານບໍລິສັດ ວີເທັກແຄຣ໌ ພ້ອມດ້ວຍຄະນະ.

อาจเป็นรูปภาพของ 15 คน และ ผู้คนกำลังยืน

ໃນໂອກາດການເດີນທາງມາຖອດຖອນບົດຮຽນໃນຄັ້ງນີ້ທ່ານ ສັນຕິສຸກ ອໍແກ້ວເຕໂຊ ຫົວໜ້າຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ໃນນາມພະນັກງານລົງກໍ່ສ້າງຮາກຖານຊຸກຍູ້ວຽກງານວິຊາສະເພາະຕາມສາຍຕັ້ງຢູ່ນະຄອນປາກເຊ ຕາງໜ້າໃຫ້ຄະນະນຳຈາກນະຄອນປາກເຊທີ່ເດີນທາງຂຶ້ນມາເຄື່ອນໄຫວວຽກງານໃນຄັ້ງນີ້ກ່າວວ່າ : ຄະນະພວກຂ້າພະເຈົ້າໄດ້ຂຶ້ນມາເຮັດວຽກຖອດຖອນບົດຮຽນໃນໂຄງການສ້າງຖະໜົນອາຫານ ແລະ ວັດທະນະທຳຮ່ວມກັບສາມນະຄອນແຮກສ່ຽວຄື ນະຄອນຫລວງພຣະບາງ(ແຂວງຫລວງພຣະບາງ), ນະຄອນໄກສອນພົມວິຫານ(ແຂວງສະຫວັນນະເຂດ) ແລະ ເມືອງຈັນທະບູລີ (ນະຄອນຫລວງວຽງຈັນ), ໂດຍພວກຂ້າພະເຈົ້າໄດ້ມີໂອກາດເຮັດວຽກແລກປ່ຽນບົດຮຽນຮ່ວມກັບເພື່ອນມິດສະຫາຍໃນຫລາຍດ້ານ, ໃນນີ້ພິເສດຄືການມາເຮັດວຽກຖອດຖອນບົດຮຽນ ແລະ ສຳພັດກັບບັນຍາກາດຕົວຈິງຂອງໂຄງການຖະໜົນອາຫານ ແລະ ວັດທະນະທຳແຫ່ງບຸນຂອງເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊິ່ງພວກຂ້າພະເຈົ້າເຫັນໄດ້ເຖິງການຮ່ວມມືກັນລະຫວ່າງປະຊາຊົນ, ຜູ້ປະກອບການ ແລະ ການນຳທ້ອງຖິ່ນ ທີ່ໄດ້ມີສ່ວນຮ່ວມສາມັກຄີກັນສ້າງສີສັນທີ່ເປັນໂສມໜ້າອັນໃໝ່ອັນມີຄວາມກົມກືນກັບວິຖີຊີວິດຂອງຊາວນະຄອນຫລວງວຽງຈັນໃນອະດີດ ແລະ ປະຈຸບັນໄດ້ຢ່າງລົງຕົວທີ່ສຸດພາຍໃນຖະໜົນແຫ່ງນີ້ໂດຍເປັນການປະກອບສ່ວນໃນການພັດທະນາແບບມີສ່ວນຮ່ວມນຳກັນທີ່ເຫັນວ່າມີຄວາມຍືນຍົງ ແລະ ເປັນຜົນດີທີ່ສຸດຕໍ່ກັບການກະຕຸ້ນເສດຖະກິດອັນເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງລາຍຮັບທີ່ຂ້ອນຂ້າງມີຄວາມໝັ້ນຄົງໃຫ້ກັບປະຊາຊົນໃນສັງຄົມໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ; ໃນນີ້ພວກຂ້າພະເຈົ້າພາຍໃຕ້ການຊີ້ນໍານຳພາຈາກເຈົ້ານະຄອນປາກເຊແມ່ນຈະນໍາເອົາບົດຮຽນທີ່ໄດ້ຮັບຈາກໂຄງການນີ້ໄປໝູນໃຊ້ເປັນແຜນພັດທະນາເພື່ອສ້າງຖະໜົນທີ່ມີຄວາມຄ້າຍຄືໃນລັກສະນະແບບນີ້ເພື່ອກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວໃຫ້ມີສີສັນອັນໃໝ່ທີ່ມີຄວາມສະຫງ່າງາມຍິ່ງໆຂຶ້ນທີ່ນະຄອນປາກເຊ ໂດຍມີແຜນທຳອິດຈະເລີ່ມຕົ້ນສ້າງທີ່ຖະໜົນເຂດຫໍຫລັກເມືອງນະຄອນປາກເຊທີ່ເປັນຖະໜົນໃກ້ສະຖານທີ່ບູຮານມີວັດວາອາຮາມທີ່ເກົ່າແກ່ອັນມີຄວາມໂດດເດັ່ນທີ່ບັນດາປະຊາຊົນ ແລະ ນັກທ່ອງທ່ຽວທີ່ເດີນທາງໄປນະຄອນປາກເຊສາມາດເຂົ້າເຖິງໄດ້ສະດວກສະບາຍ ໂດຍຄາດຫວັງຈະສ້າງໃຫ້ເຫັນເປັນຮູບປະທຳພາຍໃນກາງປີ 2023ນີ້; ຂໍເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫາໂອກາດເດີນທາງໄປທ່ຽວຊົມແຫລ່ງອາຣິຍະທຳທາງພາກໃຕ້ທີ່ມີຄວາມອຸດົມສົມບູນຮັ່ງມີ ແລະ ຖະໜົນຄົນຍ່າງໃນໃຈກາງນະຄອນປາກເຊທີ່ກຳລັງຈະເກີດຂຶ້ນໃນໄວໆນີ້.

อาจเป็นรูปภาพของ 1 คน และ สถานที่ในร่ม

ທ່ານ ບຸນມາ ສີລາວົງ ນາຍບ້ານໆຫລັກເມືອງ ນະຄອນປາກເຊ ແຂວງຈຳປາສັກກ່າວວ່າ : ຈຸດປະສົງທີ່ເດີນທາງມາຖອດຖອນບົດຮຽນໃນໂຄງການຖະໜົນອາຫານ ແລະ ວັດທະນະທຳແຫ່ງບຸນຂອງເມືອງຈັນທະບູລີ, ນະຄອນຫລວງວຽງຈັນໃນຄັ້ງນີ້ເນື່ອງຈາກວ່າບ້ານຫລັກເມືອງຂອງພວກຂ້າພະເຈົ້າແມ່ນໝູ່ບ້ານໃນໃຈກາງຂອງນະຄອນປາກເຊ, ທີ່ມີຄວາມພ້ອມດ້ານພື້ນຖານໂຄ່ງລ່າງໃນຫລາຍດ້ານ ໂດຍປະສົມປະສານກັບຄວາມມີສະເໜ່ໃນຄວາມອຸດົມສົມບູນຮັ່ງມີທາງດ້ານທຳມະຊາດ, ຄວາມຫລາກຫລາຍທາງດ້ານວັດທະນະທຳຮີດຄອງປະເພນີ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນພາຍໃນນະຄອນປາກເຊທີ່ມີເອກະລັກສະເພາະທີ່ໂດດເດັ່ນ; ດັ່ງນັ້ນເພື່ອເປັນການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວພາຍໃນນະຄອນເຊໃຫ້ນັບມື້ນັບມີສີສັນຫລາກຫລາຍຍິ່ງໆຂຶ້ນ ໂດຍອີງຕາມການຊີ້ນຳຈາກເຈົ້ານະຄອນປາກເຊ ໄດ້ສົ່ງເສີມໃຫ້ພວກຂ້າພະເຈົ້າຂຶ້ນມາຖອດຖອນບົດຮຽນຈາກໂຄງການຖະໜົນອາຫານ ແລະ ວັດທະນະທຳແຫ່ງບຸນຂອງເມືອງຈັນທະບູລີ, ນະຄອນຫລວງວຽງຈັນແຫ່ງນີ້ ເພື່ອນຳເອົາບົດຮຽນທີ່ຖອດຖອນໄດ້ໄປຕໍ່ຍອດສ້າງຖະໜົນຄ້າຍຄືໃນລັກສະນະແບບນີ້ທີ່ນະຄອນປາກເຊ ທັງນີ້ກໍ່ເພື່ອເປັນການສົ່ງເສີມສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງນະຄອນປາກເຊໃຫ້ມີຄວາມພົ້ນເດັ່ນຫລາຍຂຶ້ນກວ່າເກົ່າ ແລະ ເປັນການສ້າງລາຍຮັບສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນໃນນະຄອນປາກເຊໄປພ້ອມກັນ; ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີນມາຍັງຄະນະຜູ້ບໍລິຫານບໍລິສັດວີເທັກແຄຣ໌ທີ່ເປັນຜູ້ລິເລີ່ມໂຄງການຖະໜົນອາຫານ ແລະ ວັດທະນະທຳແຫ່ງບຸນຂອງເມືອງຈັນທະບູລີ, ນະຄອນຫລວງວຽງຈັນແຫ່ງນີ້ທີ່ຖືວ່າເປັນໂຄງການແບບຢ່າງທີ່ໄດ້ສ້າງອາຊີບໃຫ້ປະຊາຊົນໃນທ້ອງຖິ່ນທີ່ມີຄວາມສຳເລັດໃນລະດັບດີສົມຄວນ ແລະ ຂໍອວຍພອນໃຫ້ໂຄງການຖະໜົນອາຫານ ແລະ ວັດທະນະທຳແຫ່ງບຸນຂອງເມືອງຈັນທະບູລີ, ນະຄອນຫລວງວຽງຈັນນີ້ສືບຕໍ່ໂຄງການຢ່າງໝັ້ນຄົງຍາວນານຕະຫລອດໄປ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...